ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ປະຊຸມ​ສ່ອງ​ແສງ​ວຽກງານ​ພັກ-ວຽກງານ​ການ​​ເມືອງ​ເຂດ 8 ປະຈຳ​ໄຕ​ມາດ I ປີ 2017

     ກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງ ຢູ່ເຂດ 8 ປະຈຳໄຕມາດ I ປີ 2017 ທີ່ວິທະຍາຄານ ພະລາທິການກອງທັບ ເປັນເຈົ້າພາບ ໄດ້
ຈັດຂຶ້ນໃນວັນທີ 31 ມີນາ 2017 ເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ຄຳສີ ວົງຄຳຊາວ ຄະນະພັກກະຊວງ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ
ມີ ຄະນະພັກ-ຄະນະບັນຊາຈາກ 10 ກົມກອງທົ່ວເຂດ 8 ເຂົ້າ ຮ່ວມ. ພ້ອມກັນນັ້ນກອງປະຊຸມຍັງໄດ້ແລກປ່ຽນຄຳຄິດ-ຄຳເຫັນ ເພື່ອພ້ອມກັນເອກະພາບ
ກັນຕ້ານ ແລະສະກັດກັ້ນບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ບໍ່ເກີດຂຶ້ນ ຫຼື ອາດຈະເກີດຂຶ້ນໃນຕໍ່ໜ້າ ແນໃສ່ສ້າງກົມກອງວັດທະນະທຳ, ກົມກອງ 3 ປອດ
ແລະກອງແຂງ ໜ່ວຍພັກຮູ້ນຳພາຮອບດ້ານ.


ກອງ​ປະຊຸມ​ສ່ອງ​ແສງ​ວຽກງານພັກ-ວຽກງານ​ການ​ເມືອງ​ເຂດ 8

     ໃນຕອນທ້າຍ ທ່ານພົນຈັດຕະວາ ຄຳສີ ວົງຄຳຊາວ ກ່ໍໄດ້ມີຄຳຄິດເຫັນໂອ້ລົມຕໍ່ກອງປະຊຸມເຊິ່ງ ກ່ອນອື່ນທ່ານກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່
ຜົນງານທີ່ມີບັນດາກົມກອງຍາດມາໄດ້ ໃນໄລຍະທີ່ຜ່ານມາ ພ້ອມທັງໄດ້ ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຫ້ອງກົມກອງຈົ່ງ ພ້ອມກັນເອົາໃຈໃສ່
ສືບຕໍ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ-ນັກຮົບມີ ແນວຄິດອຸ່ນອຽນທຸ່ນທ່ຽງຫ້າວຫັນຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນ ແລະຈັດ
ຕັ້ງກຳລັງອອກເຄື່ອນໄຫວຕາມຂອບເຂດຮັບຜິດຊອບເຮັດໃຫ້ສະພາບມີຄວາມສະຫງົບ ແລະຫັນລົງກໍ່ສ້າງຮາກຖານຕາມໝູ່ບ້ານປະຊາຊົນໃນເຂດຮັບຜິດ
ຊອບ ພ້ອມກັນຕ້ານ ແລະສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ ເຮັດໃຫ້ກົມກອງມີຄວາມສະຫງົບຢ່າງໜັກແໜ້ນ.