ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີວາງສີລາລຶກໂຄງການກໍ່ສ້າງຄ້າຍກອງຮ້ອຍທະຫານຊາຍແດນ 134

     ຕອນເຊົ້າຂອງວັນທີ 30 ພຶດສະພາ 2018 ນີ້, ກອງບັນຊາການທະຫານແຂວງຫຼວງນໍ້າທາ ໄດ້ຈັດພິທີວາງສີລາລຶກໂຄງການກໍ່ສ້າງຄ້າຍກອງຮ້ອຍທະ
ຫານຊາຍແດນ 134 ທະຫານແຂວງຫຼວງນໍ້າທາ ໂດຍມີສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນ, ກົມໃຫຍ່ເສນາທິການ
ກອງທັບ ໃນນາມຕາງໜ້າກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ສະຫາຍ ພັນເອກ ເຊີ່ນ ໂຢງ ຈີ່ງ ທີ່ປຶກສາທູດຝ່າຍທະຫານ ສປ ຈີນ ປະຈໍາ ສປປ
ລາວ ໃນນາມເຈົ້າຂອງໂຄງການກໍ່ສ້າງ, ມີສະຫາຍ ບຸນຄົບ ພົມມະຈັນ ຄະນະປະຈຳພັກແຂວງ, ປະທານກວດກາພັກ-ລັດແຂວງຫຼວງນໍ້າທາ, ມີຮອງເລຂາ
ພັກເມືອງ, ຮອງເຈົ້າເມືອງໆສີງ, ຄະນະພັກ-ຄະນະບັນຊາ 2 ກອງບັນຊາການທະຫານ-ຕຳຫຼວດ ແລະ ຜູ້ຮັບເໝົາໂຄງການກໍ່ສ້າງຕະຫຼອດຮອດພະນັກງານທີ່
ກ່ຽວຂ້ອງເຂົ້າຮ່ວມ.


ພົນຈັດຕະວາ ສີພັນ ພຸດທະວົງ ເຂົ້າຮ່ວມພິທີວາງສີລາລຶກໂຄງການກໍ່ສ້າງຄ້າຍກອງຮ້ອຍທະຫານຊາຍແດນ 134

     ໃນພິທີ ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບ ກໍໄດ້ຜ່ານບົດສັນຍາໂຄງການກໍ່ສ້າງ
ກອງຮ້ອຍທະຫານຊາຍແດນ 134 ທະຫານແຂວງຫຼວງນໍ້າທາ ເຊິ່ງມີເນື້ອທີ່ດິນລວມ 9.186 ຕາແມັດ,ໃນນີ້ມີເຮືອນພັກຈໍານວນ 2 ຫຼັງ, ຫ້ອງອາຫານ 1
ຫຼັງ, ຫ້ອງການ 1 ຫຼັງ, ສູນກິດຈະກໍາຕ່າງໆ 1 ຫຼັງ, ສາງອາວຸດ 1 ຫຼັງ, ຫ້ອງນໍ້າລວມ 1 ຫຼັງ ແລະ ປະກອບມີເດີ່ນກີລາຕື່ມອີກ. ໂຄງການດັ່ງກ່າວເປັນອາ
ຄານແບບຖາວອນຊັ້ນດຽວ ເສົາເຮັດດ້ວຍເບຕົງເສີມເຫຼັກ, ຝາກໍ່ດ້ວຍດິນຈີ່, ຫຼັງຄາມຸງດ້ວຍກະເບື້ອງ, ມີລະບົບໄຟຟ້າ-ນໍ້າປະປາ, ເຄື່ອງເຟີນີເຈີຕົບແຕ່ງ
ຄົບຊຸດລວມມູນຄ່າການກໍ່ສ້າງທັງໜົດ 12 ລ້ານຢວນ ( ສະກຸນເງິນຈີນ ) ໂດຍແມ່ນທຶນການຊ່ວຍເຫຼືອລ້າຈາກກອງທັບປົດປ່ອຍປະຊາຊົນຈີນ, ຄາດກະ
ວ່າໂຄງການດັ່ງກ່າວນີ້ ຈະໃຫ້ສໍາເລັດ 100% ໃນທ້າຍ ປີ 2018 ນີ້.

     ໂຄງການກໍ່ສ້າງຄ້າຍທະຫານຊາຍແດນດັ່ງກ່າວ, ສະແດງໃຫ້ເຫັນສາຍພົວພັນມິດຕະພາບ, ການຮ່ວມມືທີ່ດີລະຫວ່າງ 2 ກອງທັບ ລາວ-ຈີນ ເຊິ່ງນັບ
ມື້ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກ ແລະ ນັບມື້ມີປະສິດທິ ຜົນສູງ.