ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມປະກາດການສ້າງຕັ້ງ ແລະ ການເຄື່ອນໄຫວ
ຂອງສະພາວິທະຍາສາດການເມືອງກະຊວງປ້ອງກັນປະເທດ

     ວັນທີ 5 ກຸມພາ 2018 ນີ້, ກະຊວງປ້ອງກັນປະເທດໄດ້ເປິດກອງປະຊຸມສະພາວິທະຍາສາດຂຶ້ນທີ່ຫ້ອງປະຊຸມ 206 ໂດຍການເຂົ້າຮ່ວມເປັນປະທານ
ຂອງ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະ
ພັກ-ຄະນະບັນຊາອົງການ, ຂະແໜງການຂອງສະພາວິທະຍາສາດເຂົ້າຮ່ວມ.


ພົນໂທ ວິໄລ ຫຼ້າຄຳຟອງ ເປັນປະທານກອງປະຊຸມປະກາດການສ້າງຕັ້ງ ແລະ ການເຄື່ອນໄຫວ
ຂອງສະພາວິທະຍາສາດການເມືອງກະຊວງປ້ອງກັນປະເທດ

     ທ່ານ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການສ້າງຕັ້ງ ແລະ ການເຄື່ອນ
ໄຫວຂອງສະພາວິທະຍາສາດການເມືອງກະຊວງປ້ອງກັນປະເທດ ອີງຕາມຄວາມຮຽກຮ້ອງຕ້ອງການຂອງສະພາບການ ກໍຄືໜ້າທີ່ການເຄື່ອນໄຫວຂອງພັກໃນ
ກອງທັບ ກ່ຽວກັບການຄົ້ນຄວ້າ ແລະ ຍົກສູງຄຸນນະພາບ, ປະສິດທິພາບຂອງວຽກງານແນວຄິດ, ທິດສະດີຂອງພັກໃນກອງທັບປະຊາຊົນລາວ. ສະພາວິທະ
ຍາສາດການເຄື່ອນໄຫວຂອງກະຊວງປ້ອງກັນປະເທດກຳນົດທີ່ຕັ້ງ, ສິດ, ໜ້າທີ່, ໂຄງປະກອບການຈັດຕັ້ງ ແລະ ລະບອບການເຄື່ອນໄຫວຂອງສະພາວິທະຍາ
ສາດການເມຶອງ ໂດຍສະເພາະການຄົ້ນຄວ້າຂົງເຂດວຽກງານແນວຄິດ, ທິດສະດີຂອງພັກໃຫ້ຖືກຕ້ອງສອດຄ່ອງກັບທິດສະດີວິທະຍາສາດລັດທິມາກ-ເລນິນ
ແລະ ແນວທາງນະໂຍບາຍຂອງພັກໃນແຕ່ລະໄລຍະ, ຮັບປະກັນໃຫ້ການຈັດຕັ້ງສຶກສາອົບຮົມການເມຶອງ-ແນວຄິດໃນກອງທັບປະຊາຊົນລາວມີຄຸນນະພາບ
ແລະ ປະສິດທິພາບໜັກແໜ້ນເລິກເຊິ່ງ.

     ໂອກາດດັ່ງກ່າວ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ໄດ້ຖືກແຕ່ງຕັ້ງໃຫ້ເປັນປະທານສະພາວິທະຍາສາດການເມືອງກະຊວງປ້ອງກັນປະເທດ ໄດ້ໃຫ້ກຽດໂອ້
ລົມຕໍ່ກອງປະຊຸມປະກາດການສ້າງຕັ້ງສະພາວິທະຍາສາດການເມືອງກະຊວງປ້ອງກັນປະເທດໃນຄັ້ງນີ້ ວ່າແມ່ນວຽກງານໜຶ່ງທີ່ມີຄວາມໝາຍສຳຄັນທີ່ສຸດໃນ
ປະຫວັດສາດການເມືອງຂອງກອງທັບປະຊາຊົນລາວ, ມັນສ່ອງແສງເຖິງການເຕີບໃຫຍ່ຂະຫຍາຍຕົວຕໍ່ການຄົ້ນຄວ້າວິທະຍາສາດການເມືອງ ແລະ ຍົກສູງ
ຄຸນນະພາບ, ປະສິດທິພາບຂອງວຽກງານແນວຄິດ, ທິດສະດີຂອງພັກໃນກອງ ທັບ, ຮັບປະກັນໃຫ້ແກ່ການຄົ້ນຄວ້າໃນຂົງເຂດວຽກງານແນວຄິດ, ທິດສະ
ດີຂອງພັກໃນກອງທັບໃຫ້ຖືກຕ້ອງສອດຄ່ອງກັບສະຖານະການ. ສະພາວິທະຍາສາດການເມືອງມີພາລະບົດບາດເປັນເສນາທິການໃນການສ້າງ ແລະ ປັບປຸງ
ເອກະສານວຽກງານແນວຄິດ, ທິດສະດີຂອງພັກໃຫ້ກະຊວງປ້ອງກັນປະເທດ, ມີໜ້າທີ່ຕິດຕາມ, ກວດ ກາ, ປັບປຸງ ແລະ ຮັບຮອງເອົາບັນດາໂຄງການວິທະ
ຍາສາດ, ວິທະຍານິພົນ, ເອກະສານພາກວຽກງານພັກ-ວຽກງານການເມືອງ ແລະ ແນວທາງຂອງພັກໃນກອງທັບ.

     ສະພາວິທະຍາສາດການເມືອງກະຊວງປ້ອງກັນປະເທດ ປະກອບມີ: ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເປັນປະທານ ແລະ ຮອງ 3 ທ່ານຄື: ທ່ານ ພົນຕີ
ສອນທອງ ພົມລາວົງ, ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ແລະ ທ່ານ ພົນຈັດຕະວາ ວຽງໄຊ ສົມວິຈິດ, ນອກນັ້ນຍັງໄດ້ແຕ່ງຕັ້ງຄະນະປະຈຳການສະ
ພາວິທະຍາສາດການເມືອງປະກອບມີ 9 ທ່ານ, ແຕ່ງຕັ້ງກອງເລຂາສະພາວິທະຍາສາດປະກອບມີ 5 ທ່ານ ແລະ ຍັງໄດ້ແຕ່ງຕັ້ງຂະແໜງການຕ່າງໆເຊັ່ນ: ຂະ
ແໜງວຽກງານພັກ-ວຽກງານການເມືອງ, ຂະແໜງປັດຊະຍາມາກ-ເລນິນ, ຂະແໜງເສດຖະສາດການເມືອງ, ຂະແໜງສັງຄົມນິຍົມວິທະຍາສາດ ແລະ ຂະ
ແໜງວິຊາ ການເມືອງທົ່ວໄປ. ເຊິ່ງບຸກຄະລາກອນສ່ວນຫຼາຍແມ່ນມາຈາກບັນດາອົງການ ແລະ ວິທະຍາຄານຕ່າງໆໃນກອງທັບ.