ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະເຫຼີມສະຫຼອງວັນສ້າງຕັ້ງກອງ ກ 3 ຄົບຮອບ 35 ປີ

     ກອງ 3” ໄດ້ຈັດຕັ້ງງານສະເຫຼີມສະຫຼອງວັນສ້າງຕັ້ງກົມກອງ ຄົບຮອບ 35 ປີ ໃນຕອນເຊົ້າຂອງວັນທີ 29 ຕຸລາ 2016 ນີ້, ທີ່ສະໜາມ
ກີລາກອງດັ່ງກ່າວ
ພາຍໃຕ້ການເປັນປະທານຂອງ ທ່ານ ພົນຕີ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະ
ເທດ
, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ເປັນກຽດເຂົ້າຮ່ວມໃນພິທີ, ມີບັນດາທ່ານເຈົ້າແຂວງ, ເຈົ້າເມືອງແຕ່ລະເມືອງ, ພະນັກ
ງານອາວຸໂສບຳນານ
, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ອະດີດຄະນະນຳຂອງກົມກອງ ແລະພະນັກງານ-ນັກຮົບມາຈາກກົມກອງຮາກຖານທີ່
ຂຶ້ນກັບ
, ມີແຂກຖືກເຊີນຈາກພາກສ່ວນຕ່າງໆພໍ່ແມ່ປະຊາຊົນຈາກບັນດາບ້ານອ້ອມຂ້າງເຂົ້າຮ່ວມ.

                                
                                         ພົນຕີ ສຸວອນ ເລືອງບຸນມີ ເປັນປະທານສະເຫຼີມສະຫຼອງວັນສ້າງຕັ້ງກອງ ກ 3 ຄົບຮອບ 35

     ພັນເອກ ບຸນເຈື້ອ ຕຽນແສງດາວ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກ ຫົວໜ້າການເມືອງກອງ 3” ໄດ້ຂຶ້ນ
ກ່າວປາໄສທົບທວນຫວນຄືນປະຫວັດສາດມູນເຊື້ອຂອງກອງ
3” ຕະຫຼອດໄລ ຍະ 35 ປີຜ່ານມາ ເຊິ່ງກົມກອງໄດ້ຮັບການສ້າງຕັ້ງຂຶ້ນໃນວັນ
ທີ
25/10/1981 ຢູ່ສະຖານທີ່ແຫ່ງໜຶ່ງຂອງແຂວງຫຼວງນ້ຳທາ ໂດຍແມ່ນ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ຫົວໜ້າເສນາທິການສູງສຸດ
ກອງທັບປົດປ່ອຍປະຊາຊົນລາວໃນເວລານັ້ນເປັນຜູ້ປະກາດສ້າງຕັ້ງ
ແລະເປັນກົມກອງກຳລັງຫຼວງຂຶ້ນກັບກະຊວງປ້ອງກັນປະເທດໂດຍກົງ, ເຮັດ
ໜ້າທີ່ປົກປັກຮັກສາປະເທດຊາດ
, ໃນຂອບເຂດ 4 ແຂວງທິດຕາເວັນຕົກສ່ຽງເໜືອຂອງປະເທດ ແລະ4 ເມືອງພາກເໜືອຂອງແຂວງໄຊຍະບູລີ
ທັງເຮັດໜ້າທີ່ກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ, ປັບປຸງກໍ່ສ້າງກຳລັງໃນດ້ານຕ່າງໆໃຫ້ເຕີບ
ໃຫຍ່ໜັກແໜ້ນເຂັ້ມແຂງບັນລຸໄດ້ຕາມທິດ
ຫັນເປັນກອງທັບແບບແຜນທັນສະໄໝ, ໂດຍຖືເອົາການສ້າງກອງແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ,
ກອງ 3 ປອດ, ກອງວັດທະນະທຳ, ນັກຮົບວັດທະນະທຳ ແລະການຜະລິດ, ສ້າງເສດຖະກິດ ເພື່ອສ້າງພະລາທິການກັບທີ່ ເປັນພື້ນຖານໃຫ້ການ
ສ້າງກົມກອງກ້າວຂຶ້ນເພິ່ງຕົນເອງ
, ກຸ້ມຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຮັບປະກັນໄດ້ແກ່ການປົກປັກຮັກສາເອກະລາດ, ອຳນາດ
ອະທິປະໄຕ
, ຄວາມສະຫງົບໝັ້ນຄົງຂອງຊາດໃນຂອບເຂດກົມກອງຮັບຜິດຊອບ, ເຊິ່ງສັງຮວມແລ້ວຕະຫຼອດໄລຍະ 35 ປີຜ່ານມາທົ່ວກອງ3”
ໄດ້ຮັບການຍ້ອງຍໍຈາກ ພັກ-ລັດຂັ້ນເທິງຫຼາຍລະດັບຢ່າງສົມກຽດ ໃນນັ້ນຫຼຽນໄຊອິດສະຫຼະຊັ້ນ II ຈຳນວນ 3 ໜ່ວຍ, ຫຼຽນໄຊອິດສະຫຼະຊັ້ນ III
ຈຳນວນ 2 ໜ່ວຍ, ຫຼຽນໄຊແຮງງານຊັ້ນ I ຈຳນວນ 1 ໜ່ວຍ, ຫຼຽນໄຊແຮງງານຊັ້ນ II ຈຳນວນ2 ໜ່ວຍ, ຫຼຽນໄຊພິລາດອາດຫານຊັ້ນ III ຈຳ
ນວນ
2 ໜ່ວຍ, ໄດ້ຮັບນາມະຍົດກອງວິລະຊົນ 1 ກົມກອງ, ນັກຮົບວິລະຊົນ 1 ສະຫາຍ, ກົມກອງແຂ່ງຂັນ 3 ກົມກອງ ແລະນັກຮົບແຂ່ງຂັນ 5
ສະຫາຍ.

     ກ່າວຄຳເຫັນໃນໂອກາດດັ່ງກ່າວ ທ່ານ ພົນຕີ ສຸວອນ ເລືອງບຸນມີ ໄດ້ຕີລາຄາສູງຕໍ່ຜົນງານ, ໄຊຊະນະ ແລະມູນເຊື້ອທີ່ພະນັກງານ-ນັກຮົບທົ່ວ
ກອງ
3” ຮຸ້ນກ່ອນ ແລະຮຸ້ນຕໍ່ໆມາຍາດມາໄດ້ຕະຫຼອດ 35 ປີຜ່ານມາມີບາງຕອນທ່ານໄດ້ກ່າວວ່າ: ການສະເຫຼີມສະຫຼອງວັນສ້າງຕັ້ງກອງ
3” ໃນຄັ້ງນີ້ ແມ່ນເຕັມໄປດ້ວຍບັນຍາກາດຟົດຟື້ນ.