ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການແຕ່ງຕັ້ງບັນດາຜູ້ອຳນວຍການຫົວໜ່ວຍທຸລະກິດທີ່ຂຶ້ນກັບລັດວິສາຫະກິດລາວ
ເດີນອາກາດ ແລະ ຮອງຫົວໜ້າກົມຄົ້ນຄວ້າສັງລວມຫ້ອງວ່າການກະຊວງປ້ອງກັນປະເທດ


ພົນຕີ ຄໍາສີ ວົງຄໍາຊາວ ເປັນປະທານພິທີປະກາດການແຕ່ງຕັ້ງບັນດາຜູ້ອຳນວຍການຫົວໜ່ວຍທຸລະກິດ
ທີ່ຂຶ້ນກັບລັດວິສາຫະກິດລາວເດີນອາກາດແລະຮອງກົມຄົ້ນຄວ້າສັງລວມຫ້ອງວ່າການກະຊວງປ້ອງກັນປະເທດ

     ວັນທີ 4 ກໍລະກົດ 2019 ນີ້, ທີ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ, ໄດ້ມີພິທີປະກາດ ການແຕ່ງຕັ້ງບັນດາຜູ້ອຳນວຍການຫົວໜ່ວຍທຸລະກິດທີ່ຂຶ້ນ
ກັບລັດວິສາຫະກິດລາວເດີນອາກາດ ແລະ ຮອງກົມຄົ້ນຄວ້າສັງລວມຫ້ອງວ່າການກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄໍາສີ ວົງຄໍາຊາວ
ກຳມະການປະຈໍາພັກກະຊວງປ້ອງກັນປະເທດ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີບັນດາຫົວໜ້າກົມ-ຮອງກົມທີ່ມາຈາກກົມພົວພັນຕ່າງປະເທດ, ກົມກົດ
ໝາຍ, ກົມເສດຖະກິດ, ກົມຮັກສາສຸຂະພາບ ສູນກາງ, ຫ້ອງການເມືອງ, ຫ້ອງການບໍລິຫານ, ພະນັກງານບໍລິສັດວິສາຫະກິດລາວເດີນອາກາດ ແລະ ພາກສ່ວນກ່ຽວຂ້ອງ
ເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນເອກ ອິນໂທ ທໍາມະນີລາ ຮອງຫົວໜ້າຫ້ອງການເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງບັນດາຜູ້ອໍານວຍການຂອງຫົວໜ່ວຍທຸລະກິດທີ່
ຂຶ້ນກັບບໍລິສັດລັດວິສາຫະກິດລາວເດີນອາກາດ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກົມຄົ້ນຄວ້າສັງລວມຫ້ອງວ່າການກະຊວງປ້ອງກັນປະເທດ. ກະຊວງປ້ອງ
ກັນປະເທດຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ບົວຈັນ ສູນນະລາດ ເປັນຜູ້ອໍານວຍການບໍລິຫານທົ່ວໄປ, ສະຫາຍ ພັນໂທ ປັນທະວີ ສີສົງຄາມ ເປັນຜູ້ອໍານວຍການ ການຄ້າ,
ສະຫາຍ ພັນໂທ ອ່ອນຕາ ພົມປັນຍາ ເປັນຜູ້ອໍານວຍການອຸດສາຫະກໍາການບິນລາວສະກາຍເວ, ສະຫາຍ ພັນໂທ ພິລາວົງ ມະໂນລາ ເປັນຜູ້ອໍານວຍການໂຮງແຮມລາວສະ
ກາຍເວ ແລະ ສະຫາຍ ພັນໂທ ສະເຫຼີມ ຄໍາແພງວົງ ເປັນຜູ້ອໍານວຍການບໍລິສັດທ່ອງທ່ຽວລາວສະກາຍເວ. ກະຊວງປ້ອງກັນປະເທດຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ໄຊຍະ
ສອນ ແກ້ວໂຍທີ ເປັນຮອງຫົວໜ້າກົມຄົ້ນຄວ້າສັງລວມຫ້ອງວ່າການກະຊວງປ້ອງກັນປະເທດ.

     ໂອກາດນີ້, ສະຫາຍ ພົນຕີ ຄໍາສີ ວົງຄໍາຊາວ ກໍໄດ້ໃຫ້ກຽດໂອ້ລົມໃຫ້ຄຳຊີ້ທິດເຍືອງທາງຕໍ່ກັບພະນັກງານຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງພ້ອມກັນຕັ້ງໜ້າປະຕິບັດໜ້າທີ່ວຽກ
ງານຂອງຕົນໃຫ້ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງຂັ້ນເທິງ ແລະ ຈົ່ງມຸ່ງໝັ້ນປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພ້ອມ
ດຽວກັນນັ້ນ ກໍຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນຕື່ມ, ເຮັດວຽກແຕ່ລະຢ່າງຕ້ອງມີການປະເມີນຜົນແລ້ວເອົາມາພິຈາລະນາຄືນຊອກຫາຂໍ້ບົກຜ່ອງ
ເພື່ອນໍາໄປປັບປຸງໃຫ້ດີຂຶ້ນກວ່າເກົ່າ, ເປັນເຈົ້າການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນເຮັດວຽກເປັນໝູ່ຄະນະ, ມອບໝາຍໃຫ້ບຸກຄົນຮັບຜິດຊອບເປັນຢ່າງດີ, ຕັ້ງໜ້າ
ປັບປຸງຕົນເອງ, ປັບປຸງກົມກອງບໍລິສັດໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ.