ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະພັກ ກມທ ສະຫຼຸບຕີລາຄາການນຳພາວຽກງານ 6 ເດືອນຕົ້ນປີ 2018

     ຄະນະພັກກົມໃຫຍ່ການເມືອງກອງທັບ ດໍາເນີນກອງປະຊຸມຮອບດ້ານຕີລາຄາການນໍາພາຈັດຕັ້ງປະຕິບັດວຽກງານໄລຍະ 6 ເດືອນຕົ້ນປີ ແລະ ວາງທິດ
ທາງແຜນການໃນ 6 ເດືອນທ້າຍປີ 2018 ຂຶ້ນ ໃນວັນທີ 4 ກໍລະກົດ 2018 ນີ້, ໂດຍການເປັນປະທານຂອງສະຫາຍ ພົນໂທ ວິໄລ ຫຼ້າຄໍາຟອງ ເລຂາທິ
ການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເລຂາຄະນະພັກກົມໃຫຍ່, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະປະຈໍາພັກ ແລະ ກໍາ
ມະການຄະນະພັກກົມໃຫຍ່ການເມືອງເຂົ້າຮ່ວມ.


ພົນໂທ ວິໄລ ຫຼ້າຄໍາຟອງ ເປັນປະທານກອງປະຊຸມສະຫຼຸບຕີລາຄາການນຳພາວຽກງານ 6 ເດືອນຕົ້ນປີ 2018

     ກອງປະຊຸມແມ່ນໄດ້ສຸມໃສ່ສະຫຼຸບຕີລາຄາຄືນການນໍາພາຂອງຄະນະພັກ ກມທ ຕໍ່ຂົງເຂດຕ່າງໆໃນໄລຍະ 6 ເດືອນຜ່ານມາ, ບົນຈິດໃຈມີຄວາມເປັນ
ເອກະພາບໃນການຕີລາຄາສະພາບການຈັດຕັ້ງຊີ້ນໍາ-ນໍາພາ, ຮັບຜິດຊອບໃນການເບິ່ງບັນຫາໃຫ້ຖືກກັບຄວາມເປັນຈິງ, ຍົກໃຫ້ເຫັນອັນທີ່ເຮັດໄດ້, ອັນທີ່
ເປັນບົດຮຽນ ແລະ ສິ່ງອັດຕັນຄົງຄ້າງຕ່າງໆ ກໍຄືການແກ້ໄຂວຽກຈຸດສຸມໃນຕໍ່ໜ້າໃຫ້ແທດເໝາະກັບສະພາບແວດລ້ອມຕົວຈິງໃນທົ່ວກົມໃຫຍ່ການເມືອງ
ກອງທັບ ແລະ ຊຸກຍູ້ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງຄະນະພັກກະຊວງປ້ອງກັນປະເທດດ້ວຍຈິດໃຈບຸກທະລຸ, ເຮັດໃຫ້ມີການຫັນ
ປ່ຽນດີຂຶ້ນກວ່າເກົ່າ ແລະ ເກີດໝາກ ຜົນຕົວຈິງ. ສ່ວນທິດທາງວຽກງານໃນ 6 ເດືອນທ້າຍປີນັ້ນ ຄະນະພັກກົມໃຫຍ່ການເມືອງກອງທັບຈະສຸມໃສ່ຊີ້ນຳ
ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງຄະນະພັກກະຊວງປ້ອງກັນປະເທດໂດຍສະເພາະ
ແມ່ນ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ພວມຈັດຕັ້ງຜັນຂະຫຍາຍໃຫ້ເຂົ້າສູ່ຊີວິດຕົວຈິງ, ສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດສອດຫ້ອຍເຂົ້າໃນ
ທຸກຂົງເຂດວຽກງານ, ກໍາ ແໜ້ນສະພາບແນວຄິດຂອງພະນັກງານ-ນັກຮົບໃນອົງການກົມກອງໃຫ້ຖືກເປົ້າໝາຍມີເນື້ອໃນເລິກເຊິ່ງແນໃສ່ ຍົກສູງສະຕິຊາດ,
ເອກະລາດ, ເປັນເຈົ້າຕົນເອງ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກມີຈິດໃຈຟົດຟື້ນປະຕິວັດ, ຮູ້ຈໍາແນກມິດ-ສັດຕູຈະແຈ້ງ, ມີສະຕິເຄົາລົບລະບຽບ
ວິໄນຂອງກອງທັບຢ່າງເຂັ້ມງວດ ແລະ ຕ້ານປາກົດການຫຍໍ້ທໍ້ຕ່າງໆຢູ່ກົມກອງ ກໍຄືກອງທັບໃຫ້ໝົດໄປເທື່ອລະກ້າວ.

     ໂອກາດດັ່ງກ່າວ ສະຫາຍ ພົນໂທ ວິໄລ ຫຼ້າຄໍາຟອງ ໄດ້ຮຽກຮ້ອງໃຫ້ບັນດາສະຫາຍໃນຄະນະບໍລິຫານງານພັກກົມໃຫຍ່ການເມືອງກອງທັບ ຈົ່ງພ້ອມ
ກັນຍົກສູງຄວາມຮັບຜິດຊອບ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນໃສ່ເນື້ອໃນຕ່າງໆຂອງກອງປະຊຸມນີ້ໃຫ້ມີຜົນສໍາເລັດເປັນ
ຢ່າງດີ, ໃນນີ້ວຽກງານຈຸດສຸມສຳຄັນແມ່ນຍູ້ຂະບວນຫ້າງຫາກະກຽມໃຫ້ແກ່ການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ ຂອງ ຊາດ ເວົ້າສະເພາະວັນສ້າງ
ຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ, ທີ່ຈະມາເຖິງໃຫ້ບັນລຸໝາກຜົນຕົວຈິງ ແລະ ມີເນື້ອໃນຄວາມໝາຍຢ່າງເລິກເຊິ່ງ.