ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດແຕ່ງຕັ້ງຫົວໜ້າການເມືອງກອງພັນໃຫຍ່ 11 ຜູ້ໃໝ່


ພົນໂທ ປອ ທອງລອຍ ສິລິວົງ ເປັນປະທານພິທີປະກາດແຕ່ງຕັ້ງຫົວໜ້າການເມືອງກອງພັນໃຫຍ່ 11 ຜູ້ໃໝ່ ຢູ່ກອງພັນໃຫຍ່ 11

     ທ້າຍເດືອນກໍລະກົດນີ້, ກອງພັນໃຫຍ່ 11 ໄດ້ຈັດພິທີປະກາດແຕ່ງຕັ້ງຫົວໜ້າການເມືອງກອງພັນໃຫຍ່ 11 ຜູ້ໃໝ່ ໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ພົນ
ໂທ ປອ ທອງລອຍ ສິລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາແຂກຈາກ ພາກສ່ວນທີ່
ກ່ຽວຂ້ອງ ພ້ອມດ້ວຍຄະນະພັກ-ຄະນະບັນຊາຕະຫຼອດຮອດພະນັກງານຫຼັກແຫຼ່ງພາຍໃນກົມກອງເຂົ້າຮ່ວມ.

     ໃນພິທີ ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ຫົວໜ້າກົມພະນັກງານກົມໃຫຍ່ການເມືອງກອງທັບ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງເລກທີ 2402/ກປທ ວ່າດ້ວຍການອານຸ
ມັດໃຫ້ນາຍທະຫານຢູ່ກອງພັນໃຫຍ່ 11 ພັກການເພື່ອກຽມຮັບເບ້ຍບຳນານ ແລະ ຖືກແຕ່ງຕັ້ງມອບໝາຍໜ້າທີ່ໃໝ່ໃນຄັ້ງນີ້ ອີງຕາມກົດໝາຍນາຍທະຫານກອງ ທັບປະ
ຊາຊົນລາວ (ສະບັບປັບປຸງ) ພາກທີ III ໝວດທີ 01 ມາດຕາ 33 ວ່າດ້ວຍອາຍຸກະສຽນຮັບເບ້ຍບຳນານຂອງນາຍທະຫານ ກະຊວງປ້ອງກັນປະເທດ ຕົກລົງໃຫ້ສະຫາຍ
ພັນເອກ ບຸນສົງ ພິມມະວົງ ຫົວໜ້າການເມືອງກອງພັນໃຫຍ່ 11 ພັກການ ເພື່ອກຽມຮັບເບ້ຍບຳນານ, ຂໍ້ຕົກລົງເລກທີ 2401/ກປທ ວ່າດ້ວຍການແຕ່ງຕັ້ງຫົວໜ້າການ
ເມືອງກອງພັນໃຫຍ່ 11 ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ພາກທີ II ໝວດທີ 04 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງຍົກຍ້າຍນາຍ
ທະຫານອີງຕາມທິດທາງປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ
ແລະ ພັດທະນາປະເທດຊາດ ອີງຕາມການຄົ້ນຄວ້າຕົກລົງເຫັນດີຂອງກອງປະຊຸມຄະນະປະ ຈຳພັກກະຊວງປ້ອງກັນປະເທດ, ອີງຕາມການສະເໜີຂອງກົມໃຫຍ່ການເມືອງ
ກອງທັບ ກະຊວງປ້ອງກັນປະເທດ ເລກທີ 2401/ກປທມາດຕາ 01 ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ພອນມີໄຊ ສີວົງຊຳ ເປັນຫົວໜ້າການເມືອງກອງພັນໃຫຍ່ 11, ແຕ່ງ
ຕັ້ງສະຫາຍ ພັນໂທ ຄຳສາຍ ມົນດວງສິງ ເປັນຮອງຫົວໜ້າການເມືອງ-ທັງເປັນຫົວໜ້າພະແນກການເມືອງ, ແຕ່ງຕັ້ງສະຫາຍ ພັນໂທ ສາຍທອງ ອຸ່ນລາສີ ເປັນຫົວໜ້າພະ
ແນກຫ້ອງການບໍລິຫານ-ສັງລວມກອງພັນໃຫຍ່11.

     ໂອກາດນີ້, ສະຫາຍ ປອ ພົນໂທ ທອງລອຍ ສິລິວົງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະພັກ-ຄະນະບັນຊາເຄື່ອນໄຫວວຽກງານຕະຫຼອດໃນໄລຍະ
ຜ່ານມາທີ່ໄດ້ປະກອບສ່ວນສຳຄັນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເວົ້າລວມ ເວົ້າສະເພາະກໍຄືກົມກອງມີບາດກ້າວທີ່ພົນເດັ່ນໃນຫຼາຍດ້ານ
ເປັນຕົ້ນດ້ານວຽກງານພັກ-ວຽກງານການເມືອງ ແລະ ວຽກງານແນວຄິດປຸກລະດົມຂົນຂວາຍຊຸກຍູ້ພະນັກງານສະມະຊິກພັກ-ນັກຮົບໃຫ້ເຂົ້າໃຈແຈ້ງຕໍ່ແນວທາງນະໂຍ
ບາຍການປ່ຽນແປງໃໝ່ຂອງ ພັກ-ລັດ ຢ່າງ ຮອບດ້ານ, ພ້ອມທັງເນັ້ນໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ໃນຄັ້ງນີ້ຈົ່ງເພີ່ມທະວີເອົາໃຈໃສ່ຈັດຕັ້ງຊີ້ນຳ-ນຳພາບັນຊາກົມກອງຢ່າງຕັ້ງ
ໜ້າ ສຸມທຸກສະຕິປັນຍາເຫື່ອແຮງເຂົ້າໃນໜ້າທີ່ການເມືອງປະສານສົມທົບກັນໃນການປະຕິບັດວຽກງານຂອງກົມກອງເປັນເຈົ້າການປຸກລະດົມຂົນຂວາຍພະນັກງານ-ນັກ
ຮົບໃຫ້ມີແນວຄິດໜັກແໜ້ນເຂັ້ມແຂງທາງດ້ານການຈັດຕັ້ງ, ເຄື່ອນໄຫວຕາມພາລະບົດບາດຂອງຕົນ, ໄປຄຽງຄູ່ກັນນັ້ນກໍຕ້ອງມີແບບແຜນວິທີເຮັດວຽກທີ່ມີວິທະຍາ
ສາດເຕົ້າໂຮມຄວາມສາມັກຄີພາຍໃນ-ພາຍນອກໃຫ້ເປັນປຶກແຜ່ນແໜ້ນໜາ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານກ້າເຮັດກ້າຕັດສິນໃຈ ແລະ ກ້າຮັບຜິດຊອບບົນ
ພື້ນຖານຄວາມຖືກຕ້ອງເຮັດວຽກເປັນໝູ່ຄະນະ, ບຸກຄົນຮັບຜິດຊອບລວມສູນປະຊາທິປະໄຕ ແລະ ກົງໄປກົງມາເອົາໃຈໃສ່ຫັນເອົາກຳລັງກໍ່ສ້າງຮາກ ຖານການເມືອງຂອບ
ເຂດກົມກອງຮັບຜິດຊອບ ແລະ ກໍ່ສ້າງພັກ-ພະນັກງານໃຫ້ຖືກຕາມທິດນຳຂອງຂັ້ນເທິງຢ່າງຮອບດ້ານ ເພື່ອພ້ອມກັນນຳພາກົມກອງຂອງຕົນກ້າວຂຶ້ນຕາມແບບແຜນ ແລະ
ທັນສະໄໝ.