ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະດັບຫຼຽນກຽດຕິຄຸນໃຫ້ນາຍທະຫານກອງບັນຊາການທະຫານແຂວງຜົ້ງສາ

      ເພື່ອເປັນການຍ້ອງຍໍສັນລະເສີນຄຸນງາມຄວາມດີໃນການປະຕິບັດໜ້າທີ່ຂອງນາຍທະຫານມາໃນວັນທີ 28 ຕຸລາ 2016 ນີ້, ຢູ່ທີ່ສະໂມສອນ
ກອງບັນຊາການທະຫານແຂວງຜົ້ງສາລີ
ໄດ້ຈັດມີພິທີປະດັບຫຼຽນກຽດຕິຄຸນຂອງກອງທັບປະຊາຊົນລາວໃຫ້ບັນດາຜູ້ທີ່ມີຜົນງານດີເດັ່ນໃນການປະ
ຕິບັດໜ້າທີ່ໃນໄລຍະປີ
1975 ຄືນຫຼັງ ແລະພິທີປະກາດຂໍ້ຕົກລົງວ່າດ້ວຍການຍົກຂັ້ນເງິນເດືອນ ແລະປະກາດການເລື່ອນຊັ້ນໃຫ້ນາຍທະຫານຢູ່
ກອງບັນຊາການທະຫານແຂວງຜົ້ງສາລີ
. ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ທອງເສັດ ແສນວົງ ຮອງເລຂາພັກແຂວງ
ຮອງປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງຜົ້ງສາລີ, ມີ ພັນ
ໂທ ທິດແກ້ວ
ພົມປັນຍາ ຄະນະປະຈໍາພັກຄະນະກອງບັນຊາການ ຫົວໜ້າຫ້ອງການເມືອງ, ມີບັນດາສະຫາຍຄະນະພັກ-ຄະນະກອງບັນຊາການ,
ຄະນະຫ້ອງ, ຄະນະພະແນກ, ຄະນະອໍານວຍການໂຮງໝໍທະຫານແຂວງ, ຄະນະກອງຮ້ອຍ 23 ຕະຫຼອດຮອດນາຍ ແລະພົນທະຫານເຂົ້າຮ່ວມ
ເປັນຈໍານວນຫຼວງຫຼາຍ
.

                                
                                            ພົນຈັດຕະວາ ທອງເສັດ ແສນວົງ ເປັນປະທານປະດັບຫຼຽນກຽດຕິຄຸນໃຫ້ນາຍທະຫານກອງບັນຊາການທະຫານແຂວງຜົ້ງສາລີ

     ໃນພິທີດັ່ງກ່າວ ພັນໂທ ທິດແກ້ວ ພົມປັນຍາ ໄດ້ຂຶ້ນອ່ານແຈ້ງການ ແລະຂໍ້ຕົກລົງຂອງກະຊວງປ້ອງກັນປະເທດວ່າດ້ວຍການມອບຫຼຽນກຽດ
ຕິຄຸນ
ແລະການນໍາໃຊ້ຫຼຽນກຽດຕິຄຸນຂອງກອງທັບປະຊາຊົນລາວໃຫ້ນາຍທະຫານກອງບັນຊາການທະຫານແຂວງຜົ້ງສາລີ ຈໍານວນ 23 ສະຫາຍ.
ພ້ອມດຽວກັນນີ້, ສະຫາຍຍັງໄດ້ຂຶ້ນອ່ານ ຂໍ້ຕົກລົງຍົກຂັ້ນເງິນເດືອນ ແລະຂໍ້ຕົກລົງວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານຜູ້ທີ່ມີຜົນງານດີເດັ່ນ,
ໃນນີ້ເລື່ອນຊັ້ນຮ້ອຍເອກຂຶ້ນຊັ້ນພັນຕີ ມີ 3 ສະຫາຍ, ຊັ້ນຮ້ອຍໂທຂຶ້ນຮ້ອຍເອກ 4 ສະຫາຍ, ຊັ້ນຮ້ອຍຕີຂຶ້ນຊັ້ນຮ້ອຍໂທ 4 ສະຫາຍ ແລະເລື່ອນ
ຊັ້ນວາທີຂຶ້ນຊັ້ນຮ້ອຍຕີ ມີ
35 ສະຫາຍ.

     ສະຫາຍ ພົນຈັດຕະວາ ທອງເສັດ ແສນວົງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຕໍ່ຜູ້ທີ່ໄດ້ຮັບການປະດັບຫຼຽນກຽດຕິຄຸນກອງທັບປະ
ຊາຊົນລາວ
, ໄດ້ຮັບການເລື່ອນຊັ້ນ ແລະທຽບຂັ້ນເງິນເດືອນໃນຄັ້ງນີ້, ເຊິ່ງສະຫາຍໄດ້ເນັ້ນໜັກໃຫ້ນາຍ ແລະພົນທະຫານທຸກທົ່ວໜ້າເອົາໃຈໃສ່ຕັ້ງ
ໜ້າເຊື່ອມຊຶມກໍາແໜ້ນແນວທາງແຜນນະໂຍບາຍຂອງພັກ
-ລັດ, ສືບຕໍ່ອອກແຮງແຂ່ງຂັນກັນສ້າງຜົນງານ, ຮັດແໜ້ນຄວາມສາມັກຄີທັງພາຍໃນ
ແລະພາຍນອກ, ຕ້ານ ແລະສະກັດກັ້ນທຸກປະກົດການຫຍໍ້ທໍ້ຕ່າງໆຂອງກຸ່ມຄົນບໍ່ຫວັງດີຕໍ່ກອງທັບເຮົາ ແລະຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍ
ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບ
, ຍົກສູງບົດບາດຄວາມຮັບຜິດຊອບ ແລະເປັນເຈົ້າການໃນ
ການຊີ້ນໍາ
-ນໍາພາທຸກໜ້າທີ່ວຽກງານເປັນແບບຢ່າງທີ່ດີໃຫ້ແກ່ຫມູ່ຄະນະ, ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງທີ່ພັກ ແລະປະເທດຊາດມອບ
ໝາຍໃຫ້ປາກົດຜົນເປັນຈິງ
.