ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫະພັນແມ່ຍິງກົມ ວສ-ປສ ການທະຫານ ຈັດຕັ້ງ
ປາຖະກະຖາຫວນຄືນມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 108 ປີ


ພັນເອກ ວິຊຽນ ສີສະອາດ ເປັນປະທານກອງປະຊຸມປາຖະກະຖາຫວນຄືນມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 108 ປ

     ວັນທີ 2 ມີນາ 2018 ນີ້, ໜ່ວຍສະຫະພັນແມ່ຍິງກົມ ວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມປາຖະ
ກະຖາຫວນຄືນມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 108 ປີຂຶ້ນ. ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພັນເອກ ວິຊຽນ ສີສະອາດ ຮອງຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ມີສະຫາຍ ພັນຕີ ນາງ ນັນທະນາ ພົມມະວົງສາ ເລຂາໜ່ວຍສະຫະພັນແມ່ຍິງ ພ້ອມດ້ວຍຄະນະຕະຫຼອດຮອດສະ
ມາຊິກສະຫະພັນແມ່ຍິງພາຍໃນກົມເຂົ້າຮ່ວມ 40 ກວ່າສະຫາຍ.


ພັນຕີ ນາງ ນັນທະນາ ພົມມະວົງສາ ຂຶ້ນອ່່ານບົດຫວນຄືນມູນເຊື້ອວັນສ້າງຕັ້ງແມ່ຍິງສາກົນ ຄົບຮອບ 108 ປ

     ໃນພິທີ ສະຫາຍ ພັນຕີ ນາງ ນັນທະນາ ພົມມະວົງສາ ໄດ້ຂຶ້ນເລົ່າມູນເຊື້ອວັນສ້າງຕັ້ງແມ່ຍິງສາກົນແຕ່ວັນທີ 8 ມີນາ ປີ 1910 ຫາວັນທີ 8 ມີນາ ປີ
2018 ຄົບຮອບ 108 ປີ ເຊິ່ງຕະຫຼອດໄລຍະຂອງການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງແມ່ຍິງໃນໄລຍະຜ່ານມາ ແມ່ຍິງແຕ່ລະຮຸ່ນກໍ່ໄດ້ຜ່ານ
ຜ່າອຸປະສັກນາໆປະການ ໂດຍສະເພາະແມ່ນຖືກກົດຂີ່ຂູດຮີດບັງຄັບໃຊ້ແຮງງານ ໂດຍບໍ່ໄດ້ຮັບຄ່າຈ້າງຕາມຄວາມເໝາະສົມ ການທຸບຕີທໍລະມານ ແລະ ບັງ
ຄັບໃຊ້ໂສເພນີຕ່າງໆ ນອກຈາກນີ້ແມ່ຍິງຍັງໄດ້ເຂົ້າຮ່ວມເພດຊາຍໃນການຕໍ່ສູ້ຕີສັດຕູທີ່ມາຮຸກຮານ ການເດີນຂະບວນປະທ້ວງ ແລະ ຮຽກຮ້ອງສິດຜົນປະ
ໂຫຍດຕ່າງໆຢ່າງຊອບທຳ ຈາກມູນເຊື້ອດັ່ງກ່າວແມ່ຍິງມາຮອດປີ 1910 ຂະບວນການຕໍ່ສູ້ຂອງແມ່ຍິງໄດ້ແຜ່ຂະຫຍາຍກວ້າງອອກໄປສູ່ປະເທດນາຍທຶນ,
ຢູ່ທະວີບເອີລົບໃນປີດັ່ງກ່າວ ກອງປະ ຊຸມແມ່ຍິງທົ່ວໂລກຈິ່ງໄດ້ຈັດຂຶ້ນຢູ່ ໂກເປັນຮາກ ນະຄອນຫຼວງຂອງປະເທດ ເດັນມາກ ໂດຍມີຜູ້ແທນແມ່ຍິງທົ່ວໂລກ
100 ກວ່າຄົນ ແລະ ຈາກ 17 ປະເທດເຂົ້າຮ່ວມ ເຊິ່ງກອງປະຊຸມຈິ່ງໄດ້ຕົກລົງຮັບຮອງເອົາວັນທີ 8 ມີນາ ປີ 1910 ເປັນວັນແມ່ຍິງສາກົນ ເຊິ່ງມາຮອດປັດ
ຈຸບັນຄົບຮອບ 108 ປີ.


ຜູ້ທີ່ໄດ້ຮັບລາງວັນກິດຈະກຳຕອບຄຳຖາມຄວາມຮູ້ຮອບຕົວກ່ຽວກັບວັນແມ່ຍິງສາກົນ

     ໃນໂອກາດນີ້, ໜ່ວຍສະຫະພັນແມ່ຍິງກົມ ວິທະຍາສາດ-ປະຫວັດສາດ ການທະຫານ ຍັງໄດ້ຈັດກິດຈະກຳຕອບຄຳຖາມຄວາມຮູ້ຮອບຕົວກ່ຽວກັບວັນ
ແມ່ຍິງສາກົນ ແລະ ວັນປະຫວັດສາດຂອງກົມກອງຕົນຕື່ມອີກ.