ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການສຶກສາ-ກໍ່ສ້າງເສັ້ນທາງ ແລະ ຄ້າຍທະຫານ
ທີ່ຕິດພັນກັບວຽກງານພັດທະນາດ້ານກະສິກຳ ເພື່ອທໍາການຜະລິດ


ພິທີເຊັນບົດບັນທຶກ

     ໃນວັນທີ 4 ມີນາ 2021 ນີ້ , ຢູ່ກະຊວງປ້ອງກັນປະເທດ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈໂຄງການສຶກສາ-ກໍ່ສ້າງເສັ້ນທາງ ແລະ ຄ້າຍທະ
ຫານ ທີ່ຕິດພັນກັບວຽກງານພັດທະນາດ້ານກະສິກຳ ເພື່ອທໍາການຜະລິດ ລະຫວ່າງ ກະຊວງປ້ອງກັນປະເທດ ກັບ ບໍລິສັດເອເຊຍລົງທຶນພັດທະນາ ແລະ ກໍ່
ສ້າງຈໍາກັດຜູ້ດຽວ.

     ອີງຕາມຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດ ເຊັນບົດບັນທຶກຄວາມເຂົ້າໃຈ ແລະ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ
ໂຄງການສຶກສາ-ກໍ່ສ້າງເສັ້ນທາງ ແລະ ຄ້າຍທະຫານທີ່ຕິດພັນກັບວຽກງານພັດທະນາດ້ານກະສິກຳ ເພື່ອທໍາການຜະລິດຢູ່ ເມືອງ ມຸນລະປະໂມກ ແຂວງ ຈໍາ
ປາສັກ ເຊິ່ງໂຄງການດັ່ງກ່າວມີເນື້ອທີ່ປະມານ 58.296 ເຮັກຕາ ທີ່ຈະຕ້ອງໄດ້ສຶກສາ-ສໍາຫຼວດ ໃນເນື້ອທີ່ທັງໝົດນັ້ນ ແມ່ນຈະໄດ້ແບ່ງເປັນ 3 ໄລຍະ ໃນ
ກໍານົດເວລາ 3 ປີ ເພື່ອເປັນການປະເມີນການປູກ “ຝັງວ່າພືດຊະນິດໃດທີ່ເໝາະສົມຢູ່ເຂດດັ່ງກ່າວ ລວມເຖິງການສຶກສາແຫຼ່ງນ້ຳ, ລະບົບຊົນລະປະທານ,
ກໍ່ສ້າງຕາຂ່າຍໄຟຟ້າ, ປຸງແຕ່ງກະສິກໍາລວມທັງການກໍ່ສ້າງເຂດຕັ້ງຄ້າຍທະຫານ ເຂດສະໜາມຫັດແອບ ແລະ ການສ້າງບ້ານພັດທະນາຂອງ ປະຊາຊົນໃນ
ຂອບເຂດດັ່ງກ່າວ ໃຫ້ມີຊີວິດການເປັນຢູ່ດີຂຶ້ນ, ມີວຽກເຮັດງານທໍາລວມເຖິງສ້າງສິ່ງອໍານວຍຄວາມສະດວກອື່ນໆ ທີ່ຈໍາເປັນ. ຮ່ວມເຊັນບົດບັນທຶກຄວາມ
ເຂົ້າໃຈໃນຄັ້ງນີ້ ຕາງໜ້າ ກະຊວງປ້ອງກັນປະເທດ ໂດຍສະຫາຍ ພົນຕີ ວົງຄໍາ ພົມມະກອນ ຫົວໜ້າ ກົມໃຫຍ່ພະລາທິການກອງທັບ ຕາງໜ້າ ບໍລິສັດເອ
ເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈໍາກັດຜູ້ດຽວ ໂດຍ ທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດ ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງ ສະຫາຍ
ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງໆ ຈຳປາສັກ ພ້ອມດ້ວຍວິຊາການທີ່
ກ່ຽວຂອງທັງສອງຝ່າຍເຂົ້າຮ່ວມ.