ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະທານປະເທດຕ້ອນຮັບທູດປະເທດເພື່ອນມິດເຂົ້າຍື່ນສານຕາຕັ້ງ

     ໃນວັນທີ 4 ພຶດສະພາ 2017, ທີ່ຫ້ອງວ່າການປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ
ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງທູດບັນດາປະເທດເພື່ອນມິດ 9 ປະເທດ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລາດຊະທູດຄົນໃໝ່ປະຈຳລາວ.


ທ່ານ ບຸນຍັງ ວໍລະຈິດ ຕ້ອນຮັບທູດປະເທດເພື່ອນມິດເຂົ້າຍື່ນສານຕາຕັ້ງ

     ເວລາ 9:00 ໂມງ ທ່ານ ບຸນຍັງ ວໍລະຈິດ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງ ທ່ານ ໂມດ ໄອນີ ໄອຕັນ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລາດ
ຊະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ມາເລເຊຍ ປະຈຳ ສປປ ລາວ ເຊິ່ງມີສຳນັກງານສະຖານທູດຕັ້ງຢູ່ ນະຄອນຫຼວງວຽງຈັນ.

     ເວລາ 9:30 ໂມງ ໄດ້ຕ້ອນຮັບ ທ່ານ ອູໂກໂກ ເນັ່ງ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລາດຊະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສສ ມຽນມາ ປະ
ຈຳ ສປປ ລາວ ເຊິ່ງມີສຳນັກງານສະຖານທູດຕັ້ງຢູ່ນະຄອນຫຼວງວຽງຈັນ.

     ເວລາ 10:00 ໂມງ ໄດ້ຕ້ອນຮັບ ທ່ານ ແຈ້ງ ມານິດ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລາດຊະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ຣາຊະອານາຈັກ
ກຳປູເຈຍ ປະຈຳ ສປປ ລາວ ເຊິ່ງມີສຳນັກງານສະຖານທູດຕັ້ງຢູ່ນະຄອນຫຼວງວຽງຈັນ.

     ເວລາ 10:30 ໂມງ ໄດ້ຕ້ອນຮັບ ທ່ານ ມາເຣັກ ລີບຣິກກີ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລາດຊະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະ
ນະລັດ ເຊັກ ປະຈຳ ສປປ ລາວ ເຊິ່ງມີສຳນັກງານສະຖານຕັ້ງຢູ່ ບາງກອກ ປະເທດໄທ.

     ເວລາ 11:00 ໂມງ ໄດ້ຕ້ອນຮັບ ທ່ານ ຝຣັງຊິດສະໂກ ອາຊິດ ໂມເຣ ອີກູຢາ ວາດ ປາໂຕ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລາດຊະທູດວິສາມັນ ຜູ້
ມີອຳນາດເຕັມແຫ່ງ ປອກຕຸຍການ ປະຈຳ ສປປ ລາວ ເຊິ່ງມີສຳ ນັກງານສະຖານທູດຕັ້ງຢູ່ບາງກອກ ປະເທດໄທ.

     ໃນຕອນບ່າຍຂອງວັນດຽວກັນ ເວລາ 14:00 ໂມງ ໄດ້ຕ້ອນຮັບ ແກຼັດໂຊ ກລາວັກ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລາດຊະທູດວິສາມັນ ຜູ້ມີອຳ
ນາດເຕັມ ແຫ່ງ ສ ໂກຣເອເຊຍ ປະຈຳ ສປປ ລາວ ເຊິ່ງມີສຳ ນັກງານສະຖານທູດຕັ້ງຢູ່ກົວລາລຳເປີ, ມາເລເຊຍ.

     ເວລາ 14:30 ໂມງ ໄດ້ຕ້ອນຮັບ ທ່ານ ໂດດໂຊ ອາດາມາ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລາດຊະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ກົດດີວົວ
ປະຈຳ ສປປ ລາວ ເຊິ່ງມີສຳນັກງານສະຖານເອກອັກຄະລາດຊະທູດຕັ້ງຢູ່ປັກກິ່ງ ສາທາລະນະລັດ ປະຊາຊົນຈີນ.

     ເວລາ 15:00 ໂມງ ໄດ້ຕ້ອນຮັບ ທ່ານ ອີວາເຣັນ ດັກເດເລນ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລາດຊະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ຕວກກີ ປະຈຳ ສປປ ລາວ ເຊິ່ງມີສຳນັກງານສະຖານທູດຕັ້ງຢູ່ ບາງກອກ ປະເທດໄທ.

     ເວລາ 15:30 ໂມງ ໄດ້ຕ້ອນຮັບ ທ່ານ ອານດຣີ ບິດສະຕາ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລາດຊະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ຢູເຄຣນ
ປະຈຳ ສປປ ລາວ ເຊິ່ງມີສຳນັກງານສະຖານທູດຕັ້ງຢູ່ ບາງກອກ ປະເທດໄທ.

     ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະຊົມເຊີຍຕໍ່ບັນດາທ່ານທູດປະເທດເພື່ອນມິດທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳ
ລົງຕຳແໜ່ງເປັນເອກອັກຄະລັດຖະທູດຄົນໃໝ່ປະຈຳລາວ ເຊິ່ງເປັນການປະກອບ ສ່ວນສຳຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ ແລະການ
ຮ່ວມມືລະຫວ່າງປະເທດໃຫ້ມີຄວາມໜັກ ແໜ້ນເຂັ້ມແຂງ ແລະ ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນ, ພ້ອມທັງອວຍພອນໃຫ້ທ່ານທູດທຸກໆທ່ານ ຈົ່ງປະສົບ
ຜົນສຳເລັດໃນຕະຫຼອດໄລຍະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນຄັ້ງນີ້.

     ໃນໂອກາດທ່ານທູດທັງ 9 ປະເທດ ຕ່າງກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດ
ພ້ອມທັງສະແດງຄວາມຢືນຢັນວ່າຈະສຸມທຸກຄວາມພະຍາຍາມໃນການເຄື່ອນໄຫວດ້ານການທູດປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນຮ່ວມ ມື ລະຫວ່າງປະເທດຂອງຕົນກັບ ສປປ ລາວ ໃຫ້ແໜ້ນແຟ້ນ ແລະມີປະສິດທິຜົນສູງຂຶ້ນ.