ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມ​ເຄື່ອຂ່າຍ​ສະ​ຖາ​ບັນ​ປ້ອງ​ກັນຊາ​ດ ​ແລະ ຄວາມ​ໝັ້ນຄົງ​ອາ​ຊຽນຄັ້ງ​ທີ 10

     ວັນທີ 27-30 ມີນາ 2017, ຄະນະ​ຜູ່​ແທນ​ຂອງກະຊວງປ້ອງກັນປະເທດ ນໍາ​ໂດຍສະຫາຍ ພັ.ອ ສຸ​ລິ​ວັນ ​ແສງ​ຈັນ, ຮອງ​ຫົວໜ້າ​ກົມ​ວິທະຍາສາດ-ປະ
ຫວັດສາດ​ການ​ທະຫານ ໄດ້ເຂົ້າຮ່ວມກອງ​ປະຊຸມປະ​ຈໍາປີ​ຂອງ​ເຄື່ອຂ່າຍ​ສະ​ຖາ​ບັນ​ປ້ອງ​ກັນຊາ​ດ ​ແລະຄວາມ​ໝັ້ນຄົງ​ອາ​ຊຽນ (NADI) ຄັ້ງ​ທີ 10, ​ເຊິ່ງ​ໄດ້ຈັດ
​ຂຶ້ນ​ຢູ່​ທີ່​ນະຄອນຫລວງ​ ມະນີ​ລາ, ສາທາລະນະ​ລັດ ຟີ​ລິບ​ປິນ,​ ໂດຍພາຍ​ໃຕ້​ການ​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ພົນຕີ ​ໂຣ​ເບີດ​ໂຕ ​ເອັດສະຕີ​​ໂອໂກ, ຫົວໜ້າ
​ວິທະຍາຄານ​ປ້ອງ​ກັນຊາ​ດ​ ແລະພົນຈັດຕະວາ ​ແພັດ​ເຕິ​ໂນ ​ໂມ​ເຣວ, ຫົວໜ້າ​ຫ້ອງການ​ສູນຄົ້ນ​ຄ້ວາ​ຍຸດ​ທະ​ສາດດ້ານຄວາ​ມໝັ້ນຄົງ​ຂອງ​ຟີ​ລິບ​ປິນ. ມີ​ບັນ
ດາ​ຫົວໜ້າ​ສະ​ຖາ​ບັນ​ປ້ອງ​ກັນຊາ​ດ ​ແລະວິຊາ​ການ​ດ້ານຄວາມ​ໝັ້ນຄົງ ຈາກ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ​ເຂົ້າ​ຮ່ວມ​.


ກອງ​ປະຊຸມ​ປະຈຳ​ປີ​ຂອງ​ເຄື່ອຂ່າຍ​ສະ​ຖາ​ບັນ​ປ້ອງ​ກັນຊາ​ດ ​ແລະ ຄວາມໝັ້ນຄົງ​​ອາຊຽນ ຄັ້ງ​ທີ 10

     ຈຸດປະສົງຂອງກອງ​ປະຊຸມຄັ້ງນີ້ ​ແມ່ນ​ເພື່ອ​​ສະຫລຸບ​ຕີ​ລາຄາ​ຜົນງານ​ການ​ເຄື່ອນ​ໄຫວ​ຂອງ​ NADI ໃນ​ໄລຍະ 10 ປີ ຜ່ານ​ມາ, ແລກປ່ຽນ​ທັດສະນະ​ກ່ຽວ
​ກັບ​​ການ​ເສີມ​ສ້າງ​​ການພົວພັນ​ຮ່ວມ​ມືຂອງ NADI, ​ກໍານົດ​ທິດ​ທາງ​ແຜນການ​​ 1 ປີ, ​ແລະປຶກສາ​ຫາລື​ກ່ຽວ​ກັບ​ຂໍ້​ສະ​ເໜີ​ໃຫ້​ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ
​ປະ​ເທດ​ອາ​ຊຽນ (ADMM).

     ກອງ​ປະຊຸມ​ໄດ້​ສະຫລຸບ​ຕີ​ລາຄາວ່າ ນັບ​ແຕ່ NADI ​ໄດ້ຮັບ​ການ​ສ້າງ​ຕັ້ງຂຶ້ນ​ໃນ​ປີ 2007 ​ເປັນ​ຕົ້ນ​ມາ, ໜ່ວຍ​ງານ​ດັ່ງກ່າວ​ແມ່ນ​ປະສົບ​ຜົນ​ສໍາ​ເລັດ​ຕາມ
​ເປົ້າ​ໝາຍ ​ແລະຈຸດປະສົງ​ທີ່​ໄດ້​ກໍານົດ​ໄວ້, ​ເຊິ່ງສະ​ແດງ​ອອກ​​ໃນ​ການມີ​ສ່ວນ​ຮ່ວມ ​ແລະ ການປະກອບສ່ວນ​ຢ່າງຕັ້ງໜ້າ​ຂອງ​ສະ​ຖາ​ບັນ​ປ້ອງ​ກັນຊາ​ດ ​ແລະ​
ຄວາມ​ໝັ້ນຄົງ​ຂອງບັນດາປະ​ເທດ​ສະມາ​ຊິກ​ອາ​ຊຽນ ​ໃນ​ການ​ຄົ້ນ​ຄ້ວາ, ປຶກສາ​ຫາລື, ​ແລກປ່ຽນ​ບົດຮຽນ, ປະສົບ​ການ​ ​ແລະນໍາ​ເອົາຂໍ້​ສະ​ເໜີ​ຕ່າງໆທີ່​ເປັນ​
ປະ​ໂຫຍ​ດ​ໃຫ້​ກອງ​ປະຊຸມ ADMM ​ເພື່ອ​ປະກອບ​ເຂົ້າ​ໃນ​ການຈັດ​ຕັ້ງຜັນ​ຂະຫຍາຍ​ແຜນ​ງານ​ການ​ຮ່ວມ​ມື​ວຽກ​ງານ​ປ້ອງ​ກັນຊາ​ດ ​ແລະຄວາມ​ໝັ້ນຄົງຂອງ
​ອາ​ຊຽນ, ທັງ​ນີ້​ກໍ່​ເພື່ອ​​ປະກອບສ່ວນ​ເຂົ້າ​ໃນ​ການ​ປົກປັກ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ ​ແລະການ​ພັດທະນາ ໃນ​ພາກ​ພື້ນ ​ແລະສາກົນ.

     ເພື່ອ​ສືບ​ຕໍ່​ເສີມ​ສ້າງ​ບົດບາດໜ້າ​ທີ່​ຂອງ ນາດີ ​ໃຫ້​ມີ​ບາດກ້າວ​ໃໝ່​ໃນ​ຕໍ່ໜ້າ, ກອງ​ປະຊຸມ​ໄດ້​ໃຫ້​ທັດສະນະ​ວ່າ:ໜ່ວຍ​ງານ​ດັ່ງກ່າວ​ ຈະ​ຕ້ອງ​ໄດ້​ມີ​ການ​
ເຊື່ອມ​ໂຍງ​ ​ແລະເຮັດ​ວຽກ​ຢ່າງ​ໃກ້ຊິດກັບ​​​ກອງ​ປະຊຸມ​ ADMM ​ໂດຍ​ຜ່ານ​ກອງ​ປະຊຸມ​ຫົວໜ້າ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ ​ແລະກອງ​ປະຊຸມ​
ໜ່ວຍ​ງານ​ວິຊາ​ການ​ຂອງ​ຫົວໜ້າ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ; ຕ້ອງມີ​ການ​ຄົ້ນ​ຄ້ວາ​ວິ​​ໄຈ ​ແລະປະ​ເມີນ​ຜົນ​​ໃຫ້​ເລິກເຊິ່ງກວ່າ​ເກົ່າ, ​ເປັນ​ຕົ້ນ
​ແມ່ນ​ການ​ຄົ້ນ​ຄ້ວາ​ລົງ​​ເລິກດ້ານ​ຄວາມ​ໝັ້ນຄົງ​ທີ່​ບໍ່​ແມ່ນ​ການ​ທະຫານ​ເຊັ່ນ: ​ວຽກ​ງານ​ການ​ຊ່ວຍ​ເຫລືອ​ມະນຸດສະ​ທໍາ ​ແລະບັນ​ເທົາ​ທຸກ​ໄພພິບັດ, ການ​ຕໍ່
ຕ້ານ​ກໍ່​ການ​ຮ້າຍ, ຄວາມ​ໝັ້ນຄົງ​ທາງ​ທະ​ເລ, ​ແພດທະຫານ, ການ​ຮັກສາ​ສັນຕິພາບ​ສາກົນ, ການ​ເກັບ​ກູ້​ລະ​ເບີດ​ເພື່ອ​ມະນຸດສະ​ທໍາ ​ແລະຄວາມ​ໝັ້ນຄົງ
​ທາງ​ອິນ​ເຕີ​ເນັດ, ທັງ​ນີ້​ກໍ່ເພື່ອ​ຕອບ​ສະໜອງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​​ຂອງການ​ພົວພັນ​ຮ່ວມ​ມື​ວຽກ​ງານ​ປ້ອງ​ກັນຊາ​ດ ​ແລະ​ຄວາມ​ໝັ້ນຄົງ​ອາ​ຊຽນ.


ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ NADI ຄັ້ງ​ທີ 10