ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອົງການຈັດຕັ້ງມະຫາຊົນ 3 ວິທະຍາຄານ

ມອບເຄື່ອງໃຫ້ທະຫານທີ່ປະຕິບັດໜ້າທີ່ຢູ່ເຂດທຸລະກັນດານ

     ໃນຕອນເຊົ້າວັນທີ 27 ຕຸລາ 2016 ຜ່ານມາ, ບັນດາອົງການຈັດຕັ້ງມະຫາຊົນແມ່ຍິງ-ຊາວໜຸ່ມວິທະຍາ ຄານປ້ອງກັນຊາດ ໄກສອນ ພົມວິ
ຫານ
, ວິທະຍາຄານພະລາທິການ ແລະວິທະຍາຄານກົມມະດຳ, ເຊິ່ງນຳໂດຍຄະນະພັກ-ຄະນະຊີ້ນຳບັນດາອົງການຈັດຕັ້ງມະຫາຊົນ ຕະຫຼອດຮອດ
ບັນດາສະຫາຍຜູ້ທີ່ເຮັດວຽກອົງການຈັດຕັ້ງມະຫຊົນ ແລະ
ຕາງໜ້າຄະນະໜ່ວຍໄດ້ນຳເອົາເຄື່ອງໄປມອບໃຫ້ອ້າຍນ້ອງທະຫານທີ່ປະຕິບັດໜ້າທີ່
ວຽກງານປ້ອງກັນຊາດ
-ປ້ອງກັນຄວາມສະຫງົບຢູ່ເຂດຫ່າງໄກສອກຫຼີກ ແລະທຸລະກັນດານ.

                                
                       ພັນເອກ ວົງສອນ ອິນປານພິມ ໄດ້ຮັບເຄື່ອງໃຫ້ທະຫານທີ່ປະຕິບັດໜ້າທີ່ຢູ່ເຂດທຸລະກັນດານ ຈາກ 3 ອົງການຈັດຕັ້ງມະຫາຊົນ

     ເຄື່ອງທີ່ນຳມາມອບໃນຄັ້ງນີ້ ແມ່ນເພື່ອກະຕຸກຊຸກຍູ້ ແລະ ສົ່ງເສີມຊ່ວຍເຫຼືອໃຫ້ອ້າຍນ້ອງທະຫານກອງ 1” ວິທະຍາຄານປ້ອງກັນຊາດ ໄກ
ສອນ
ພົມວິຫານ ໄດ້ປະກອບສ່ວນຊ່ວຍເຫຼືອເຄື່ອງອຸປະໂພກ-ບໍລິໂພກມີມູນຄ່າຈຳນວນທັງໝົດ 3.347.000 ກີບ, ວິທະຍາຄານພະລາທິການປະ
ກອບສ່ວນເຄື່ອງແຫ້ງມີ
: ໝີ່, ສະບູ, ຢາຖູແຂ້ວ, ສະບູຟຸ່ນ, ກະປ໋ອງປາ, ນຳດື່ມ-ນ້ຳໝາກໄມ້ມີມູນຄ່າຈຳນວນທັງໝົດ 400.000ກີບ ແລະວິທະ
ຍາຄານກົມມະດຳປະກອບສ່ວນມອບເຄື່ອງໃຫ້ຫ້ອງການມີ
: ປຶ້ມ, ບິກ, ສໍ ແລະຜ້າຮົ່ມ, ເສື່ອນອນ,  ໝອນ ແລະເຄື່ອງນຸ່ງທີ່ມີມູນຄ່າຈຳນວນທັງ
ໝົດ
3.200.000 ກີບ, ລວມມູນຄ່າທັງໝົດ 10.547.000 ກີບ ໂດຍໃຫ້ກຽດຕາງໜ້າ 3 ວິທະຍາຄານຂຶ້ນກ່າວມອບຂອງ ພັນໂທ ປະລິນຍາ
ເອກ
ສັນຕິສຸກ ກາງພູວົງ ຮອງຫົວໜ້າຫ້ອງການເມືອງວິທະຍາຄານກົມມະດຳ ແລະກ່າວຮັບໂດຍ ພັນເອກ ວົງສອນ ອິນປານພິມ ຄະນະພັກກະ
ຊວງ
ຫົວໜ້າການເມືອງກອງ 1” ໂດຍການເປັນສັກຂີພະຍານຂອງ ພັນໂທ ໄມພອນ ພິທັກ ຮອງຫົວໜ້າການເມືອງກອງ 1”.

     ໃນໂອກາດດັ່ງກ່າວ ພັນເອກ ວົງສອນ ອິນປານພິມ ຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການ ເມືອງກອງ 1” ກໍໄດ້ກ່າວສະແດງ
ຄວາມຂອບໃຈ
ແລະຮູ້ບຸນຄຸນອັນລົ້ນເຫຼືອມາຍັງຄະນະຊີ້ນຳບັນດາອົງການຈັດຕັ້ງມະຫາຊົນ 3 ວິທະຍາຄານ, ທີ່ໃຫ້ການອຸປະຖຳຊ່ວຍເຫຼືອໃນຄັ້ງ
ນີ້
ເຊິ່ງເປັນການຊ່ວຍເຫຼືອຄັ້ງຍິ່ງໃຫຍ່ທີ່ສຸດ ແລະມີຄວາມໝາຍຄວາມສຳຄັນໃຫ້ກອງ 1” ຂອງພວກເຮົາ ພ້ອມທັງຢືນຢັນວ່າຈະນຳເອົາເຄື່ອງ
ດັ່ງກ່າວນີ້ໄປແຈກຈ່າຍໃຫ້ອ້າຍນ້ອງທະຫານຜູ້ເຮັດໜ້າທີ່ຕົວຈິງຢ່າງທົ່ວເຖິງ
.