ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນຕີ ພູວົງ ວົງພົມ ຕ້ອນຮັບ
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສສ ຫວຽດນາມ

     ສະຫາຍ ພົນຕີ ພູວົງ ວົງພົມ ກຳມະການຄະນະພັກກະຊວງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມພົບ
ປະຂອງສະຫາຍ ພົນໂທ ເຈິນເດິ່ນ ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ ພ້ອມ
ດ້ວຍຄະນະໃນວັນທີ 30 ມິຖຸນາ 2018 ນີ້, ໃນໂອກາດທີ່ສະຫາຍ ແລະ ຄະນະມາຮ່ວມເປັນປະທານເປີດງານວາງສະແດງ ແລະ ຂາຍສິນຄ້າຫວຽດນາມ
ລາວ ປະຈຳປີ 2018.


ພົນຕີ ພູວົງ ວົງພົມ ຕ້ອນຮັບການເຂົ້າຢ້ຽມພົບປະຂອງຮອງລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງສສຫວຽດນາມ

     ສະຫາຍ ພົນຕີ ພູວົງ ວົງພົມ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຕໍ່ຄະນະຂອງສະຫາຍ ພົນໂທ ເຈິນ ເດິ່ນ ດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນ,
ຖານເພື່ອນມິດສະຫາຍອ້າຍນ້ອງທີ່ສະໜິດສະໜົມ ພ້ອມທັງຕີລາ ຄາສູງຕໍ່ການມາຢ້ຽມຢາມລາວໃນຄັ້ງນີ້ ເຊິ່ງເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນ
ມິດຕະພາບຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດລາວ-ຫວຽດນາມທີ່ເປັນມູນເຊື້ອມາແຕ່ຜູ້ນຳຮຸ່ນກ່ອນໄດ້ສ້າງໄວ້ນັ້ນໃຫ້
ຈະເລີນງອກງາມກ້າວເຂົ້າສູ່ລວງເລິກກວ່າເກົ່າ ເພື່ອໃຫ້ພະນັກງານຮຸ່ນສືບທອດໄດ້ຮັບຮູ້ມູນເຊື້ອທີ່ຫາຍາກລະຫວ່າງສອງພັກ-ສອງລັດ ກໍຄືສອງກະຊວງປ້ອງ
ກັນປະເທດລາວ-ຫວຽດນາມໄດ້ເປັນແບບ ຢ່າງເສີມຂະຫຍາຍໃຫ້ໝັ້ນຄົງທະນົງແກ່ນຊົ່ວກາລະນານ.

     ໂອກາດດຽວກັນ, ສະຫາຍ ພົນໂທ ເຈິນ ເດິ່ນ ກໍໄດ້ກ່າວຂອບອົກຂອບໃຈຕໍ່ສະຫາຍຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສປປ ລາວ ທີ່ຍາດເວ
ລາມາພົບປະກັບສະຫາຍ ແລະ ຄະນະໃນຄັ້ງນີ້, ພ້ອມນັ້ນສະຫາຍຍັງເນັ້ນໃຫ້ຮັກສາການແລກປ່ຽນການໄປຢ້ຽມຢາມເຊິ່ງກັນ ແລະ ກັນຂອງຄະນະຜູ້ແທນ
ຂັ້ນສູງ ກໍຄືພະນັກງານຂັ້ນຕ່າງໆຂອງສອງກະຊວງປ້ອງກັນປະເທດ ໂດຍເລັ່ງໃສ່ການພົບປະແລກປ່ຽນບົດຮຽນປິ່ນອ້ອມວຽກງານປ້ອງກັນຊາດ-ປ້ອງກັນ
ຄວາມສະຫງົບຕາມບໍລິເວນຊາຍແດນໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ໂດຍສະເພາະ ແມ່ນຂອດປະສານສົມທົບກັນລະຫວ່າງກົມກອງເຮັດວຽກງານ
ວິຊາສະເພາະຂັ້ນຕ່າງໆຂອງສອງປະເທດ, ໃຫ້ສືບຕໍ່ພົວພັນແໜ້ນເພື່ອຕ້ານ ແລະ ສະກັດກັ້ນພວກຄ້າຂາຍເຖື່ອນ, ການຄ້າຂາຍຢາເສບຕິດ ແລະ ການເຂົ້າ
ອອກຊາຍແດນບໍ່ຖືກລະບຽບ. ນອກນັ້ນ, ສະຫາຍຍັງໄດ້ສະເໜີໃຫ້ກະຊວງປ້ອງກັນປະເທດລາວ ຈົ່ງຊຸກຍູ້ສົ່ງເສີມ ແລະ ໃຫ້ຄວາມສະດວກແກ່ຫົວໜ່ວຍ
ທຸລະກິດຂອງກະຊວງປ້ອງກັນປະເທດຫວຽດນາມທີ່ມາຮ່ວມທຸລະກິດ ກໍຄືຮັບເໝົາກໍ່ສ້າງບັນດາໂຄງການຍຸດທະສາດໃຫຍ່ໆໃນ ສປປ ລາວ, ໃນຂະນະ
ດຽວກັນສະຫາຍຍັງໄດ້ໃຫ້ຄຳໝັ້ນສັນຍາວ່າພັກ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອໃນພາລະກິດ
ສ້າງສາພັດທະນາ ສປປ ລາວ ຢ່າງສຸດຄວາມສາມາດຕະຫຼອດໄປ.