ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງຫົວໜ້າກົມໃຫຍ່ເສນາທິການ ລົງກວດກາຄວາມພ້ອມຂອງກອງພັນ 587

     ໃນວັນທີ 2 ມິຖຸນາ 2017 ນີ້, ທ່ານ ພົນຈັດຕະວາ ຈັນທອງ ສອນຕະອາດ ຮອງຫົວໜ້າກົມໃຫຍ່ເສ ນາທິການກອງທັບ ໄດ້ລົງກວດກາຄວາມເປັນ
ລະບຽບຮຽບຮ້ອຍຂອງຄ້າຍຄູ ແລະ ຄວາມພ້ອມຂອງກ້ອນກໍາລັງເດີນຂະບວນສວນສະໜາມຂອງພະນັກງານ-ນັກຮົບກອງພັນ 587 ເພື່ອກະກຽມສະເຫຼີມ
ສະຫຼອງວັນສ້າງ ຕັ້ງກອງພັນ 587 ຄົບຮອບ 30 ປີ.


ພົນຈັດຕະວາ ຈັນທອງ ສອນຕະອາດ ລົງກວດກາຄວາມພ້ອມຂອງກອງພັນ 587

     ພັນໂທ ໂອພາດ ທໍາມະທອງ ຫົວໜ້າການທະຫານກອງພັນ 587 ຜູ້ຊີ້ນໍາວຽກງານອົບຮົມຫັດແອບ ໄດ້ໃຫ້ຮູ້ວ່າ: ການອົບຮົມຫັດແອບເດີນຂະ
ບວນສວນສະໜາມຂອງກົມກອງພວກເຮົາໃນຄັ້ງນີ້ ແມ່ນອີງໃສ່ແຜນການອົບຮົມຫັດແອບປະຈໍາປີຂອງກົມໃຫ່ຍເສນາທິການກອງທັບວາງອອກບວກໃສ່
ກັບແຜນການຂອງກົມກອງທີ່ຈະສະເຫຼີມສະຫຼອງວັນສ້າງຕັ້ງກອງພັນຂອງຕົນຄົບຮອບ 30 ປີໃນປີນີ້ຄືວັນທີ 12 ກໍລະກົດ 1987-12 ກໍລະກົດ 2017.
ເຊິ່ງການຫັດແອບແມ່ນເລີີ່ມມາແຕ່ທ້າຍເດືອນເມສາ 2017; ມີ 5 ກ້ອນສວນສະໜາມ ແລະ ມີຈໍານວນພົນເຂົ້າຮ່ວມທັງໝົດ 184 ສະຫາຍ. ທັງນີ້ກໍ
ເພື່ອເຮັດໃຫ້ການເດີນຂະບວນສວນສະໜາມໃນມື້ສະເຫຼີມສະຫຼອງຕົວຈິງມີຄວາມເປັນເອກະພາບ, ເປັນລະບຽບຮຽບຮ້ອຍຈົບງາມ ແລະ ມີຄວາມປອດ
ໄພ 100%.

     ເພື່່ອເຮັດໃຫ້ການສະເຫຼີມສະຫຼອງວັນສ້າງຕັ້ງກອງພັນ 587 ໃນປີນີ້ ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນ ແລະ ມີບັນຍາກາດຟົດຟື້ນມ່ວນຊື່ນນັ້ນ
ໃນໂອກາດດັ່ງກ່າວ ທ່ານ ພົນຈັດຕະວາ ຈັນທອງ ສອນຕະອາດ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາຕ້ອງມີຄວາມເປັນກະພາບເຮັດວຽກເປັນໝູ່ຄະນະ
ແລະ ແບ່ງ ຄວາມຮັບຊອບ, ຊີ້ນໍາອະນຸກໍາມະການເສດຖະກິດ, ອະນຸກໍາມະການກະກຽມເນື້ອໃນແຜນການ, ວຽກງານພິທີ ການໃຫ້ລະອຽດຖືກຕ້ອງ ແລະ
ສືບຕໍ່ປະດັບປະດາ-ປັບປຸງຄ້າຍຄູໃຫ້ມີຄວາມເປັນລະບຽບຈົບງາມ. ບົນພື້ນ ຖານດັ່ງກ່າວນີ້ແມ່ນຕ້ອງເອົາໃຈໃສ່ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມ
ສະຫງົບ, ຄວາມເປັນລະບຽບ ຮຽບຮ້ອຍໃນຂອບເຂດກົມກອງຮັບຜິດຊອບ ທັງນີ້ແມ່ນເພື່ອແນໃສ່ເຮັດໃຫ້ມື້ສະເຫຼີມສະຫຼອງຕົວຈິງມີບັນຍາກາດ ແລະ ມີ
ຄວາມປອດໄພເປັນຢ່າງດີ.