ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປິດຊຸດອົບຮົມການສ້າງບ້ານປ້ອມໝັ້ນ-ກຸ່ມບ້ານປ້ອງກັນຊາດຕິດລຽນ

     ຊຸດເຝິກອົບຮົມການສ້າງບ້ານປ້ອມໜັ້ນ-ກຸ່ມບ້ານປ້ອງກັນຊາດຕິດລຽນ ຢູ່ກຸ່ມບ້ານເລົາ ເມືອງນາແລ ແຂວງຫຼວງນໍ້າທາ ໄດ້ປິດລົງຢ່າງເປັນທາງການ
ໃນວັນທີ 1 ຕຸລາ 2017 ນີ້, ຢູ່ທີເດີນໂຮງຮຽນບ້ານເລົາ ເມືອງ ນາແລ ແຂວງຫຼວງນໍ້າທາ ພາຍຫຼັງທີ່ໄດ້ຫັດແອບມາເປັນເວລາ 15 ວັນ, ໂດຍການເປັນ
ປະທານຂອງ ທ່ານ ບຸນປີ ໄລປະເສີດ ເຈົ້າເມືອງໆນາແລ ປະທານປ້ອງກັນຊາດປ້ອງກັນຄວາມສະຫງົບຂັ້ນເມືອງ, ເປັນກຽດເຂົ້າຮ່ວມຂອງ ທ່ານ ພົນຕີ ຈັນ
ທອງ ສອນຕະອາດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາສອງກອງບັນຊາການທະຫານ-ຕໍາຫຼວດ, ພະແນກການກ່ຽວຂ້ອງ,
ເມືອງ, ອໍານາດການປົກຄອງບ້ານ ແລະ ອ້າຍນ້ອງກອງຫຼອນ 7 ໜູ່ບ້ານ ເຂົ້າຮ່ວມ.


ປິດຊຸດເຝິກອົບຮົມການສ້າງບ້ານປ້ອມໜັ້ນ-ກຸ່ມບ້ານປ້ອງກັນຊາດຕິດລຽນ

     ໃນພິທີ ພັນໂທ ບຸນທອງ ໄຊຍະລີນ ຫົວໜ້າການທະຫານກອງບັນຊາການທະຫານເມືອງນາແລ ໄດ້ຂຶ້ນຜ່ານບົດສະຫຼຸບຕະຫຼອດໄລຍະອົບຮົມຫັດແອບ,
ເຊິ່ງໄດ້ຊີ້ບອກວ່າ: ກຸ່ມບ້ານເລົາມີ 7 ບ້ານຂຶ້ນກັບ, ມີ 404 ຫຼັງຄາເຮືອນ, ມີ 472 ຄອບຄົວ, ມີພົນລະເມືອງທັງໜົດ 2,290 ຄົນ, ຍິງ 1,091 ຄົນ, ຕະ
ຫຼອດໄລຍະອົບຮົມຫັດແອບຄະນະຮັບຜິດຊອບ ແລະ ນັກເຝິກອົບຮົມໄດ້ພ້ອມກັນສຸມທຸກສະຕິປັນຍາເຂົ້າ ໃນການຫັດແອບອັນໄດ້ເຮັດໃຫ້ນັກເຝິກອົບຮົມ
ເຊື່ອມຊຶມ ແລະ ເຂົ້າໃຈຕໍ່ກັບພາກການເມືອງໄດ້ຮຽນຮູ້ກ່ຽວກັບທັດສະນະພື້ນຖານຕໍ່ວຽກງານການທະຫານທ້ອງຖິ່ນ, ການກໍ່ສ້າງບ້ານເຂັ້ມແຂງຮອບດ້ານ,
ການຈັດຕັ້ງ ແລະ ເຄື່ອນໄຫວຂອງກໍາລັງກອງຫຼອນ, ກອງປ້ອງກັນຕົວ, ສິດ ແລະ ໜ້າທີ່ຂອງ ປກສ ບ້ານ, ການຕ້ານ ແລະ ສະກັດກັ້ນປາ ກົດການຫຍໍ້ທໍ້ໃນ
ສັງຄົມ, ພາກສິລະປະຍຸດ ໄດ້ຮຽນຮູ້ກ່ຽວກັບຄຸນຄ່າສະມັດຕະພາບ ແລະ ການປະກອບສ້າງຂອງປືນແຕ່ລະປະເພດ, ວິທີສ້າງ ແລະ ນໍາໃຊ້ອາວຸດພື້ນເມືອງ,
ການສ້າງຂຸມສູ້ຮົບ ແລະ ຮຽນເລັງຍິງປືນລາບ, ພາກຍຸດທະວິທີຮຽນຮູ້ກ່ຽວກັບຫຼັກການພື້ນຖານສູ້ຮົບ, ຫຼັກການໜູ່ເຄື່ອນໄຫວຊອກຄົ້ນ, ຈຸປ້ອງກັນເວນ
ຍາມ, ໝູ່, ໝວດດັກສະກັດ ແລະ ກອງຮ້ອຍສູ້ຮົບປ້ອງກັນບ້ານ, ພ້ອມທັງປະສານສຽງແຕກ, ຊຸດອົບຮົມໃນຄັ້ງນີ້ສາມາດຕີລາຄາໄດ້: ພາກການເມືອງ
95% ແລະ ພາກການທະຫານ 89,85% ຈາກນັ້ນກໍ່ໄດ້ມອບໃບຍ້ອງຍໍໃຫ້ກັບຜູ້ທີມີຜົນງານດີເດ່ັນໃນການອົບຮົມຫັດແອບຂັ້ນແຂວງຈໍານວນ 32 ຄົນ
ແລະ ຂັ້ນເມືອງ 12 ຄົນ ຕື່ມອີກ.

     ໂອກາດດັ່ງກ່າວ ສະຫາຍຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ກໍໄດ້ໃຫ້ກຽດໂອ້ລົມ ເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະ
ນະຮັບຜິດຊອບ ແລະ ນັກເຝິກອົບຮົມທີ່ໄດ້ພ້ອມກັນເອົາໃຈ ໃສ່ສຸມທຸກສະຕິປັນຍາເຂົ້າໃນການອົບຮົມຫັດແອບຮໍ່າຮຽນໃນຄັ້ງນີ້ ພ້ອມທັງໄດ້ເນັ້ນໜັກໃຫ້
ນັກເຝິກອົບແຕ່ລະສະຫາຍ ຈົ່ງພ້ອມກັນນໍາເອົາບົດຮຽນໃນຄັ້ງນີ້ໄປຈັດຕັ້ງປະຕີບັດໃນຂົງເຂດຄວາມຮັບຜິດຊອບຂອງບ້ານເພື່ອຕ້ານ ແລະ ສະກັດກັ້ນປາ
ກົດການຫຍໍ້ທໍ້ຕ່າງໆທີຈະເກີດຂຶ້ນ ແນໃສ່ເຮັດໃຫ້ເມືອງມີຄວາມສະຫງົບ ແລະ ປອດໄພໂດຍພື້ນຖານ.