ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ- ປສ ຈັດຕັ້ງທາບທາມບຸກຄະລາກອນ ເຂົ້າ​ເປັນຄະນະພັກຮາກຖານທີ 4 ຮອບທີ 1


ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວສ-ປສການທະຫານ ເປັນປະທານ

     ວັນທີ 4 ກັນຍາ 2019 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດຕັ້ງທາບທາມຄັດເລືອກເອົາບຸກຄະລາກອນເຂົ້າ​ເປັນຄະນະພັກຮາກຖານຊຸດ ທີ 4
ຮອບທີ 1 ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ເລຂາ ຄະນະພັກຮາກຖານ ຫົວໜ້າກົມ ວສ-ປສ ການທະຫານ, ມີຄະນະພັກ-ຄະ
ນະກົມ, ພະແນກ, ພະນັກງານ-ສະມາຊິກພັກສົມບູນ ແລະ ສຳຮອງເຂົ້າຮ່ວມ.

     ໃນພິທີສະຫາຍພັນເອກ ວິຊຽນ ສີສະອາດ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າກົມ ວສ- ປສ ການທະຫານ ໄດ້ຂຶ້ນຜ່ານເງື່ອນໄຂມາດຖານຜູ້ທີ່ຈະສະໝັກ ເຂົ້າ
​ເປັນ ຄະນະພັກຮາກຖານຊຸດໃໝ່, ຕາມມາດຖານຂອງພັກວາງອອກ ໃນນີ້ຈະຕ້ອງມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີແບບແຜນວິທີເຮັດ
ວຽກທີ່ມີວິທະຍາສາດ, ມີສຸຂະພາບແຂງແຮງກ້າຄິດກ້າຕັດສິນໃຈໃນສິ່ງທີ່ຖືກຕ້ອງບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ໂດຍຖືເອົາ 5 ຫຼັກການ 3 ທິດນຳຂອງ
ພັກ ເປັນໄມ້ຫຼາວັດແທກຄຸນທາດການເມືອງຂອງຕົນມາຈັດຕັ້ງຜັນຂະຫຍາຍສ້າງຂະບວນການຕ່າງໆພາຍໃນກົມກອງ ໃຫ້ເປັນຂະບວນການຟົດຟື້ນກວ້າງຂວາງ ເຮັດ
ວຽກວິຊາສະເພາະມີຄວາມຮັບປະກັນດີ ຕິດພັນກັບວຽກງານສຶກສາອົບຮົມການເມືອງນຳພາແນວຄິດເປັນປົກກະຕິ ມີການສະຫຼຸບຖອດຖອນບົດຮຽນສຳຫຼວດຕີລາຄາບັນ
ດາຮາກຖານພັກ, ໜ່ວຍພັກ ສະເໜີ ຂັ້ນເທິງຍ້ອງຍໍໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ສຳເລັດ ໂດຍພື້ນຖານ, ໂອກາດດັ່ງກ່າວກໍ ໄດ້ປ່ອນບັດທາບທາມ, ເຊິ່ງ
ຄະນະ ຈັດຕັ້ງກອງປະຊຸມໄດ້ລາຍງານຈຳນວນຜູ້ລົງສະໝັກຕົວຈິງມີ 23 ສະຫາຍ ໃນຈຳນວນສະມາຊິກພັກ ພາຍໃນກົມກອງທັງໝົດ 125 ສະຫາຍ, ໃນນີ້ມີສະມາຊິກ
ພັກສົມ ບູນ 107 ສະຫາຍ ສຳຮອງ 18 ສະຫາຍ, ໃນນັ້ນໃຫ້ເລືອກເອົາ 14 ສະຫາຍ ຂີດອອກ 9 ສະຫາຍ ເພື່ອຄັດເລືອກໃນຮອບຕໍ່ໄປ ໃນການຈັດຕັ້ງປະຕິບັດກອງປະ
ຊຸມໃຫຍ່ຄັ້ງທີ IV ຂອງຕົນທີ່ຈະມາເຖິງນີ້ໃຫ້ມີຄວາມຮັບປະກັນດີ.

     ສະຫາຍ ປະທານກອງປະຊຸມ ຍັງໄດ້ຮຽກຮ້ອງໃຫ້ສະມາຊິກພັກ ຈົ່ງຍົກສູງຄຸນທາດການເມືອງ ຂອງຕົນໃຫ້ສູງຂຶ້ນ ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານວິຊາສະເພາະ
ແລະ ວຽກຂະບວນການໃຫ້ຟົດຟື້ນ ເພື່ອເຮັດໃຫ້ການຄັດເລືອກເອົາບຸກຄະລາກອນ ທີ່ຕົນເອງເຫັນວ່າມີຄວາມສາມາດນຳພາກົມກອງກ້າວຂຶ້ນຕາມແບບແຜນ ແລະ ທັນ
ສະໄໝບົນ ພື້ນຖານຖືເອົາ 5 ຫຼັກການ 3 ທິດນຳຂອງພັກ ເພື່ອສ້າງໃຫ້ກົມກອງກາຍເປັນກອງປອດໃສ ເຂັ້ມແຂງ ໜັກແໜ້ນ, ກອງວັດທະນະທຳ-ນັກຮົບວັດທະນະທຳ.