ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ຕ້ອນຮັບ
ເອກອັກຄະລັດຖະທູດແຫ່ງ ສ ເຊັກ ປະຈຳ ສປປ ລາວ

     ໃນຕອນເຊົ້າຂອງວັນທີ 3 ຕຸລາ 2018 ນີ້, ຢູ່ທີ່ຫ້ອງຮັບແຂກກະຊວງປ້ອງກັນປະເທດ, ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ຮອງລັດຖະມົນຕີກະ
ຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ມາເຣັກ ລິບລິກກີ ເອກອັກຄະລັດຖະທູດ ແຫ່ງສາທາລະນະລັດເຊັກ ປະຈຳ ສປປ ລາວ
ໂດຍມີສຳນັກງານສະຖານທູດຕັ້ງຢູ່ບາງກອກ ຣາຊະອານາຈັກໄທ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວຢ່າງເປັນທາງການ
ໃນລະຫວ່າງວັນທີ 3 - 5 ຕຸລາ 2018 ນີ້.


ພົນຕີ ແອສະໄໝ ເລືອງວັນໄຊ ຕ້ອນຮັບເອກອັກຄະລັດຖະທູດແຫ່ງ ສ ເຊັກ ປະຈຳ ສປປ ລາວ

     ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ ທ່ານ ເອກອັກຄະ
ລັດຖະທູດແຫ່ງສາທາລະນະລັດເຊັກ ປະຈໍາ ສປປ ລາວ ແລະ ຕີລາຄາສູງຕໍ່ສາຍພົວພັນຮ່ວມມືທີ່ມີມູນເຊື້ອລະຫວ່າງສອງປະເທດ, ກໍຄືສອງກອງທັບໃນຕະ
ຫຼອດໄລຍະຜ່ານມາ. ເຊິ່ງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງຊາດໃຫ້ນັບມື້ນັບ
ເຕີບໃຫຍ່ຂະຫຍາຍຕົວຍິ່ງໆຂຶ້ນ, ເພື່ອຜົນປະໂຫຍດລວມຂອງສອງປະເທດ ກໍຄືເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ສາກົນ.

     ໂອກາດນີ້, ທ່ານ ມາເຣັກ ລິບລິກກີ ເອກອັກຄະລັດຖະທູດແຫ່ງ ສາທາລະນະລັດເຊັກ ໄດ້ກ່າວສະແດງຄວາມຂອບອົກຂອບໃຈມາຍັງ ທ່ານ ພົນຕີ ແອ
ສະໄໝ ເລືອງວັນໄຊ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ທີ່ໃຫ້ການຕ້ອນຮັບອັນອົບອຸ່ນ, ພ້ອມທັງກ່າວສະແດງຄວາມເສຍໃຈຕໍ່
ເຫດການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກທີ່ເມືອງສະໜາມໄຊ ແຂວງ ອັດຕະປື ແລະ ກ່າວຊົມເຊີຍມາຍັງກະຊວງປ້ອງກັນປະເທດທີ່ໄດ້ສຸມກຳລັງເຂົ້າ
ໃນການຄົ້ນຫາກອບກູ້ໄພພິບັດດັ່ງກ່າວໄດ້ທັນເວລາ. ນອກຈາກນີ້ ທັງສອງຝ່າຍຍັງ ໄດ້ປຶກສາຫາລືກ່ຽວກັບວຽກງານຮ່ວມມືດ້ານປ້ອງກັນປະເທດ ລວມ
ທັງແລກປ່ຽນບົດຮຽນໃນການເສີມສ້າງສະມັດຕະພາບຂອງກອງທັບເຊິ່ງກັນ ແລະ ກັນ.