ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ
ຕ້ອນຮັບທູດປ້ອງກັນຊາດ ອົດສະຕຣາລີ ປະຈໍາ ສສ ຫວຽດນາມ


     ວັນທີ 4 ທັນວາ 2019 ນີ້, ຢູ່ທີ່ ກະຊວງປ້ອງກັນປະເທດ, ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ
ຂອງ ທ່ານ ພັນເອກ ນາງ ເນລໍລີ ແມັກດໍໂນ ທູດປ້ອງກັນຊາດອົດສະຕຣາລີ ປະຈໍາ ສສ ຫວຽດນາມ ວ່າການ ສປປ ລາວ ຜູ້ເກົ່າ, ໃນໂອກາດທີ່ ທ່ານໄດ້ສໍາເລັດໜ້າທີ່ວ່າ
ການຢູ່ ສປປ ລາວ ພ້ອມທັງສະເໜີໂຕ ທ່ານ ພັນເອກ ພຼໍ ຟໍລໍາ ທູດປ້ອງກັນຊາດ ອົດສະ ຕຣາລີ ປະຈໍາ ສສ ຫວຽດນາມ ວ່າການ ສປປ ລາວ ຜູ້ໃໝ່.

     ທ່ານ ພົນຕີ ອ່ອນສີ ແສນສຸກ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຂອບໃຈຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານ ຢູ່ ສປປ ລາວ ຕະ
ຫຼອດໄລຍະ 3 ປີທີ່ຜ່ານມາ, ເຊິ່ງການປະຕິບັດໜ້າທີ່ການທູດດັ່ງກ່າວ ເປັນບາດກ້າວໜຶ່ງທີ່ສໍາຄັນໃນການຮ່ວມມືຂອງສອງປະເທດ, ກໍຄືສອງກອງທັບ ລາວ-ອົດສະຕຼາ
ລີ, ທັງເປັນການປະກອບສ່ວນຮັດແໜ້ນສາຍພົວພັນທີ່ດີມີມູນເຊື້ອມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ.

     ໂອກາດດັ່ງກ່າວ ທ່ານ ພັນເອກ ນາງ ເນລໍລີ ແມັກດໍໂນ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດລາວ ທີ່ໃຫ້ການຕ້ອນຮັບຢ່າງ
ອົບອຸ່ນ ພ້ອມທັງໃຫ້ສັນຍາວ່າຈະສືບຕໍ່ຮັດ ແໜ້ນສາຍພົວພັນການຮ່ວມມືລະຫວ່າງລາວ-ອົດສະຕຼາລີ ໃຫ້ນັບມື້ຂະຫຍາຍຕົວ ໂດຍສະເພາະແມ່ນການພົວພັນຊ່ວຍເຫຼືອ
ເຊິ່ງ ກັນ ແລະ ກັນໃນດ້ານຕ່າງໆ, ໃນວັນດຽວກັນນີ້, ທ່ານ ພັນເອກ ນາງ ເນລໍລີ ແມັກດໍໂນ ກໍໄດ້ ເຂົ້າຢ້ຽມອໍາລາ ທ່ານ ພົນຈັດ ຕະວາ ແກ່ນຈັນ ນັນທະລັງສີ ຫົວໜ້າ
ກົມພົວຕ່າງປະເທດ ຢູ່ທີ່ກົມພົວ ພັນຕ່າງປະເທດອີກດ້ວຍ.