ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ການເມືອງກອງທັບ ທາບທາມ​ເອົາບຸກຄະລາກອນ​ເຂົ້າ​ໃນຄະນະພັກຊຸດໃໝ່


ພົນໂທ ປອ ທອງລອຍ ສີລິວົງ ​ເປັນ​ປະທານ

     ກົມໃຫຍ່ການເມືອງກອງທັບ ຈັດກອງປະຊຸມທາບທາມ ຢັ່ງຫາງສຽງບຸກຄະລາກອນ ສະໝັກເຂົ້າເປັນຄະນະພັກຊຸດໃໝ່ ສະໄໝທີ V ຮອບທີ 1 ໃນວັນທີ 3 ຕຸລາ
2019 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ການ
ເມືອງທັບ, ມີຄະນະພັກ ກມທ, ມີຄະນະພັກ-ຄະນະບັນຊາ ກົມກອງອ້ອມຂ້າງ ທົ່ວ ກມທ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ຫົວໜ້າ ກົມພະນັກງານ ກົມໃຫຍ່ການເມືອງ ກອງທັບ ໄດ້ຂຶ້ນຜ່ານມາດຖານເງື່ອນໄຂຜູ້ສະໝັກເລືອກຕັ້ງເຂົ້າເປັນ ຄະນະ
ພັກກົມໃຫຍ່ການເມືອງກອງທັບຊຸດໃໝ່ນີ້, ອີງຕາມມາດຕາ 12 ຂໍ້ 2 ກົດລະບຽບຂອງພັກສະໄໝທີ X ແລະ ມາດຕາ 3, 5, 7, 10 ແລະ 12 ຂອງມະຕິກົມການເມືອງ
ສູນກາງພັກ ວ່າດ້ວຍມາດຖານພະນັກງານນໍາພາ-ບັນຊາ ເຊິ່ງຕ້ອງເປັນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ, ຍຶດໝັ້ນອຸດົມການສັງຄົມນິຍົມ, ມີຄຸນສົມບັດສິນທຳປະຕິວັດ,
ມີທັດສະນະການເມືອງ ໜັກແໜ້ນ, ມີຄວາມຈົງຮັກພັກດີ ຕໍ່ປະເທດຊາດຕໍ່ປະຊາຊົນ, ເປັນແບບຢ່າງໃນການປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ ຢ່າງເຂັ້ມ
ງວດ, ມີຄວາມຮູ້-ຄວາມສາມາດອັນແນ່ນອນ, ມີແບບແຜນວິທີເຮັດວຽກຖືກຕ້ອງ, ເຄົາຮົບ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕ, ມີສຸຂະພາບແຂງແຮງດີ.

     ໂອກາດດັ່ງກ່າວ ສະຫາຍ ຫົວໜ້າ ກົມໃຫຍ່ການເມືອງກອງທັບ ກໍໄດ້ຊີ້ແຈ້ງອະທິບາຍບາດກ້າວການດໍາເນີນກອງປະຊຸມໃຫ້ເປົ້າໝາຍທີ່ເຂົ້າຮ່ວມໄດ້ຮັບຮູ້ຢ່າງເລິກ
ເຊິ່ງໂດຍໄດ້ເນັ້ນໜັກໃຫ້ສະມາຊິກພັກ ທີ່ຈະເຂົ້າມາເປັນຄະນະພັກຊຸດໃໝ່ ແລະ ຜູ້ມາໃຊ້ສິດຕ້ອງມີການໄຈ້ແຍກເບິ່ງທັດສະນະຄວາມຮູ້, ຄວາມສາມາດ ນໍາພາ-ບັນຊາ
ກົມກອງ, ມີຄຸນສົມບັດສິນທຳປະຕິວັດ, ມີແບບແຜນວິທີເຮັດວຽກທີ່ດີ, ເຮັດວຽກເປັນໝູ່ຄະນະແບ່ງໃຫ້ບຸກຄົນຮັບຜິດຊອບ, ປະຕິບັດຫຼັກການລວມສູນປະຊາທິປະໄຕ,
ເຮັດສໍາເລັດໜ້າທີ່ການເມືອງ ຂອງຕົນທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ແນໃສ່ເຮັດໃຫ້ການຄັດເລືອກຄະນະພັກ ຊຸດນີ້ດໍາເນີນໄປຢ່າງຖືກຕ້ອງຕາມກົດລະບຽບພັກກໍ
ຄືທິດທາງແຜນການເຄື່ອນໄຫວກະກຽມກອງປະຊຸມໃຫຍ່ໃນຄັ້ງນີ້ໄດ້ຮັບຜົນສູງ. ຈາກນັ້ນ, ພະນັກງານ, ສະມາຊິກພັກກໍໄດ້ພ້ອມກັນໃຊ້ສິດຂອງຕົນປ່ອນບັດທາບທາມ
ເອົາບຸກຄະລາກອນທີ່ຈະສະໝັກເລືອກຕັ້ງເຂົ້າໃນ ຄະນະພັກກົມໃຫຍ່ການເມືອງກອງທັບ ສະໄໝທີ V ຮອບ 1 ໄດ້ສຳເລັດລົງຕາມແຜນການ.