ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຜູ້ແທນນາຍທະຫານໜຸ່ມກອງທັບປະຊາຊົນຫວຽດນາມ
ຢ້ຽມຢາມກອງບັນຊາການທະຫານແຂວງຄຳມ່ວນ

     ວັນທີ 29-30 ກັນຍາ 2016 ນີ້, ຄະນະຜູ້ແທນນາຍທະຫານໜຸ່ມກະຊວງປ້ອງກັນປະເທດ ແຫ່ງສາທາ ລະນະລັດສັງຄົມນິຍົມຫວຽດນາມ. ນຳໂດຍ
ສະຫາຍ ພັນເອກ ດິງກວກຮຸ່ງ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມ ຢາມກອງບັນຊາການທະຫານແຂວງຄຳມ່ວນ ເພື່ອແລກປ່ຽນບົດຮຽນ ແລະທ່ຽວ
ຊົມສະຖານທີ່ຕ່າງໆທາງດ້ານມູນ ເຊື້ອປະຫວັດສາດ ແລະວັດທະນະທໍາຂອງແຂວງ.

     ພິທີຕ້ອນຮັບຄະນະຜູ້ແທນດັ່ງກ່າວແມ່ນໄດ້ຈັດຂຶ້ນຢູ່ທີ່ກອງບັນຊາການທະຫານແຂວງຄຳມ່ວນ ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ສົມແຄນ
ອັບປະສອນ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການ ເມືອງກອງບັນຊາການທະຫານແຂວງຄຳມ່ວນ, ມີຄະນະພັກ-ຄະນະບັນຊາ, ອົງການ 5
ຫ້ອງ, ພະແນກການໄດ້ໃຫ້ການເຂົ້າຮ່ວມ.

                                 
                                                                 ພັນເອກ ດິງກວກຮຸ່ງ ພ້ອມດ້ວຍຄະນະໄດ້ເດີນທາງມາຢ້ຽມຢາມກອງບັນຊາການທະຫານແຂວງຄຳມ່ວນ

     ໂອກາດທີ່ເດີນທາງມາຢ້ຽມຢາມ ແລະແລກປ່ຽນບົດຮຽນຄັ້ງນີ້, ຄະນະຜູ້ແທນກໍໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວ ແລະການກຳເນີດ
ເຕີບໃຫ່ຍຂະຫຍາຍຕົວຂອງກອງບັນຊາການທະຫານແຂວງ, ໂດຍສະເພາະແມ່ນການຮ່ວມມືກັບເພື່ອນມິດຫວຽດນາມ, ລະຫວ່າງ 2 ກອງບັນຊາການ
ທະຫານແຂວງຄຳມ່ວນ-ກວາງບິງ ທີ່ໄດ້ຮັບການເພີ່ມພູນຄູນສ້າງ ແລະສາມັກຄີແບບພິເສດ ເຊິ່ງສະແດງອອກໃນການຮ່ວມມືຮອບດ້ານ ແລະຢ້ຽມຢາມ
ແລກປ່ຽນບົດຮຽນ, ການຊ່ວຍເຫຼືອເຊິ່ງກັນ ແລະກັນ. ຈາກນັ້ນຄະນະຜູ້ແທນນາຍທະຫານໜຸ່ມກອງທັບປະຊາຊົນຫວຽດນາມ ແລະຊາວໜຸ່ມກອງບັນ
ຊາການທະຫານແຂວງຄຳມ່ວນ ໄດ້ແຂ່ງຂັນກິລາບານສົ່ງມິດຕະພາບເພື່ອຫັດແໜ້ນຄວາມສາມັກຄີ ເຊິ່ງບັນຍາກາດຂອງການແຂ່ງຂັນແມ່ນເຕັມໄປ
ດ້ວຍໄມຕີຈິດມິດຕະພາບ ແລະເບີກບານມ່ວນຊື່ນ, ພ້ອມນີ້ຄະນະກໍໄດ້ເດີນທາງໄປຢ້ຽມຊົມອານຸສອນສະຖານ ປະທານໂຮ່ຈີມິນ ທີ່ບ້ານຊຽງຫວາງ,
ທ່ຽວຊົມອະນຸສອນສະເດັດເຈົ້າສຸພານຸວົງ ແລ້ວເດີນທາງກັບນະຄອນຫຼວງວຽງຈັນ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012