ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມກໍ່ສ້າງຮາກຖານສະຫຼຸບວຽກງານຮອບ ດ້ານ ປະຈໍາປີ 2019


     ວັນທີ 3 ມັງກອນ 2020 ນີ້, ກົມກໍ່ສ້າງຮາກຖານການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານຮອບດ້ານ ປະຈໍາປີ
2019 ແລະ ວາງທິດທາງແຜນການປີ 2020 ຂຶ້ນໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບົວໄລ ພົມມະວົງ ກຳມະການຄະນະພັກກົມ ໃຫຍ່ການເມືອງກອງ
ທັບ, ຫົວໜ້າກົມ ກໍ່ສ້າງຮາກຖານ, ມີຄະນະພັກ-ຄະນະບັນຊາ, ບັນດາພະແນກການ, ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

     ສະຫາຍ ພັນເອກ ຄຳຮັງ ໄຊມຸງຄຸນ ຮອງຫົວໜ້າ ກົມກໍ່ສ້າງຮາກຖານການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຕີລາຄາຄືນຜົນງານການນຳພາຈັດຕັ້ງປະຕິບັດວຽກ
ງານໃນໜຶ່ງປີຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຄວາມເອົາໃຈໃສ່ຂອງຄະນະພັກ-ຄະນະບັນຊາໃນການຊຸກຍູ້ກໍ່ສ້າງ, ປັບປຸງ ແລະ ຂະຫຍາຍກຳລັງບັນດາກອງປະຕິບັດງານທີ່ຂຶ້ນ
ກັບ, ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ, ສະມາຊິກພັກທາງດ້ານຄຸນສົມບັດ, ສິນທຳປະຕິວັດ, ຄຸນທາດການເມືອງ, ທາດແທ້
ຊົນຊັ້ນຂອງພັກ, ຈຳແນກໄດ້ມິດສັດຕູຢ່າງຈະແຈ້ງ, ເຊິ່ງສະແດງອອກໃນຊຸມປີຜ່ານມາພະນັກງານ, ສະມາຊິກພັກມີແນວຄິດອຸ່ນອຽນທຸ່ນທ່ຽງ, ເອົາໃຈໃສ່ປະຕິບັດໜ້າທີ່
ວຽກງານວິຊາສະເພາະທີ່ພັກ-ລັດ, ການຈັດຕັ້ງມອບໝາຍ ໃຫ້ເປັນຢ່າງດີ, ໄດ້ເອົາໃຈໃສ່ປັບປຸງການຈັດຕັ້ງພັກ, ພະແນກການໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ມີແບບ
ແຜນນຳພາ-ບັນຊາທີ່ຖືກຕ້ອງຕາມຫຼັກການລວມສູນປະຊາທິປະໄຕຂອງພັກ ພ້ອມທັງເປັນເສນາທິການໃຫ້ແກ່ ຄະນະພັກກະຊວງປ້ອງກັນປະເທດ ກໍຄືຄະນະພັກກົມໃຫຍ່
ການເມືອງ ກອງທັບກຽ່ວກັບວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ. ເຊິ່ງໃນໄລຍະ 1 ປີ ຜ່ານມາ ໄດ້ເອົາໃຈໃສ່ຊຸກ ຍູ້ 19
ກອງປະຕິບັດງານທີ່ຂຶ້ນກັບຈຳນວນພົນ 436 ສະຫາຍ ກວມ ເອົາ 196 ບ້ານ, 24 ເມືອງ, 15 ແຂວງ ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ແລະ ກົມກອງຫັນລົງກໍ່
ສ້າງຮາກຖານ ການເມືອງຕາມ 4 ເນື້ອໃນ 4 ຄາດໝາຍທີ່ກົມ ການເມືອງສູນກາງພັກວາງອອກ ຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບ ໂດຍພື້ນຖານ ແລະ ໄດ້ຮັບ
ການພັດທະນາພື້ນຖານໂຄງລ່າງທີ່ຈຳເປັນສຳເລັດຕາມຄາດໝາຍທີ່ວາງໄວ້, ນອກນັ້ນກໍໄດ້ເອົາໃຈໃສ່ຊຸກຍູ້ກຳລັງຫຼວງ-ກຳລັງທ້ອງຖິ່ນ ເຮັດວຽກງານກໍ່ສ້າງຮາກຖານ
ແບບມູນເຊື້ອ, ມາຮອດປັດຈຸບັນມີ 2.075 ກົມກອງ, ແຮກສ່ຽວກັບອຳນາດການປົກຄອງໄດ້ 1.126 ບ້ານ, ຊຸກຍູ້ກຳລັງທ້ອງຖິ່ນເຮັດວຽກງານສ້າງຄອບຄົວ ແລະ ບ້ານ
ປ້ອງກັນຊາດເຂັ້ມແຂງຢ່າງກວ້າງຂວາງສ້າງໄດ້ 163.178 ຄອບຄົວ, ບ້ານປ້ອງກັນຊາດເຂັ້ມແຂງສ້າງໄດ້ 1.849 ບ້ານ. ວຽກງານປັບປຸງກໍ່ສ້າງພັກກໍຮັກສາ ໄດ້ນາມມະ
ຍົດໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ 8 ສະໄໝຕິດຕໍ່ກັນ, ວຽກງານນຳພາແກ້ໄຂຊີວິດການເປັນຢູ່ໄດ້ປຸກລະດົມຊຸກຍູ້ອ້າຍນ້ອງພາຍໃນໜ່ວຍພັກ ແລະ ບັນດາ
ກອງປະຕິບັດງານທຳການຜະລິດປູກຝັງ-ລ້ຽງ ສັດຕາມເງື່ອນໄຂທ່າແຮງບົ່ມຊ້ອນຕົວຈິງຂອງກົມກອງ ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ. ປັດຈຸບັນມີລ້ຽງງົວ 71 ໂຕ
ແລະ ແບ້ 50 ໂຕ, ໄດ້ສົມທົບກັບກອງປະຕິບັດງານ 204 ຮ່ວມທຶນໄຖນາ ແລະ ປັ່ນເຂົ້າ ເພື່ອທຳການຜະລິດຫາລາຍໄດ້ເຂົ້າກົມກອງ ສາມາດຜະລິດເຂົ້າໄດ້ 5.852 ໂຕນ.

     ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ບົວໄລ ພົມມະວົງ ກໍໄດ້ມີຄຳເຫັນພ້ອມທັງເນັ້ນໜັກ ບາງບັນຫາທີ່ສຳຄັນຄື: ຈົ່ງພ້ອມກັນສືບຕໍ່ເພີ່ມທະວີສຶກສາອົບຮົມ ການ
ເມືອງແນວຄິດເປັນກົກໃຫ້ພະນັກງານສະມາຊິກພັກ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ-ກົດໝາຍຂອງ
ລັດ, ໜ້າທີ່ການເມືອງຂອງກົມກອງ, ປັບປຸງການຈັດຕັ້ງ, ສ້າງພະນັກງານສືບທອດ ປ່ຽນແທນ, ມີຄວາມຕັ້ງໜ້າຫ້າວຫັນໃນການປະຕິບັດມະຕິຄຳສັ່ງ ກໍຄືໜ້າທີ່ວຽກງານ
ທີ່ໄດ້ຮັບມອບໝາຍ, ຕ້ອງມີຄວາມອົດທົນຜ່ານຜ່າຄວາມຫຍຸ້ງຍາກ ຍອມເສຍສະຫຼະຜົນປະໂຫຍດສ່ວນຕົວ ເພື່ອຜົນປະໂຫຍດສ່ວນລວມ ເຮັດໜ້າທີ່ວຽກງານດ້ວຍ
ຄວາມຮັບຜິດຊອບສູງ, ສຸມໃສ່ສືບຕໍ່ລົງກວດກາໃກ້ຊິດຕິດແທດບັນດາກອງປະຕິບັດງານກຳລັງຫຼວງ-ກຳລັງທ້ອງຖິ່ນ ນຳພາຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການ
ເມືອງ ໃຫ້ໜັກແໜ້ນ ເຂັ້ມແຂງ ສາມາດເປັນເສນາທິການໃຫ້ແກ່ ຄະນະພັກກະຊວງປ້ອງກັນປະເທດ ກໍຄືຄະນະພັກ ກົມໃຫຍ່ການເມືອງກອງທັບ ກ່ຽວກັບວຽກງານກໍ່ສ້າງ
ຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ. ຖືເອົາວຽກງານດັ່ງກ່າວນີ້ເປັນວຽກງານໃຈກາງຂອງກົມກອງ, ສືບຕໍ່ປັບປຸງກໍ່ສ້າງໜ່ວຍພັກ, ສ້າງສະ
ມາຊິກພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ເພີ່ມຂຶ້ນທາງດ້ານຈຳນວນ ແລະ ຄຸນນະພາບ.