ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າກົມ ວສ-ປສ ການທະຫານ ອວຍພອນ ທ່ານ ບົວສ້ຽງ ຈຳປາພັນ

     ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 69 ປີ. ທ່ານ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ
ການທະຫານ ໄດ້ ໄປອວຍພອນ ທ່ານ ບົວສ້ຽງ ຈຳປາພັນ ອະດີດຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ພະນັກງານບຳນານ ຢູ່ທີ່ເຮືອນຂອງເພິ່ນເອງ
ບ້ານໜອງໄຮ ເມືອງຫາດຊາຍຟອງ ໃນວັນທີ 1 ມີນາ 2018 ນີ້.


ພົນຈັດຕະວາ ວຽງໄຊ ສົມວິຈິດ ອວຍພອນ ທ່ານ ບົວສ້ຽງ ຈຳປາພັນ

     ໂອກາດອວຍພອນຄັ້ງນີ້, ທ່ານ ພົນຈັດຕະວາ ວຽງໄຊ ສົມວິຈິດ ກໍ່ໄດ້ນຳເອົາກະຕ່າຂອງຂັວນ ພ້ອມດ້ວຍຄຳຢື້ຢາມຖາມຂ່າວຄວາມສຸກທຸກ ແລະ
ຄວາມເປັນຫ່ວງເປັນໃຍຕໍ່ ທ່ານ ບົວສ້ຽງ ຈຳປາພັນ ເຊິ່ງທ່ານແມ່ນນັກປະຕິວັດທີ່ໄດ້ສຸມສະຕິປັນຍາເຂົ້າໃນການຈັດຕັ້ງພັກ-ລັດ ກໍ່ຄືກອງທັບປະຊາຊົນ
ລາວເຮົາ ເປັນພະນັກງານທີ່ມີຜົນງານຄຸນງາມຄວາມດີ ເຂົ້າໃນພາລະກິດການສ້າງສາພັດທະນາປະເທດຊາດ ພ້ອມທັງອວຍພອນໄຊໃຫ້ທ່ານ ຈົ່ງມີສຸຂະ
ພາບເຂັ້ມແຂງ ມີພາລະນາໄມທີ່ສົມບູນ ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ເປັນແບບຢ່າງອັນດີໃຫ້ແກ່ຄົນຮຸ່ນຫຼັງ.

     ທ່ານ ບົວສ້ຽງ ຈຳປາພັນ ກໍ່ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ ທ່ານ ພົນຈັດ ຕະວາ ວຽງໄຊ ສົມວິຈິດ ທີ່ຍາມໄດກໍ່ໄດ້ເປັນຫ່ວງເປັນໃຍ ພ້ອມ
ທັງໄດ້ອວຍພອນໄຊໃຫ້ທ່ານຈົ່ງມີຄວາມສຸຂະພາບແຂງແຮງ ມີຜົນສຳເລັດໃນໜ້າທີ່ການງານ ສືບຕໍ່ໍຊີ້ນຳ-ນຳພາພະນັກງານ-ນັກຮົບເວົ້າລວມ ເວົ້າສະເພາະ
ກໍ່ຄືກົມ ວິທະຍາສາດ-ປະຫວັດສາດ ການທະ ຫານ ໃຫ້ມີຄວາມຈະເລີນກ້າວໜ້າທັນສະໄໝຂຶ້ນຢ່າງບໍ່ຢຸດຢັ້ງ.