ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນຕີ ພູວົງ ວົງພົມ ຕ້ອນຮັບຮອງເຈົ້າແຂວງໆ ຈີຫຼິນ ສປ ຈີນ

     ໃນຕອນເຊົ້າຂອງວັນທີ 4 ກໍລະກົດ 2017 ນີ້, ຢູ່ທີ່ຫ້ອງຮັບແຂກກະຊວງປ້ອງກັນປະເທດ ທ່ານ ພົນຕີ ພູວົງ ວົງພົມ ຮອງລັດຖະມົນຕີກະຊວງປ້ອງກັນ
ປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງ ທ່ານ ຈິນ ຢຸ້ຍ ຮຸ່ຍ ຮອງເຈົ້າແຂວງໆ ຈິຫຼິນ ສປ ຈີນ ພ້ອມດ້ວຍຄະນະ, ໃນໂອ
ກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 2-4 ກໍລະກົດ 2017 ນີ້.


ພົນຕີ ພູວົງ ວົງພົມ ຕ້ອນຮັບຮອງເຈົ້າແຂວງໆ ຈີຫຼິນ ສປ ຈີນ

     ທ່ານ ພົນຕີ ພູວົງ ວົງພົມ ໄດ້ກ່າວຕ້ອນຮັບຢ່າງອົບອຸ່ນ ແລະ ປິຕິຍິນດີທີ່ຄະນະດັ່ງກ່າວໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນ
ເທື່ອນີ້ ແລະ ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນອັນດີງາມລະຫວ່າງສອງຊາດ ລາວ-ຈີນ ແລະ ໄດ້ເສີມຂະຫຍາຍສາຍພົວພັນອັນດີງາມລະຫວ່າງກອງທັບປະຊາ
ຊົນລາວ ກັບ ແຂວງ ຈິຫຼີນ ສປ ຈີນ ດ້ວຍການແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນເພື່ອການຮ່ວມມື. ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດຍັງ
ໄດ້ອວຍພອນໃຫ້ທ່ານຮອງເຈົ້າແຂວງ, ພ້ອມດ້ວຍຄະນະຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກທັງຊີວິດສ່ວນຕົວ ແລະ ຄອບຄົວ, ອວຍພອນໃຫ້ປະ
ສົບຜົນສຳເລັດໃນການເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້.

     ທ່ານ ຈິນ ຢຸ້ຍ ຮຸ່ຍ ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ
ລາວ ແລະ ຍັງໄດ້ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ຊຸກຍູ້ສົ່ງເສີມໃນ ການແລກປ່ຽນບົດຮຽນ ແລະ ການຮ່ວມມືລະຫວ່າງແຂວງ ຈີຫຼິນ ກັບ ກອງທັບປະຊາຊົນ
ລາວ ໃນຂົງເຂດວຽກງານທີ່ທັງສອງຝ່າຍໃຫ້ການເຫັນດີ ແລະ ຕົກລົງກັນໃຫ້ນັບມື້ຂະຫຍາຍຕົວດີຂຶ້ນ.