ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດເຂົ້າຮ່ວມປູກຕົ້ນໄມ້ຢູ່ກອງພັນ 233


ພົນເອກ ຈັນສະໝອນ ຈັນຍາລາດ ເຂົ້າຮ່ວມປູກຕົ້ນໄມ້ຢູ່ກອງພັນ 233

     ວັນທີ 31 ພຶດສະພາ 2019 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເຂົ້າ
ຮ່ວມປູກຕົ້ນໄມ້ຢູ່ກອງພັນ 233 ທີ່ຈັດຂຶ້ນຢູ່ສະໜາມຍິງປືນຫຼັກ 27 ກອງພັນ 233, ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ, ເຂົ້າຮ່ວມປູກຕົ້ນໄມ້ໃນຄັ້ງນີ້ມີສະຫາຍ
ພົນຕີ ສະຫວ່າງໄຊ ສິນນະວົງ ກຳມະການຄະນະພັກກະຊວງ, ຫົວໜ້າຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ, ສະຫາຍ ພົນຕີ ທອງວັນ ຈັນທະວົງ ເລຂາຄະນະ
ພັກອົງການກົມ, ຫົວໜ້າກົມ 213, ສະຫາຍ ພົນຈັດຕະວາ ບຸນທອນ ສຸດທິວົງ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ສະຫາຍ ພັນໂທ ຄຳໄພ ສຳມະວົງ ເລ
ຂາຄະນະພັກຮາກຖານ, ຫົວໜ້າການເມືອງກອງພັນ 233 ພ້ອມດ້ວຍຄະນະ, ມີພະນັກງານ-ນັກຮົບຢູ່ພາຍໃນກອງພັນ 233 ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

     ຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້ມີ ໄມ້ດູ່, ໄມ້ແຕ້, ໄມ້ໃຫ້ໝາກ ແລະ ໄມ້ປະດັບຈຳນວນໜຶ່ງ ລວມທັງໝົດ 200 ກວ່າຕົ້ນ, ຈຸດປະສົງກໍເພື່ອຮັກສາສິ່ງແວດລ້ອມໃຫ້ສະ
ໜາມຫັດແອບມີຄວາມຊຸ່ມເຢັນເປັນທຳມະຊາດສ້າງຄ້າຍຄູໃຫ້ເປັນສີຂຽວສະອາດງາມຕາ ພ້ອມທັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນປູກຕົ້ນໄມ້ແຫ່ງຊາດ
ແລະ ວັນເດັກນ້ອຍສາກົນ ພາຍຫຼັງສຳເລັດການປູກຕົ້ນໄມ້ໃນຄັ້ງນີ້ອົງການຈັດຕັ້ງມະຫາຊົນກອງພັນ 233 ແລະ ອົງການຈັດຕັ້ງມະຫາຊົນກອງພັນ 199 ໄດ້ຮ່ວມກັນ
ສ້າງກິດຈະກຳແຂ່ງຂັນກີລາບານສົ່ງມິດຕະພາບຍິງ-ຊາຍ ຢູ່ທີ່ສະໜາມກີລາບານສົ່ງກອງພັນ 233 ສະໜາມຍິງປືນຫຼັກ 27. ຜົນການແຂ່ງຂັນກີລາບານສົ່ງຍິງກອງພັນ
233 ເອົາຊະນະກອງພັນ 199 ໄປດ້ວຍຄະແນນ 2 ຕໍ່ 0 ເຊັດ, ກີລາບານສົ່ງຊາຍກອງພັນ 199 ເສຍໃຫ້ທີມຊາວໜຸ່ມກອງພັນ 233 ດ້ວຍຄະແນນ 2 ຕໍ່ 3 ເຊັດ, ທັງນີ້
ກໍເພື່ອຮັດແໜ້ນຄວາມສາມັກຄີລະຫວ່າງ 2 ອົງການຈັດຕັ້ງມະຫາຊົນຊາວໜຸ່ມກອງພັນ 233 ແລະ ຊາວໜຸ່ມກອງພັນ 199 ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ພ້ອມທັງເປັນການ
ສ້າງຂະບວນການຢູ່ພາຍໃນກົມກອງຂອງຕົນໃຫ້ມີຂະບວນການຟົດຟື້ນໃນແຕ່ລະໄລຍະ ເພື່ອຂໍ່ານັບຮັບຕ້ອນວັນປະຫວັດສາດຂອງຊາດໃຫ້ມີບັນຍາກາດເບີກບານມ່ວນ
ຊື່ນ.