ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ສຳເລັດການເຂົ້າຮ່ວມພິທີລົງນາມບົດບັນທຶກ
ຄວາມເຂົ້າໃຈວ່າດ້ວຍການສ້າງຕັ້ງກົນໄກພົວພັນວຽກງານປ້ອງກັນຊາຍແດນ ລາວ-ຈີນ

     ໃນລະຫວ່າງວັນທີ 30 ກໍລະກົດ-2 ສິງຫາ 2017 ນີ້, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະ
ມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ສຳເລັດການເດີນທາງເຂົ້າຮ່ວມກອງປະຊຸມພິທີລົງນາມບົດບັນທຶກຄວາມເຂົ້າໃຈ
ວ່າດ້ວຍການສ້າງຕັ້ງກົນໄກພົວພັນວຽກງານປ້ອງກັນຊາຍແດນສາມຂັ້ນ ເພື່ອລົງເລິກການຮ່ວມມືປະຕິບັດກົດໝາຍ ແລະ ລາດຕະເວນຕາມລຳແມ່ນ້ຳ
ຂອງລະຫວ່າງກະຊວງປ້ອງກັນປະເທດ ແຫ່ງ ສປປລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປ ຈີນ ເຊິ່ງພິທີລົງນາມໄດ້ຈັດຂຶ້ນໃນຕອນເຊົ້າ
ຂອງວັນທີ 31 ກໍລະກົດ 2017 ຢູ່ທີ່ກະຊວງປ້ອງກັນຄວາມສະຫງົບ ສປ ຈີນ ໃຫ້ກຽດເຂົ້າຮ່ວມ ແລະ ເຊັນລົງນາມໃນຄັ້ງນີ້ ຝ່າຍລາວໂດຍແມ່ນ ທ່ານ
ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມ ການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ຝ່າຍຈີນໂດຍ
ແມ່ນ ທ່ານ ພົນເອກ ກົ່ວເສິ່ງຄຸນ ທີ່ປຶກສາແຫ່ງລັດ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປ ຈີນ.


ພົນໂທ ຈັນສະໝອນ ຈັນຍາລາດ ເຂົ້າຮ່ວມພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການສ້າງຕັ້ງກົນໄກພົວພັນວຽກງານປ້ອງກັນຊາຍແດນ ລາວ-ຈີນ

     ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມພິທີລົງນາມບົດບັນທຶກຄວາມເຂົ້າໃຈຢູ່ ສປ ຈີນຄັ້ງນີ້, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ
ລາວ ໄດ້ພົບປະສອງຝ່າຍກັບທ່ານລັດຖະມົນຕີປ້ອງກັນຄວາມສະຫງົບ ແຫ່ງ ສປ ຈີນ ເຊິ່ງການພົບປະຄັ້ງນີ້ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ
ສປປ ລາວ ໄດ້ມີຄຳເຫັນວ່າ: ການຈັດຕັ້ງກົນໄກພົວພັນຮ່ວມມືປ້ອງກັນຊາຍແດນສາມຂັ້ນ ເພື່ອລົງເລິກການຮ່ວມມືປະຕິບັດກົດໝາຍ ແລະ ລາດຕະເວນ
ຕາມລຳແມ່ນ້ຳຂອງລະຫວ່າງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ກັບ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປ ຈີນ ແມ່ນການຮັດແໜ້ນສາຍພົວ
ພັນ ແລະ ການຮ່ວມມືຮອບດ້ານ, ເປັນຄູ່ຮ່ວມມືຍຸດທະສາດທີ່ໝັ້ນຄົງຍາວນານບົນຈິດໃຈເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນທີ່ດີ, ສະຫາຍທີ່ດີ, ຄູ່ຮ່ວມ
ມືທີ່ດີຕໍ່ກັນ ແລະ ນ້ຳໃຈແມ່ນ້ຳຂອງ, ຮ່ວມສຸກ, ຮ່ວມທຸກ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເຂົ້າອົກເຂົ້າໃຈ ແລະ ມີຜົນປະໂຫຍດຮ່ວມກັນ. ການປະຕິບັດ
ການຮ່ວມມືສາມຂັ້ນອັນເລິກເຊິ່ງທີ່ພັກ, ລັດ ກໍຄືສອງຝ່າຍທີ່ໄດ້ລົງນາມຮ່ວມກັນໃນຄັ້ງນີ້ ແມ່ນເປັນບ່ອນອີງທາງດ້ານຫຼັກການທີ່ຈະສ້າງເງື່ອນໄຂອຳນວຍ
ຄວາມສະດວກໃຫ້ແກ່ການຮ່ວມມື ແລະ ການປະສານສົມທົບຂອງເຈົ້າໜ້າທີ່ທັງສອງຝ່າຍ ລາວ-ຈີນ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ. ການປະຕິບັດ
ກົນໄກການຮ່ວມມືສາມຂັ້ນນີ້ຍິ່ງຈະເປັນການເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ການກວດກາ, ການຈັດກອງປະຊຸມ, ການເຝິກອົບຮົມພະນັກງານ,
ການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ການແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ, ຕັ້ງໜ້າປະຕິບັດຕາມເນື້ອໃນຈິດໃຈຂອງສັນຍາວ່າດ້ວຍລະບຽບ
ການຄຸ້ມຄອງຊາຍແດນລະຫວ່າງລັດຖະບານ ສປປ ລາວ ແລະ ລັດຖະບານ ແຫ່ງ ສປ ຈີນ ເພື່ອປົກປັກຮັກສາຊາຍແດນໃຫ້ມີຄວາມສະຫງົບ, ຄວາມປອດ
ໄພ, ຕ້ານ ແລະ ສະກັດກັ້ນການກະທຳຜິດຂ້າມຊາຍແດນຢ່າງເຂັ້ມງວດ ເພື່ອສົ່ງເສີມສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງປະເທດ ລາວ
ຈີນ ບົນພື້ນຖານເຄົາລົບອະທິປະໄຕເຊິ່ງກັນ ແລະ ກັນ, ສະເໝີພາບກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ພາຍໃຕ້ຂອບກົດໝາຍແຕ່ລະປະເທດ, ພ້ອມ
ກັນປະຕິບັດກົດໝາຍ ແລະ ລາດຕະເວນຕາມລຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງລະຫວ່າງລາວກັບຈີນໃຫ້ກ້າວຂຶ້ນໄປອີກບາດກ້າວໜຶ່ງ ພ້ອມກັນນີ້ ການພົບ
ປະສອງຝ່າຍເຫັນດີເປັນເອກະພາບ ແລະ ມອບໃຫ້ ກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ກັບ ກົມຄຸ້ມຄອງຊາຍແດນ, ກະ
ຊວງປ້ອງກັນຄວາມສະຫງົບ ແຫ່ງ ສປ ຈີນ ເປັນໃຈກາງໃນການປະສານສົມທົບ ແລະ ເປັນຜູ້ຈັດຕັ້ງປະຕິບັດກົນ ໄກພົວພັນວຽກງານປ້ອງກັນຊາຍແດນ
ສາມຂັ້ນ ເພື່ອລົງເລິກການຮ່ວມມືປະຕິບັດກົດໝາຍ ແລະ ລາດຕະເວນຕາມລຳແມ່ນ້ຳຂອງໃຫ້ມີປະສິດທິພາບສູງຂຶ້ນກວ່າເກົ່າ ໂອກາດດຽວກັນນີ້ ທັງ
ສອງຝ່າຍຍັງໄດ້ສະແດງຄວາມເຊື່ອໝັ້ນ ແລະ ຕີລາຄາສູງຕໍ່ຜົນສຳເລັດໃນການລົງນາມໃນຄັ້ງນີ້ ເຊິ່ງເປັນການຊຸກຍູ້, ປົກປັກຮັກສາ, ເສີມຂະຫຍາຍສາຍ
ພົວພັນມິດຕະພາບ ແລະ ການຮ່ວມມືທີ່ແໜ້ນແຟ້ນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ກໍຄືກະຊວງປ້ອງກັນປະເທດ ແຫ່ງ
ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປ ຈີນ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ປະກອບສ່ວນອັນສຳ
ຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບລາວ ແລະ ຈີນ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດກາລະນານ.

     ໂອກາດນີ້ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະມົນຕີກະຊວງປ້ອງກັນຄວາມ
ສະຫງົບ ແຫ່ງ ສປ ຈີນ ທີ່ໄດ້ໃຫ້ກຽດຕ້ອນຮັບອັນສະໜິດສະໜົມ, ອົບອຸ່ນ ແລະ ສົມກຽດຈາກກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປ ຈີນ ໃນຄັ້ງນີ້.