ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວປກ ຈັດຕັ້ງປິດຊຸດອົບຮົມວຽກງານການທະຫານທ້ອງຖິ່ນ ຊຸດທີ IV

     ໃນວັນທີ 31 ພຶດສະພາ 2019 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດຕັ້ງພິທີປິດຊຸດບຳລຸງວຽກງານການທະຫານທ້ອງຖິ່ນ ຊຸດທີ IV ຂຶ້ນຢ່າງ
ເປັນທາງການ. ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຕີ ປະສິດ ທ່ຽງທຳ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ.
ມີສະຫາຍ ພົນຈັດຕະວາ ປະລິນຍາເອກ ແກ້ວສຸວັນ ອິນທະວົງສາ ຫົວໜ້າການທະຫານ ວປກ, ຕາງໜ້າຈາກກົມການທະຫານທ້ອງຖິ່ນ, ກົມພະນັກງານ, ກົມຈັດຕັ້ງພັກ,
ກົມໂຮງຮຽນ, ພ້ອມດ້ວຍຄະນະກົມ, ຫ້ອງການ, ຄະນະວິຊາຄູ, ຄະນະຮັບຜິດຊອບນັກສຶກສາ, ຕະຫຼອດຮອດນັກສຶກສາຊຸດບຳລຸງວຽກງານການທະຫານທ້ອງຖິ່ນເຂົ້າ
ຮ່ວມ.

ພິທີປິດຊຸດບຳລຸງວຽກງານການທະຫານທ້ອງຖິ່ນ ຊຸດທີ IV ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ

     ສະຫາຍ ພັນເອກ ຂວັນມີ່ງ ບິດາສັກ ຮອງຫົວໜ້າກົມອົບຮົມ-ກໍ່ສ້າງ ວປກ ໄດ້ຂຶ້ນຜ່ານບົດສະຫຼຸບຜົນສຳເລັດຂອງຊຸດບຳລຸງວຽກງານການທະຫານທ້ອງຖິ່ນ ຊຸດທີ IV
ໂດຍຊີ້ອອກວ່າ: ຊຸດບຳລຸງດັ່ງກ່າວແມ່ນໄດ້ໄຂຂຶ້ນມາແຕ່ວັນທີ 4 ມີນາ 2019 ເປັນຕົ້ນມາໃນກຳນົດເວລາ 89 ວັນ, ຊຸດບຳລຸງວຽກງານການທະຫານທ້ອງຖິ່ນຊຸດນີ້ລວມ
ມີນັກສຶກສາທັງໝົດ 40 ສະຫາຍ, ຊັ້ນພັນໂທ 9 ສະຫາຍ, ພັນຕີ 23 ສະຫາຍ, ຮ້ອຍເອກ 7 ສະຫາຍ ແລະ ຮ້ອຍໂທ 1 ສະຫາຍ. ເນື້ອໃນເອກະສານນຳມາບຳລຸງໃນຄັ້ງນີ້
ລວມທັງໝົດມີ 3 ກຸ່ມຄື: ກຸ່ມຄວາມຮູ້ວິທະຍາສາດສັງຄົມ ແລະ ອະລິຍະທຳຕ່າງໆ 66 ຊົ່ວໂມງ, ກຸ່ມຄວາມຮູ້ວຽກງານ ປກຊ-ປກສ ແລະ ສິລະປະການທະຫານ 46 ຊົ່ວ
ໂມງ ແລະ ກຸ່ມຄວາມຮູ້ລົງເລິກຂະແໜງການທະຫານທ້ອງຖິ່ນ 123 ຊົ່ວໂມງ. ຜ່ານໄລຍະເວລາ 89 ວັນ ເຫັນໄດ້ວ່າບັນດາສະຫາຍໄດ້ມີຄວາມຮັບຮູ້ອັນໃໝ່ທາງດ້ານທິດ
ສະດີ, ຫຼັກການພື້ນຖານ, ຄວາມຮູ້ວິທະຍາສາດ-ສັງຄົມ, ຍົກສູງຄວາມສາມາດຈິນຕະນາການຂອງພະນັກງານການທະຫານທ້ອງຖິ່ນໃນໄລຍະໃໝ່, ກຳແໜ້ນທິດສະດີ,
ບົດຮຽນຕົວຈິງ ແລະ ບັນດາເຫຼົ່າຮົບ, ສ້າງໄດ້ຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ການລົງເລິກດ້ານການທະຫານທ້ອງຖິ່ນໃນການຫັນພາວະແຕ່ຍາມສັນຕິພາບໄປສູ່ສົງຄາມ ແລະ
ປັບປຸງ, ກໍ່ສ້າງວຽກງານການທະຫານທ້ອງຖິ່ນໃນສະພາບການອັນໃໝ່ຂຶ້ນຕື່ມອີກບາດກ້າວໜຶ່ງ. ຜ່ານການກວດກາສອບເສັງໝົດຊຸດຮຽນສາມາດຕີລາຄາແບ່ງປະເພດ
ຄວາມຮູ້, ຄວາມເຂົ້າໃຈໄດ້ດັ່ງນີ້: ເກຼດ B+ ໄດ້ 24 ສະ ຫາຍ ເທົ່າກັບ 60% ແລະ ເກຼດ B ໄດ້ 16 ສະຫາຍ ເທົ່າກັບ 40%.