ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ຈັດກິດຈະກຳປູກຕົ້ນໄມ້


 ກົມວິທະຍາສາດ-ປະຫວັດສາດ ການທະຫານ ຈັດກິດຈະກຳປູກຕົ້ນໄມ້

     ວັນທີ 2 ມິຖຸນາ 2017 ຜ່ານມາ, ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດກິດຈະກຳປູກຕົ້ນໄມ້ ຢູ່ບ້ານໂພນຄຳ ເມືອງນາຊາຍທອງ ເນື່ອງ
ໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ໂດຍການນຳພາຂອງ ສະ
ຫາຍ ພັນເອກ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານ-ນັກຮົບພາຍໃນ
ກົມກອງເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.


ພັນເອກ ວຽງໄຊ ສົມວິຈິດ ນຳພາປູກຕົ້ນໄມ້

     ການຈັດກິດຈະກຳຄັ້ງນີ້ ບໍ່ພຽງແຕ່ໄດ້ຈັດຕັ້ງປູກຕົ້ນໄມ້ເພີ່ມຕື່ມເທົ່ານັ້ນ ຍັງໄດ້ພ້ອມກັນເຮັດອານາໄມຂອບເຂດຕົ້ນໄມ້ທີ່ປູກໃນປີຜ່ານມາ ສຳລັບໄມ້
ທີ່ນຳມາປູກແມ່ນໄມ້ອຸດສາຫະກຳ ທັງນີ້ກໍ່ເພື່ອເປັນການປົກປັກຮັກສາປ່າໄມ້ ແລະ ປູກຈິດສຳນຶກໃຫ້ພະນັກງານ-ນັກຮົບຮູ້ເຖີງຄຸນຄ່າຂອງປ່າໄມ້, ສ້າງໃຫ້
ໄດ້ຄວາມສາມັກຄີກັບປະຊາຊົນອ້ອມຂ້າງ ເປັນຕົ້ນແມ່ນປະຊາຊົນບ້ານໂພນຄຳໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.