ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງ ປະຈຳໄຕມາດ III

     ກອງປະຊຸມສ່ອງແສງລາຍງານວຽກງານພັກ-ວຽກງານການເມືອງປະຈຳໄຕມາດ III ເຊິ່ງໄດ້ຈັດຂຶ້ນໃນວັນ ທີ 28 ກັນຍາ 2016, ຢູ່ທີ່ຫ້ອງຮັບແຂກ
ກອງ “ຂ 497” ໂດຍການເປັນປະທານຂອງສະຫາຍ ພົນຕີ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວ
ຫນ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາກອງ “ຂ 497”, ກອງບັນຊາການທະຫານແຂວງໄຊສົມບູນ, ວິທະຍາຄານພະລາທິການ, ວິ
ທະຍາຄານກົມມະດຳ, ກອງ “ຂ 941”, ກອງບັນຊາການທະຫານແຂວງວຽງຈັນ, ກອງ “ກ 1”, ກົມໃຫຍ່ ເຕັກນິກ ແລະວິຊາການຈາກ 4 ກົມໃຫຍ່ເຂົ້າ
ຮ່ວມ.

                                 
                                                  ພົນຕີ ວິໄລ ຫຼ້າຄຳຟອງ ເປັນປະທານກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງປະຈຳໄຕມາດ III

     ໂອກາດນີ້ ຄະນະພັກ-ຄະນະບັນຊາແຕ່ລະກົມກອງ ໄດ້ຂຶ້ນຜ່ານບົດລາຍງານການເມືອງກ່ຽວກັບສະພາບການຕ່າງໆຢູ່ໃນຂອບເຂດຮັບຜິດຊອບຂອງ
ແຕ່ລະກົມກອງຂອງຕົນ, ໃນການຈັດຕັ້ງປະຕິບັດວຽກງານພັກ-ວຽກງານການເມືອງ ເຊິ່ງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ບັນດາພະນັກ
ງານ-ນັກຮົບເປັນປະຈຳ ໂດຍໄດ້ຫັນເອົາກຳລັງລົງກໍ່ສ້າງຮາກຖານຕິດຕາມ ເພື່ອກຳແຫນ້ນສະພາບການທີ່ເກີດຂຶ້ນໃນຂອບເຂດຄວາມຮັບຜິດຊອບສາມາດ
ແກ້ໄຂ ແລະສະກັດກັ້ນບັນດາປາກົດການຫຍໍ້ທໍ້ໃນສັງຄົມຢູ່ຂອບເຂດກົມກອງ ຮັບຜິດຊອບໄດ້ໂດຍພື້ນຖານ ພ້ອມກັນນັ້ນກໍໄດ້ສຸມໃສ່ໃນການປັບປຸງກຳ
ລັງ, ປັບປຸງກົມກອງໃຫ້ເຂັ້ມແຂງທາງດ້ານປະລິມານ ແລະຄຸນະພາບໂດຍປິ່ນອ້ອມ 4 ແຜນງານໃຫຍ່ 26 ໂຄງການທີ່ຄະນະພັກກະຊວງປ້ອງກັນປະເທດ
ວາງອອກໃຫ້ ຫນັກແຫນ້ນຂຶ້ນເປັນກ້າວໆ.

     ສະຫາຍ ພົນຕີ ວິໄລ ຫຼ້າຄຳຟອງ ໄດ້ໂອ້ລົມ ແລະໃຫ້ຄຳຄິດເຫັນຕໍ່ກອງປະຊຸມ ໂດຍທ່ານໄດ້ເໜັ້ນຫນັກໃຫ້ຄະນະພັກ-ຄະນະບັນຊາ, ບັນດາກົມກອງ
ທຸກພາກສ່ວນໃນກຳລັງປະກອບອາວຸດ ຈົ່ງພ້ອມກັນສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ນັກຮົບເປັນຫລັກ ແລະພ້ອມກັນເຕົ້າໂຮມ
ຄວາມສາມັກຄີພາຍໃນໃຫ້ເປັນປຶກແຜນ, ຕິດຕາມ ແລະແກ້ໄຂສະພາບການທີ່ເກີດຂຶ້ນໃຫ້ທ່ວງທັນເວລາ ໂດຍຫັນເອົາກຳລັງລົງກໍ່ສ້າງຮາກຖານ ເພື່ອຮັບ
ປະກັນຄວາມສະຫງົບປອດໄພໃນຂອບເຂດກົມກອງຮັບຜິດຊອບໃຫ້ໄດ້ຕາມຄາດຫມາຍ 100%.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012