ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນຕີ ສຸວອນ ເລືອງບຸນມີ ລົງຊຸກຍູ້ ແລະ ກວດກາ
ໂຄງການກໍ່ສ້າງຫ້ອງການຫຼັງໃໝ່ຂອງກອງບັນຊາການທະຫານເມືອງຄຳ

     ໃນວັນທີ 31 ພຶດສະພາ 2017 ຜ່ານມານີ້, ທ່ານ ພົນຕີ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວ
ໜ້າກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ແລະ ກວດກາໂຄງການກໍ່ສ້າງຫ້ອງການຫຼັງໃໝ່ຂອງກອງບັນຊາການທະຫານເມືອງຄຳ
ແຂວງ ຊຽງຂວາງ ເຊິ່ງໄດ້ຮັບການຕ້ອນຮັບອັນອົບອຸ່ນຈາກ ພັນໂທ ວົງສອນ ຢ່າຈົ່ງຕົວ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານເມືອງ
ຄຳ ພ້ອມດ້ວຍຄະນະ, ມີພັນເອກ ບຸນຊູ ໄຊລາສີ ຄະນະປະຈຳພັກແຂວງ ຫົວໜ້າການທະຫານ ແຂວງ ຊຽງຂວາງ, ມີທ່ານເຈົ້າເມືອງໆຄຳ ແລະ ພາກສ່ວນ
ທີ່ກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ພົນຕີ ສຸວອນ ເລືອງບຸນມີ ລົງຊຸກຍູ້ ແລະ ກວດກາໂຄງການກໍ່ສ້າງຫ້ອງການຫຼັງໃໝ່ຂອງກອງບັນຊາການທະຫານເມືອງຄຳ

     ໂອກາດນີ້ ຫົວໜ້າກົມໃຫຍ່ເສນາທິການກອງທັບ ກໍໄດ້ຮັບຟັງການລາຍງານສະພາບຈາກ ພັນໂທ ວົງສອນ ຢ່າຈົ່ງຕົວ ຜ່ານການເຄື່ອນໄຫວຈັດຕັ້ງປະ
ຕິບັດວຽກງານຂອງກົມກອງໃນໄລຍະທີ່ຜ່ານມາໂດຍຫຍໍ້ ເປັນຕົ້ນແມ່ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ, ນຳພາແນວຄິດໃຫ້ພະນັກງານ-ນັກຮົບທົ່ວ
ກອງບັນຊາການທະຫານເມືອງໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ກໍຄືແນວທາງປ່ຽນ ແປງໃໝ່ຂອງພັກເຮົາ,
ເຮັດໃຫ້ທ້ອງຖິ່ນຂອງຕົນມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ. ຈາກນັ້ນທ່ານຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະກໍໄດ້ລົງ
ກວດກາເບິ່ງພື້ນຖານໂຄງລ່າງຂອງກົມກອງ ເຊິ່ງໃນນີ້ໄດ້ລົງກວດກາເບິ່ງເຮືອນນອນຂອງອ້າຍນ້ອງ, ກວດກາເບິ່ງຫ້ອງການ, ກວດກາເບິ່ງເຮືອນຄົວ, ລະບົບ
ສາງຄັງ, ສະໂມສອນ ແລະ ກວດກາເບິ່ງໂຄງການກໍ່ສ້າງຫ້ອງການຫຼັງໃໝ່ ເຊິ່ງມາຮອດປັດຈຸບັນນີ້ສຳເລັດແລ້ວປະມານ 35% ຂອງໜ້າວຽກ, ຫ້ອງການຫຼັງ
ໃໝ່ນີ້ມີຂະໜາດ 16X24 ໂດຍແມ່ນທຶນສົມທົບລະຫວ່າງຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງກັບບັນດາບໍລິສັດພາຍໃນແຂວງຊຽງ
ຂວາງ ລວມມູນຄ່າທັງໝົດ 400 ລ້ານກວ່າກີບ, ສ່ວນແຮງງານແມ່ນນຳໃຊ້ກຳລັງອ້າຍນ້ອງໃນກົມກອງຜັດປ່ຽນກັນເຮັດ.

     ໂອກາດນີ້ ທ່ານ ພົນຕີ ສຸວອນ ເລືອງບຸນມີ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກົມກອງຍາດມາໄດ້, ພ້ອມທັງເນັ້ນໜັກ ແລະ ຮຽກຮ້ອງ
ໃຫ້ຄະນະພັກ-ຄະນະບັນຊາກົມກອງຈົ່ງສຶບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ-ນັກຮົບກຳແໜ້ນບັນດາສະພາບ ແລະ ປາ
ກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນ, ເອົາໃຈໃສ່ຫັນລົງກໍ່ສ້າງຮາກຖານການເມືອງຕິດພັນກັບການພັດທະນາຊົນນະບົດເຮັດໃຫ້ກົມກອງທ້ອງຖິ່ນມີຄວາມ
ສະຫງົບປອດໄພ, ສ້າງໃຫ້ໄດ້ພະນັກງານ-ນັກຮົບຜູ້ທີ່ດີເດັ່ນ ແລະ ປັບປຸງກໍ່ສ້າງກົມກອງໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນເປັນກ້າວໆ.