ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນຕີ ອ່ອນສີ ແສນສຸກ ຕ້ອນຮັບຜູ້ຊ່ວຍທູດຝ່າຍທະຫານອາກາດ ແຫ່ງ ຣາຊະອານາຈັກໄທ

     ໃນຕອນເຊົ້າຂອງວັນທີ 4 ຕຸລາ 2017 ນີ້, ຢູ່ທີ່ຫ້ອງຮັບແຂກກະຊວງປ້ອງກັນປະເທດ ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງ
ກັນປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາວາ ອາກາດເອກ ວໍລະກິດ ມຸກສີ ຜູ້ຊ່ວຍທູດຝ່າຍທະຫານອາກາດສະຖານເອກອັກຄະຣາຊະທູດ
ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ຄົນເກົ່າ ແລະ ທ່ານ ນາວາ ອາກາດເອກ ກິດຕິພົງ ແກ້ວຖາ ຜູ້ຊ່ວຍທູດຝ່າຍທະຫານອາກາດ ຄົນໃໝ່.


ພົນຕີ ອ່ອນສີ ແສນສຸກ ຕ້ອນຮັບຜູ້ຊ່ວຍທູດຝ່າຍທະຫານອາກາດ ແຫ່ງ ຣາຊະອານາຈັກໄທ

     ໃນໂອກາດນີ້ ທ່ານ ພົນຕີ ອ່ອນສີ ແສນສຸກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການປະຕິບັດໜ້າທີ່ຂອງ ທ່ານ ວໍລະກິດ ມຸກສີ ໃນໄລຍະເວລາ 3 ປີຢູ່
ສປປ ລາວ ອັນໄດ້ປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນຖານບ້ານໃກ້ເຮືອນຄຽງລະຫວ່າງ ລາວ-ໄທ ທີ່ມີວັດທະນະທຳ ແລະ ພາສາປາກເວົ້າຄ້າຍ
ຄືກັນ, ປະຊາຊົນທັງສອງປະເທດກໍໄດ້ໄປມາຫາສູ່ກັນ ເພື່ອທຳມາຄ້າຂາຍຕາມນະໂຍບາຍຂອງລັດຖະບານ ໂດຍສະເພາະແມ່ນ ປະຊາຊົນບັນດາແຂວງທີ່ມີ
ຊາຍແດນຮ່ວມ.

     ພ້ອມນັ້ນທ່ານຮອງລັດຖະມົນຕີ ໄດ້ອວຍພອນໃຫ້ທ່ານທູດປະສົບຜົນສຳເລັດໃນວຽກງານໃໝ່ຂອງທ່ານ.

     ໃນເວລາຕໍ່ມາ ທ່ານ ນາວາ ອາກາດເອກ ວໍລະກິດ ມຸກສີ ກໍໄດ້ເຂົ້າພົບ ທ່ານ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ ຫົວໜ້າກົມພົວພັນຕ່າງປະເທດ
ກະຊວງປ້ອງກັນປະເທດ ແລະ ພົບປະກັບ ພັນເອກ ພັນທະມິດ ວໍລະມຸດ ຫົວໜ້າກົມທະຫານອາກາດກອງທັບປະຊາຊົນລາວ. ໂດຍການພົບປະກັນຄັ້ງນີ້ທັງ
ສອງຝ່າຍໄດ້ແລກ ປ່ຽນບາງບົດຮຽນຮ່ວມກັນທີ່ຜ່ານການປະຕິບັດວຽກງານໃນໄລຍະຜ່ານມາ ພ້ອມທັງວາງແຜນການວຽກງານຮ່ວມກັນໃນຕໍ່ໜ້າ ເພື່ອ
ເສີມສ້າງຄວາມສາມັກຄີລະຫວ່າງສອງປະເທດ, ສອງກອງທັບ ກໍຄືສອງທະຫານອາກາດ ລາວ-ໄທ ໃຫ້ດີຂຶ້ນກວ່າເກົ່າ.

     ໃນຕອນທ້າຍຂອງການເຂົ້າຢ້ຽມຂໍ່ານັບ ທ່ານ ນາວາ ອາກາດເອກ ວໍລະກິດ ມຸກສີ ໄດ້ກ່າວສະແດງຄວາມຂອບໃຈທີ່ກອງທັບປະຊາຊົນລາວໄດ້ຊ່ວຍ
ເຫຼືອ ແລະ ສະໜັບສະໜູນການເຮັດວຽກຕະຫຼອດໄລຍະເວລາ 3 ປີທີ່ປະຕິບັດໜ້າທີ່ຢູ່ ສປປ ລາວ.