ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ນາຍທະຫານຂັ້ນສູງ ຕ້ອງເພີ່ມທະວີກໍ່ສ້າງຕົນເອງ ແລະ ພັດທະນາກົມກອງໃຫ້ນັບມື້ດີຂຶ້ນລື່ນເກົ່າ


ພົນຕີ ວິໄລ ຫຼ້າຄໍາຟອງ ເປັນປະທານພິທີປະກາດການເລື່ອນຊັ້ນນາຍທະຫານ

     ໃນໂອກາດເຂົ້າຮ່ວມເປັນປະທານໃນພິທີປະກາດການເລື່ອນຊັ້ນນາຍທະຫານຂຶ້ນຊັ້ນພັນເອກທີ່ຫ້ອງປະຊຸມກະຊວງປ້ອງກັນປະເທດໃນວັນທີ 2 ມິຖຸ
ນາ 2017 ນີ້, ທ່ານ ພົນຕີ ວິໄລ ຫຼ້າຄໍາຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ
ໄດ້ມີຄໍາເຫັນ ແລະ ໂອ້ລົມນາຍທະຫານຊັ້ນພັນເອກທີ່ໄດ້ຮັບຊັ້ນໃໝ່ ເພື່ອເປັນທິດນໍານໍາໄປແກ້ໄຂປັບປຸງຕົນເອງ ເຊິ່ງທ່ານໄດ້ ກ່າວວ່າ: ຜູ້ທີ່ໄດ້ຮັບການ
ເລື່ອນຊັ້ນໃໝ່ແມ່ນຍ້ອນຄວາມຮຽກຮ້ອງຕ້ອງການອີກອັນໜຶ່ງ ກໍເພື່ອສືບຕໍ່ປະຕິບັດໜ້າທີ່ກໍ່ສ້າງກອງທັບປະຊາຊົນລາວເປັນກອງປະຕິວັດ, ມີລະບຽບວິ
ໄນ, ແບບແຜນ ແລະ ທັນສະໄໝຕາມທິດຊີ້ ນໍາຂອງກົມການເມືອງສູນກາງພັກ ດັ່ງນັ້ນເພື່ອຢາກເຮັດໄດ້ຄືແນວນັ້ນຕ້ອງໄດ້ເອົາໃຈໃສ່ປັບປຸງຕົນເອງ ແລະ
ກົມກອງໃຫ້ດີຂຶ້ນລື່ນເກົ່າ, ຢາກເຮັດໄດ້ແນວນັ້ນຕ້ອງຕັ້ງໜ້າຄົ້ນຄວ້າຮໍ່າຮຽນທິດສະດີມາກ-ເລນິນ, ແນວທາງນະໂຍບາຍຂອງພັກ ເປັນຕົ້ນແມ່ນເນື້ອໃນ
ຈິດໃຈມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ 4 ຂອງຄະນະພັກກະຊວງປ້ອງກັນປະເທດເປັນບ່ອນອີງເພື່ອຄົ້ນຄວ້ານຳ
ໄປປະຕິບັດໃຫ້ເປັນໂຄງການລະອຽດໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ຕ້ອງຕັ້ງໜ້າປັບປຸງກໍ່ສ້າງກົມກອງໃຫ້ໜັກແໜ້ນທາງດ້ານການເມືອງ-ແນວ
ຄິດ ແລະ ເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມຈົງຮັກພັກດີຕໍ່ພັກ-ຕໍ່ຊາດ, ເປັນເສົາຄໍ້າອັນໜັກແໜ້ນກ້າແກ່ນໃຫ້ແກ່ພາລະກິດປົກປັກຮັກສາ ແລະ
ສ້າງສາພັດທະນາປະເທດຊາດ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ ປະຕິບັດຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະ
ນະແບ່ງປັນບຸກຄົນຮັບຜິດຊອບ, ສ້າງແບບແຜນດໍາລົງຊີວິດທີ່ປອດໃສຂາວສະອາດ ແລະ ມີລະບຽບວິໄນເຂັ້ມງວດ, ສ້າງຄວາມສາມັກຄີເປັນປຶກແຜ່ນ
ພາຍໃນພັກ, ພາຍໃນກອງທັບ, ພາຍໃນໝູ່ຄະນະ, ປະຕິບັດຫຼັກການກໍ່ ສ້າງພັກໃນການຕໍານິຕິຊົມຕົນເອງ ແລະ ຕິຊົມເຊິ່ງກັນ ແລະ ກັນໃຫ້ເຂັ້ມງວດ,
ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນສົມບັດສິນທໍາປະຕິວັດ, ນຳໃຊ້ທຸກສະຕິປັນຍາຄວາມຮູ້ຄວາມສາມາດຂອງຕົນເພື່ອຮັບໃຊ້ປະເທດຊາດ,
ຍົກສູງຄວາມຮັບຜິດຊອບໃຫ້ມີຄວາມເດັ່ນຊັດຂື້ນຢ່າງຈະແຈ້ງ ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດຂອງກົມກອງໃຫ້ດີສ້າງແນວຄິດ-ສະ
ຕິເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຕາມເງື່ອນໄຂ ແລະ ຄວາມສາມາດປົກປັກຮັກສາພາຫະນະເຕັກນິກເງິນຄໍາຊັບສົມບັດ
ຕ່າງໆຂອງລວມໝູ່, ຕ້ອງນໍາໃຊ້ໃຫ້ຖືກເປົ້າໝາຍຖືກຕາມຫຼັກການຕ້ອງປະຢັດມັດທະຍັດ ແລະ ເຮັດໃຫ້ໜ້າວຽກອັນນີ້ກາຍເປັນລະ ບຽບແບບແຜນອັນ
ໜຶ່ງຂອງກົມກອງ.