ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະດັບຫຼຽນກາລະນຶກ 70 ປີ ກອງທັບໃຫ້ຄະນະນໍາສູນກາງສະຫະພັນແມ່ຍິງລາວ


ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ​ ປະດັບຫຼຽນ

     ຫ້ອງການສະຫະພັນແມ່ຍິງ ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງພິທີປະດັບຫຼຽນກາລະນຶກ 70 ປີ ກອງທັບປະຊາຊົນລາວ ໃຫ້ແກ່ຄະນະນໍາ ແລະ ພະນັກງານສູນກາງ
ສະຫະພັນແມ່ຍິງລາວ ໃນວັນທີ 1 ພະຈິກ ນີ້, ຢູ່ທີ່ສະໂມສອນ ກົມໃຫຍ່ການເມືອງກອງທັບ ໂດຍການເຂົ້າຮ່ວມເປັນ ປະທານ ແລະ ໃຫ້ກຽດປະດັບຫຼຽນຂອງ ສະຫາຍ
ພົນໂທ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ການເມືອງກອງທັບ, ເຊິ່ງມີ ສະຫາຍ ນາງ ອິນລາວັນ
ແກ້ວບຸນພັນ ກຳມະການສູນກາງພັກ ປະທານ ສູນກາງສະຫະພັນແມ່ຍິງລາວ, ມີພາກສ່ວນກ່ຽວຂ້ອງ ແລະ ສະມາຊິກແມ່ຍິງ ອ້ອມຂ້າງກະຊວງເຂົ້າຮ່ວມ.

     ໃນພິທີ ສະຫາຍ ພົນຈັດຕະວາ ສີທາ ດວງມາລາ ຫົວໜ້າ ກົມນະໂຍບາຍ ກົມໃຫຍ່ການເມືອງ ກອງທັບ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ວ່າດ້ວຍ
ການປະດັບຫຼຽນກາລະນຶກ 70 ປີ ກອງທັບປະຊາຊົນລາວ ໃຫ້ແກ່ການນໍາ ແລະ ພະນັກງານຢູ່ສູນກາງສະຫະພັນແມ່ຍິງລາວ ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນວຽກ
ງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນໄລຍະຜ່ານມາລວມທັງໝົດ 17 ສະຫາຍ ພ້ອມທັງໄດ້ປະດັບຫຼຽນໄຊພິລາະອາດຫານ ຊັ້ນ III ໃຫ້ ທ່ານ ນາງ ອິນລາວັນ
ແກ້ວບຸນພັນ ປະທານ ສູນກາງສະຫະພັນແມ່ຍິງລາວອີກດ້ວຍ.

     ໂອກາດເຂົ້າຮ່ວມເປັນ ປະທານ ພິທີ ສະຫາຍ ພົນໂທ ປອ ທອງ ລອຍ ສີລິວົງ ກໍໄດ້ມີຄໍາເຫັນວ່າ: ໃນໄລຍະຜ່ານມາ ສູນກາງສະຫະພັນແມ່ຍິງລາວ ແມ່ນມີຜົນງານ
ດີເດັ່ນຫຼາຍດ້ານປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນຕົ້ນແມ່ນໄດ້ປຸກລະດົມທາງດ້ານວັດຖຸ ແລະ ຈິດໃຈເພື່ອນໍາໄປມອບໃຫ້ພະນັກ
ງານ-ນັກຮົບ ຢູ່ເຂດຫ່າງໄກທຸລະກັນດານ ເຮັດໃຫ້ເຂົາເຈົ້າມີກຳລັງໃຈໃນການປະຕິບັດໜ້າທີ່ວຽກງານອັນມີກຽດທີ່ພັກ-ລັດ ມອບໝາຍໃຫ້ມີໝາກຜົນດີ.