ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບໍລິສັດດວງຜາສຸກ ກໍ່ສ້າງເຄຫາສະຖານຈຳກັດ ອວຍພອນ ກົມ ວສ-ປສ ການທະຫານ


ບໍລິສັດດວງຜາສຸກ ກໍ່ສ້າງເຄຫາສະຖານຈຳກັດ ອວຍພອນ ກົມ ວສ-ປສ ການທະຫານ

     ວັນທີ 27 ພະຈິກ 2018 ນີ້, ບໍລິສັດດວງຜາສຸກ ກໍ່ສ້າງເຄຫາສະຖານຈຳກັດ ເຊິ່ງນຳໂດຍ ທ່ານ ຄຳຫຼ້າ ດວງຜາສຸກ ປະທານບໍລິສັດ ພ້ອມດ້ວຍຄະນະ ໄດ້ນຳເອົາກະ
ຕ່າດອກໄມ້, ກະຕ່າຂອງຂວັນ ພ້ອມດ້ວຍຊຸດກີລາ ແລະ ອຸປະກອນກີລາບານສົ່ງ, ກີລາເປຕັງ ລວມມູນຄ່າ 10.500.000 ກີບ ມາມອບ ແລະ ອວຍພອນກົມວິ ທະຍາ
ສາດ-ປະຫວັດສາດ ການທະຫານ ເນື່ອງໃນໂອກາດສ້າງຂະບວນການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ ໂດຍການກ່າວຮັບຂອງ ທ່ານ ພົນຈັດ
ຕະວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມ ວສ-ປສ ການທະຫານ ພ້ອມຄະນະ.

     ໃນໂອກາດນີ້, ທ່ານ ຄຳຫຼ້າ ດວງຜາສຸກ ກໍໄດ້ກ່າວວ່າ: ເນື່ອງໃນໂອກາດຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 43 ປີ, ວັນສ້າງຕັ້ງ
ເມືອງວຽງໄຊ ຖານທີ່ໝັ້ນຂອງການປະຕິວັດຄົບຮອບ 50 ປີ ແລະ ວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ ທີ່ຈະມາເຖິງ ເຊິ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນທາງດ້ານ
ປະຫວັດສາດ ໃນນາມບໍລິສັດພວກເຮົາທີ່ເຄີຍພົວພັນຮ່ວມມືວຽກງານປະຫວັດສາດມູນເຊື້ອ ຕະຫຼອດມາ, ຂໍອວຍພອນໃຫ້ຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກ
ງານ-ນັກຮົບທຸກສະຫາຍມີສຸຂະພາບແຂງແຮງ, ພ້ອມກັນເຮັດສຳເລັດໜ້າທີ່ວຽກງານຕາມທີ່ພັກ-ລັດມອບໝາຍໃຫ້ດ້ວຍໝາກຜົນອັນສູງ.

     ໂອກາດນີ້, ທ່ານ ພົນຈັດຕະວາ ວຽງໄຊ ສົມວິຈິດ ກໍໄດ້ມອບໃບຈາລຶກບຸນຄຸນ ແລະ ສະແດງຄວາມຂອບອົກຂອບໃຈນຳບໍລິສັດດັ່ງກ່າວເຫັນໄດ້ວັນທີ່ມີຄວາມໝາຍ
ຄວາມສຳຄັນທາງປະຫວັດສາດ ແລະ ຄວາມສຳຄັນຂອງກົມກອງເຊິ່ງໄດ້ມາອວຍພອນ ແລະ ນຳເອົາເຄື່ອງມາມອບໃຫ້ໃນຄັ້ງນີ້ ພ້ອມທັງເປັນການປະກອບສ່ວນເຂົ້າໃນຂະ
ບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ ຢູ່ກົມພວກເຮົາໃຫ້ເປັນຂະບວນການຟົດຟື້ນ.