ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອັດບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກຢູ່ກອງພົນທີ 4

     ໃນວັນທີ 31 ພຶດສະພາ 2017 ນີ້, ຢູ່ທີ່ສະໂມສອນກອງພົນທີ 4 ໄດ້ປິດກອງປະຊຸມບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກທົ່ວອົງຄະ
ນະພັກກອງພົນທີ 4 ດ້ວຍຜົນສຳເລັດອັນຈົບງາມ ໂດຍເປັນກຽດເຂົ້າຮ່ວມມີ ທ່ານ ພົນຈັດຕະວາ ຜາລົມ ລິນທອງ ກຳມະການຄະນະພັກກະຊວງປ້ອງກັນ
ປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາກອງພົນທີ 4, ຄະນະພັກອົງການ 5 ຫ້ອງ, ບັນດາ ຫົວໜ້າພະແນກການ,
ພ້ອມດ້ວຍຄະນະພັກ-ຄະນະບັນຊາກົມກອງອ້ອມຂ້າງກອງພົນທີ 4 ເຂົ້າຮ່ວມ.


ພົນຈັດຕະວາ ຜາລົມ ລິນທອງ ເຂົ້າຮ່ວມປິດກອງປະຊຸມບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກຢູ່ພົນທີ 4

     ທ່ານ ພົນຈັດຕະວາ ຜາລົມ ລິນທອງ ໄດ້ມີຄຳເຫັນໃນບັ້ນດຳເນີນຊີວິດການເມືອງປົວແປງພັກທົ່ວກອງພົນທີ 4 ໂດຍໄດ້ຕີລາຄາສູງຄວາມຮັບຜິດ
ຊອບຂອງບັນດາສະຫາຍຜູ້ແທນ ເຊິ່ງໄດ້ຄົ້ນຄວ້າເຊື່ອມຊຶມບັນດາເນື້ອໃນເອກະສານສຳຄັນຕ່າງໆ ໂດຍສະເພາະເອກະສານ 3 ບົດ, ປະກອບຄຳຄິດຄຳເຫັນ
ແລະ ຜ່ານໃບສຳຫຼວດກວດກາຂອງແຕ່ລະສະຫາຍດ້ວຍບັນຍາກາດອັນຟົດຟື້ນ ແລະ ມີຄວາມເອກະພາບກັນຢ່າງສູງຕໍ່ແນວທາງນະໂຍ ບາຍຂອງພັກໃນ
ການແກ້ໄຂບັນຫາເປັນສິ່ງທ້າທາຍຕ່າງໆຕໍ່ກົມກອງ.

     ທ່ານ ພົນຈັດຕະວາ ຜາລົມ ລິນທອງ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາກອງພົນທີ 4 ແລະ ຄະນະບັນຊາແຕ່ລະຂັ້ນຈົ່ງພ້ອມກັນສືບຕໍ່ຄົ້ນຄວ້າ
ປຶກສາຫາລື ໂດຍມີການວິເຄາະ, ວິໄຈ, ໄຈ້ແຍກກຳແໜ້ນບັນຫາຈຸດພິເສດຂອງກົມກອງບັນດາຂະແໜງການເຫຼົ່າຮົບໃຫ້ເລິກເຊິ່ງກວ່າເກົ່າ ເພື່ອປັບປຸງທິດ
ທາງແຜນການຂອງຕົນໃຫ້ແທດເໝາະ, ເຊີດຊູຄວາມເປັນແບບຢ່າງນຳໜ້າປັບປຸງຍົກລະດັບຄວາມຮູ້ຄວາມສາມາດໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການ
ໜ້າທີ່ການເມືອງໃນໄລຍະໃໝ່, ເອົາໃຈໃສ່ສຶກສາອົບຮົມນຳພາສະມາຊິກພັກ, ພະນັກງານ-ນັກຮົບໃຫ້ຖືກເປົ້າໝາຍ ພ້ອມກັນເຊີດຊູມານະຈິດປະຕິວັດ,
ພ້ອມກັນປັບປຸງກໍ່ສ້າງກົມກອງ ແລະ ກຳລັງປະກອບອາວຸດຢ່າງຮອບດ້ານ, ບຸກບືນເຮັດແທ້ທຳຈິງ, ກ້າຄິດ, ກ້າເຮັດ, ກ້າເສຍສະຫຼະ ແລະ ກ້າຮັບຜິດຊອບຕໍ່
ວຽກງານຢ່າງແທ້ຈິງ. ໃນໂອກາດສຳເລັດບັ້ນດຳເນີນຊີວິດການເມືອງປົວແປງພັກທົ່ວກອງພົນທີ 4 ນີ້, ຍັງໄດ້ທາບທາມຫາງສຽງອົງຄະນະພັກກະຊວງປ້ອງ
ກັນປະເທດ ແລະ ອົງຄະນະພັກກອງພົນທີ 4, ໃນການນຳ ພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IV
ຂອງຄະນະພັກກະຊວງປ້ອງກັນປະເທດ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກອງພົນທີ 4.

     ໃນການທາບທາມຫາສຽງອົງຄະນະພັກກະຊວງປ້ອງກັນປະເທດ ແລະ ອົງຄະນະພັກກອງພົນທີ 4 ນີ້ ກໍເພື່ອສັງເກດຕີລາຄາຄຸນທາດການເມືອງ, ຄຸນສົມ
ບັດສິນທຳປະຕິວັດ, ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງແບບແຜນການນຳພາກົມກອງ, ວິທີເຮັດວຽກ, ການດຳລົງຊີວິດໃນໄລຍະຜ່ານມາຂອງຄະນະ
ພັກກະຊວງປ້ອງກັນປະເທດ ແລະ ຄະນະພັກກອງພົນທີ 4 ໃນການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງກົມກອງໃນໄລຍະທີ່ຜ່ານມາ.