ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນຕີ ວົງຄຳ ພົມມະກອນ ເຄື່ອນໄຫວເຮັດວຽກຢູ່​ແຂວງຜົ້ງສາລີ


     ໃນວັນທີ 1-3 ເມສາ 2021 ນີ້, ສະຫາຍ ພົນຕີ ວົງຄຳ ພົມມະກອນ ກໍາມະການສູນກາງພັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍພັນ
ລະຍາ ການນຳ ກະຊວງປ້ອງກັນປະເທດ ໄດ້ເຄື່ອນໄຫວເຮັດວຽກ ແລະ ມອບເຄື່ອງຢູ່ເຂດບ້ານວິລະຊົນຂອງ ແຂວງ ຜົ້ງສາລີ ໂດຍການຕ້ອນຮັບຈາກ ອຳ
ນາດການປົກຄອງແຂວງ, ເມືອງ ແລະ ບ້ານ.

     ການເຄື່ອນໄຫວເຮັດວຽກຢູ່ ແຂວງ ຜົ້ງສາລີ ຂອງ ສະຫາຍ ຫົວໜ້າ ກົມໃຫຍ່ພະລາທິການກອງທັບ ໄດ້ເຂົ້າຮ່ວມເປັນປະທານ ເຊັນສັນຍາໂຄງການ
ກໍ່ສ້າງສະໜາມຫັດແອບຂອງ ກອງບັນຊາການທະຫານເມືອງ   ໃໝ່ ແລະ ໂຄງການກໍ່ສ້າງຫ້ອງຮຽນ ບ້ານ ແສນເງິນ ເມືອງໃໝ່ ແຂວງຜົ້ງສາລີ ໂດຍແມ່ນ
ກົມໃຫຍ່ພະລາທິການກອງທັບ ເປັນເຈົ້າຂອງໂຄງການ ແລະ ມອບໝາຍໃຫ້ບໍລິສັດຮ່ວມມືສາກົນ 705 ເປັນຜູ້ຮັບເໝົາ ກໍ່ສ້າງເຊິ່ງໂຄງການດັ່ງກ່າວ ແມ່ນ
ໄດ້ຮັບການຊຸກຍູ້ທຶນຈາກຫຼາຍພາກສ່ວນ ໂດຍສະເພາະແມ່ນບໍລິສັດສະຕາໂທລະຄົມ ເພື່ອປະກອບສ່ວນໃນວຽກງານການຫັດແອບທາງການທະຫານ ໃຫ້
ມີຄວາມເຂັ້ມແຂງສາມາດ ຮັບປະກັນໄດ້ຄວາມສະຫງົບປອດໄພ ໂດຍພື້ນຖານຄຽງຄູ່ກັບການພັດທະນາດ້ານການສຶກສາ ໂດຍສະເພາະພື້ນຖານໂຄງລ່າງ
ການສຶກສາໃຫ້ມີຄວາມແໜ້ນໜາຖາວອນ.

     ຈາກນັ້ນ, ສະຫາຍຫົວໜ້າ ກົມໃຫຍ່ພະລາທິການກອງທັບ ໄດ້ເຂົ້າຮ່ວມພິທີມອບ-ຮັບໂຮງຮຽນ ມັດທະຍົມສົມບູນ ບ້ານ ປາກແພ (ວິລະຊົນ) ໂດຍ
ການອຸປະຖຳທຶນຈາກ ບໍລິສັດສະຕາໂທລະຄົມ (ຢູນິເທວ) ຈຳນວນ 600 ລ້ານ ກວ່າກີບ ແລະ ໃນໂອກາດດັ່ງກ່າວ ໂດຍຕາງໜ້າ ກະຊວງປ້ອງກັນປະເທດ,
ບໍລິສັດສະຕາໂທລະຄົມ ແລະ ບັນດາພັນລະຍາການນຳ ກະຊວງປ້ອງກັນປະເທດ ຕະຫຼອດຮອດບັນດາ ບໍລິສັດໄດ້ມອບວັດຖຸ ປັດໄຈຈຳນວນໜຶ່ງພ້ອມ
ເຄື່ອງອຸປະໂພກ-ບໍລິໂພກ ແລະ ເຄື່ອງອຸປະກອນການສຶກສາມູນຄ່າທັງໝົດ 64 ລ້ານກວ່າກີບ. ພ້ອມດຽວກັນນັ້ນ ສະຫາຍ ຫົວໜ້າ ກົມໃຫຍ່ພະລາທິການ
ກອງທັບ ພ້ອມດ້ວຍພັນລະຍາການນຳກະ ຊວງປ້ອງກັນປະເທດ ຍັງໄດ້ເຄື່ອນໄຫວມອບວັດຖຸປັດໄຈ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ເຄື່ອງອຸປະກອນການ
ສຶກສາຢູ່ ບ້ານ ແສນເງິນ (ວິລະຊົນ) ເມືອງໃໝ່ ເຊິ່ງມີມູນຄ່າທັງໝົດ 70 ລ້ານກວ່າກີບ.

     ການເຄື່ອນໄຫວເຮັດວຽກຂອງ ສະຫາຍ ຫົວໜ້າ ກົມໃຫຍ່ພະລາທິການກອງທັບ ຢູ່ແຂວງ ຜົ້ງສາລີ ຄັ້ງນີ້, ຍັງໄດ້ພົບປະ ແລະ ໂອ້ລົມນາຍທະຫານ,
ພະນັກງານ-ນັກຮົບ ຕະຫຼອດເຖິງພໍ່ແມ່ປະຊາຊົນ ໃຫ້ເອົາໃສ່ເປັນເຈົ້າການເຂົ້າໃນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍຕິດພັນກັບການສ້າງ
ສາພັດທະນາບ້ານເມືອງ ແລະ ສ້າງເງື່ອນໄຂໃຫ້ພໍ່ແມ່ປະຊາຊົນດຳລົງຊີວິດ, ຄ້າຂາຍ ແລະ ທຳການຜະລິດປູກຟັງ-ລ້ຽງສັດ ຢ່າງສະດວກສະບາຍສ້າງໃຫ້ມີ
ລາຍຮັບເພີ່ມຂຶ້ນ ເພື່ອພ້ອມກັນຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ກ້າວເຂົ້າສູ່ຄວາມຮຸ່ງເຮືອງສີວິໄລຂຶ້ນເລື້ອຍໆ.