ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫະພັນແມ່ຍິງກົມໃຫຍ່ເຕັກນິກກອງທັບ ຈັດກິດຈະກຳຍ່າງເພື່ອສຸຂະພາບ
ເນື່ອງໃນໂອກາດວັນແມ່ຍິງສາກົນທີ 8 ມີນາ ຄົບຮອບ 109 ປີ


ພົນຕີ ກີລາກອນ ບຸນນະຜົນ ເຂົ້າຮ່ວມກິດຈະກຳຍ່າງເພື່ອສຸຂະພາບເນື່ອງໃນໂອກາດວັນແມ່ຍິງສາກົນທີ 8 ມີນາຄົບຮອບ 109 ປ

     ໃນຕອນເຊົ້າວັນທີ 1 ມີນາ 2019 ນີ້, ສະຫະພັນແມ່ຍິງກົມໃຫຍ່ເຕັກນິກກອງທັບ ຈັດກິດຈະກຳຍ່າງເພື່ອສຸຂະພາບເນື່ອງໃນໂອກາດວັນແມ່ຍິງສາກົນທີ 8 ມີນາ ຄົບ
ຮອບ 109 ປີ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ພົນຕີ ກີລາກອນ ບຸນນະຜົນ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ພ້ອມ
ດ້ວຍຄະນະ, ສະຫາຍ ພັນໂທ ນາງ ຄໍາມີ ບົດນາລີ ຮອງຫົວໜ້າຫ້ອງການສະຫະພັນແມ່ຍິງກະຊວງປ້ອງກັນປະເທດ, ຄະນະກົມ, ຄະນະຫ້ອງ, ຫົວໜ້າພະແນກສະຫະພັນ
ແມ່ຍິງກົມໃຫຍ່ເຕັກນິກຕະຫຼອດຮອດສະມາຊິກສະຫະພັນແມ່ຍິງກົມໃຫຍ່, ກົມກອງອ້ອມຂ້າງເຂົ້າຮ່ວມຢ່າງພ້ອມພຽງ.

     ໃນພິທີ ສະຫາຍ ພົນຈັດຕະວາ ຄໍາພາ ສີພອນໄຊ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ໄດ້ກ່າວເປີດພິທີຍ່າງເພື່ອສຸ
ຂະພາບເນື່ອງໃນໂອກາດວັນແມ່ຍິງສາກົນທີ 8 ມີນາ ຄົບຮອບ 109 ປີ, ໂດຍສະຫາຍກ່າວວ່າ: ໃນທ່າມກາງບັນຍາກາດທີ່ທົ່ວພັກທົ່ວກອງທັບ, ທົ່ວປວງຊົນລາວບັນດາ
ເຜົ່າພວມອອກແຮງສ້າງຜົນງານເພື່ອຂໍ່ານັບຮັບຕ້ອນວັນສໍາຄັນປະຫວັດສາດຂອງຊາດ, ຂອງພັກ, ຂອງກອງທັບ ໂດຍສະເພາະແມ່ນສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ
ຄົບຮອບ 70 ປີ ທີ່ຜ່ານມາແລ້ວນັ້ນ ແລະ ຕ້ອນຮັບວັນແມ່ນຍິງສາກົນທີ 8 ມີນາ ຄົບຮອບ 109 ປີ, ທີ່ໄດ້ໝູນວຽນມາອີກວາລະໜຶ່ງໃນປີ 2019 ນີ້, ກົມໃຫຍ່ເຕັກນິກ
ຂອງພວກເຮົາໄດ້ຮ່ວມກັນຈັດຈິດຈະກໍາຍ່າງເພື່ອສຸຂະພາບຂຶ້ນ ເພື່ອຕ້ອນຮັບບັນດາວັນສໍາຄັນດັ່ງກ່າວ, ການສ້າງກິດຈະກໍາຍ່າງເພື່ອສຸຂະພາບໃນຄັ້ງນີ້ກໍເພື່ອເປັນການສະ
ເຫຼີມສະຫຼອງ ວັນທີ 8 ມີນາ ວັນແມ່ຍິງສາກົນ ຄົບຮອບ 109 ປີ, ເພື່ອລະນຶກເຖິງມູນເຊື້ອພິລະອາດຫານ ການຕໍ່ສູ້ຂອງແມ່ຍິງທີ່ທວງເອົາສິດ ແລະ ຜົນປະໂຫຍດອັນຊອບ
ທໍາໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກໃຫ້ມີສິດສະເໝີພາບກັບເພດຊາຍ, ທັງເປັນການສ້າງຄວາມສາມັກຄີສະໜິດແໜ້ນ ແລະ ສ້າງສັນລະຫວ່າງເອື້ອຍນ້ອງ
ແມ່ຍິງກັບຄະນະພັກຂັ້ນເທິງ, ທີ່ເຕັມໄປດ້ວຍບັນຍາກາດອັນມີຄວາມໝາຍສໍາຄັນ ແລະ ຄວາມເອກອ້າງທະນົງໃຈຂອງເອື້ອຍນ້ອງແມ່ຍິງແນໃສ່ເຮັດໃຫ້ຮ່າງກາຍແຂງແຮງ
ທັງເປັນການຊຸກຍູ້ຈິດໃຈໃຫ້ມີຄວາມເບີກບານຫ້າວຫັນໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນໃນສະເພາະໜ້າ ແລະ ຍາວນານ.