ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປປ ລາວ ຍັງມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມຂຶ້ນ 5 ຄົນ

     ໃນວັນທີ 05 ມີຖຸນາ ປີ 2021 ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າ
ກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ ໃນວັນທີ 4 ມິຖຸນາ
2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 2,532 ຕົວຢ່າງ ກວດພົບຜູ້ຕິດເຊື້ອທັງໝົດ 05 ກໍລະນີ, ກໍລະນີສະສົມ ທັງໝົດ 1,957 ໃນນີ້ ຈາກ
ນະຄອນຫຼວງວຽງຈັນ 02 ກໍລະນີ ແມ່ນ ກໍລະນີຕິດເຊື້ອໃນຊຸມຊົນ ຕິດເຊື້ອຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ (1 ຄົນຈາກບ້ານ ທ່າຊ້າງ ເມືອງ
ປາກງື່ມ ແລະ ອີກ 1 ຄົນ ຈາກບ້ານໂພນທັນ ເມືອງໄຊເສດຖາ). ສຳຫຼັບແຂວງສະຫວັນນະເຂດ 2 ກໍລະນີ ແລະ ຈໍາປາສັກ 01 ກໍລະນີ ແມ່ນກໍລະນີນໍາ
ເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວທີ່ກັບຄືນມາຈາກປະເທດໄທຖືກຕ້ອງຕາມກົດໝາຍ). ການປີ່ນປົວຫາຍດີທັງໝົດ 1,693 ກໍລະນີ (ໃໝ່ 13)
ແລະ ກໍາລັງປິ່ນປົວ 259 ກໍລະນີ. ຄົນເຈັບເສຍຊີວິດ 03 ກໍລະນີ (ໃໝ່ 0). + ເຂດສ່ຽງ/ສະຖານທີ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ - ໄປຕະຫລາດສະພານ
ທອງ, ເມືອງສີສັດຕະນາກ - ວັນທີ 31/05/2021: ( ກຸ່ມບ້ານສິນໄຊ; ເວລາ 12: 00 ໂມງ: ຮ້ານຕັດຜົມ ໃກ້ກັບຫ້ອງການບ້ານນາບົງ, ເມືອງໄຊທານີ;
ບ້ານໂພນຂາມ, ເມືອງປາກງື່ມ). (ປະຈຸບັນ ຈຳນວນບ້ານແດງ ໃນນະຄອນຫຼວງວຽງຈັນ ແມ່ນມີ 22 ບ້ານ ໃນ 07 ເມືອງ).

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 06/06/2021