ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນຕີ ສຸວອນ ເລືອງບຸນມີ ລົງປະກາດ
ການຈັດຕັ້ງຢູ່ກອງພັນໃຫຍ່ 643 ແລະ ຢ້ຽມຢາມກອງພັນປັດໃຈ

     ໃນວັນທີ 30 ພຶດສະພາ 2017 ຜ່ານມານີ້, ກອງພັນໃຫຍ່ 643 ໄດ້ຈັດຕັ້ງພິທີປະກາດການແຕ່ງຕັ້ງຜູ້ຮັກສາການຫົວໜ້າການທະຫານ ແລະ ຮອງຫົວ
ໜ້າການທະຫານ ຂື້ນໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຕີ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງ
ປ້ອງປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ເຊິ່ງມີບັນດາສະຫາຍຜູ້ຕາງໜ້າມາຈາກກົມໃຫຍ່ການເມືອງກອງທັບ, ກົມປ້ອງກັນອາກາດ, ແຂກທີ່
ມາຈາກກອງບັນຊາການທະຫານແຂວງຊຽງຂວາງ, ກອງພັນໃຫຍ່ 702, ໂຮງໝໍ ບໍລິເວນ 101 ແລະ ຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ແຂວງ ແລະ ຄະນະພັກ-ຄະນະບັນຊາ, ພະ ນັກງານ-ນັກຮົບທົ່ວກອງພັນໃຫຍ່ 643 ເຂົ້າຮ່ວມ.


ພົນຕີ ສຸວອນ ເລືອງບຸນມີ ລົງປະກາດການຈັດຕັ້ງຢູ່ກອງພັນໃຫຍ່ 643 ແລະ ຢ້ຽມຢາມກອງພັນປັດໃຈ

     ທ່ານ ພົນຈັດຕະວາ ສອນເຫຼົາ ໄຊຍະບຸດ ຫົວໜ້າກົມພະນັກງານກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຮັກສາການ
ຫົວໜ້າການທະຫານ ແລະ ຮັກສາການ ຮອງຫົວໜ້າການທະຫານຂອງກອງພັນໃຫຍ່ 643, ທັງນີ້ກໍເພື່ອປະຕິບັດຕາມກົດໝາຍນາຍທະຫານກອງທັບປະຊາ
ຊົນລາວວ່າ ດ້ວຍການແຕ່ງຕັ້ງຍົກຍ້າຍນາຍທະຫານ ແລະ ອີງຕາມທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາໃນກຳລັງປະກອບ
ອາວຸດໃຫ້ເຂັ້ມແຂງໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ອີງຕາມການຄົ້ນຄວ້າເປັນເອກະພາບຂອງຄະ
ນະປະຈຳພັກກະຊວງປ້ອງກັນປະເທດ ແລະ ການສະເໜີຂອງກົມປ້ອງກັນອາກາດ ແລະ ອີງຕາມມາດຖານຂອງນາຍທະຫານທີ່ໄດ້ກຳນົດໄວ້ໃນໜວດທີ II
ມາດຕາ 10 ຂອງກົດໝາຍນາຍທະຫານກອງທັບປະຊາຊົນລາວ.

     ໃນໂອກາດນີ້, ທ່ານ ພົນຕີ ສຸວອນ ເລືອງບຸນມີ ໄດ້ມີຄຳເຫັນຊີ້ນຳຫຼາຍບັນຫາສຳຄັນໂດຍຊີ້ໃຫ້ເຫັນວ່າ: ການປັບປຸງການຈັດຕັ້ງໃນເທື່ອນີ້ແມ່ນຕອບ
ສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ຂອງກົມກອງ, ສະນັ້ນ ສຳລັບຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ຕ້ອງໄດ້ສືບຕໍ່ຍົກສູງຄວາມ
ຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ສູງຂຶ້ນ, ສືບຕໍ່ສຶກສາອົບຮົມການເມືອງ ນຳພາແນວຄິດໃຫ້ພະນັກ
ງານ, ສະມາຊິກພັກ, ນາຍ ແລະ ພົນທະຫານຢ່າງເປັນປົກກະຕິຕໍ່ເນື່ອງ, ອັນສຳຄັນຕ້ອງໄດ້ສືບຕໍ່ຄົ້ນຄວ້າເຊື່ອມຊຶມຢ່າງເລິກເຊິ່ງຕໍ່ກັບມະຕິຕ່າງໆຂອງຄະນະ
ພັກຂັ້ນເທິງ, ແຕ່ລະຂັ້ນເພື່ອຫັນມະຕິເປັນອັນລະອຽດ ແນໃສ່ປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກຢ່າງມີປະສິດທິ
ຜົນ ເພື່ອປະກອບສ່ວນກໍ່ສ້າງກົມກອງເຫຼົ່າຮົບວິຊາສະເພາະໃຫ້ມີຄວາມເຂັ້ມແຂງໜັກແໜ້ນຂຶ້ນຢ່າງບໍ່ຢຸດຢັ້ງ, ຕ້ອງເປັນແບບຢ່າງທີ່ດີໃນການເຄື່ອນໄຫວ
ເຮັດໜ້າທີ່ວຽກງານ ແລະ ດຳລົງຊີວິດທີ່ປອດໃສຂາວສະອາດ, ຮັກສາຄວາມສາມັກຄີພາຍໃນໝູ່ຄະນະໃຫ້ແໜ້ນແຟ້ນ, ມີແບບແຜນວິທີເຮັດວຽກນຳພາ
ທີ່ດີ, ເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ຮັກສາຄຸນທາດການເມືອງໜັກແໜ້ນມີທັດສະນະລັກຫຼັກໝັ້ນຊື່ສັດບໍລິສຸດປະຕິບັດຫຼັກ ການລວມສູນປະຊາ
ທິປະໄຕຢ່າງເຂັ້ມງວດ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ເຂົ້າຮ່ວມໃນຂະບວນການຕົວຈິງຂອງກົມກອງ, ກ້າຄິດ, ກ້າເຮັດ, ກ້າສະແດງອອກບົນຫຼັກ
ການນຳພາຂອງພັກ.

     ຂ່າວໃຫ້ຮູ້ຕື່ມວ່າ: ໃນຕອນບ່າຍຂອງວັນທີ 30 ພຶດສະພາ 2017 ຜ່ານມານີ້, ທ່ານ ພົນຕີ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດ
ຖະມົນກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະໄດ້ລົງຊຸກຍູ້ ແລະ ຢ້ຽມຢາມກອງພັນປັດໃຈກອງບັນຊາການທະ
ຫານແຂວງຊຽງຂວາງ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ການເຄື່ອນໄຫວເຮັດໜ້າທີ່ຂອງອ້າຍນ້ອງ, ໃນກົມກອງທີ່ຍາດມາໄດ້ນັ້ນ,
ພ້ອມດຽວກັນນີ້ທ່ານກໍໄດ້ເນັ້ນໜັກ ແລະ ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ຈົ່ງສືບຕໍ່ເອົາໃຈໃສ່ກຳແໜ້ນຕໍ່ສະພາບ ແລະ ປາກົດການຫຍໍ້ທໍ້ຕ່າງໆທີ່ຈະ
ເກີດ, ເອົາໃຈໃສ່ຫັນລົງກໍ່ສ້າງຮາກຖານການເມືອງຕິດຕາມກຸ່ມຄົນບໍ່ຫວັງດີຢູ່ພາຍໃນກົມກອງທ້ອງຖິ່ນເຮັດໃຫ້ສະພາບມີຄວາມສະຫງົບປອດໄພ.