ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫຼຸບຖອດຖອນບົດຮຽນການກໍ່ສ້າງ

ກອງແຂງ-ໜ່ວຍພັກຮູ້ນຳພາຮອບດ້ານທົ່ວອົງຄະນະພັກ ວປກ

     ໃນວັນທີ 28 ມິຖຸນາ 2016 ນີ້, ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ໄດ້ຈັດຕັ້ງສະຫຼຸບຖອດຖອນບົດຮຽນຂະບວນການກໍ່ສ້າງກອງ
ແຂງ-ໜ່ວຍພັກຮູ້ນຳພາຮອບດ້ານທົ່ວອົງຄະນະພັກ ວປກ ປະຈຳປີ 2016-2017 ຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄຳຫຼ້າ ພັນໄຊ
ຍະສຸກ ກຳມະການ ຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ວປກ. ມີບັນດາຄະນະພັກຮາກຖານ, ຄະນະໜ່ວຍພັກທົ່ວ ວປກ ເຂົ້າຮ່ວມ.


ພົນຈັດຕະວາ ຄຳຫຼ້າ ພັນໄຊຍະສຸກ ເປັນປະທານຈັດຕັ້ງສະຫຼຸບຖອດຖອນບົດຮຽນ ການກໍ່ສ້າງກອງແຂງ-ໜ່ວຍພັກ ຮູ້ນຳພາຮອບດ້ານທົ່ວອົງຄະນະພັກ ວປກ

     ໂອກາດດັ່ງກ່າວ ສະຫາຍ ພັນໂທ ບຸນທອນ ອຸປະພັນ ຮອງຫົວໜ້າກົມການເມືອງ ວປກ. ໄດ້ຂຶ້ນຜ່ານບົດສະຫຼຸບ ແລະ ທິດທາງແຜນການການກໍ່ສ້າງ
ກອງແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ. ເຊິ່ງໄດ້ຍົກໃຫ້ເຫັນເຖິງຈຸດດີ, ຂໍ້ຄົງຄ້າງທີ່ຄວນປັບປຸງແກ້ໄຂ ແລະ ຜົນງານທີ່ສາມາດຍາດມາໄດ້ໃນຕະຫຼອດໄລ
ຍະ 1 ປີຜ່ານມາ ຄະນະພັກ ວປກ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ແລະ ໃຫ້ຄວາມສຳຄັນການຈັດຕັ້ງພັກແຕ່ລະຂັ້ນໃນການຄົ້ນຄວ້າເຊື່ອມຊຶມ, ກຳແໜ້ນບັນ
ດາມະຕິ, ຄຳສັ່ງ, ຂໍ້ກຳນົດ ແລະ ບົດແນະນຳກ່ຽວກັບການກໍ່ສ້າງພັກຂອງຄະນະຈັດຕັ້ງສູນກາງພັກ, ຂອງກະຊວງປ້ອງກັນປະເທດ ແລະ ທິດທາງແຜນການ
ຂອງຄະນະພັກ ວປກ ວາງອອກ, ທັງຊີ້ນຳຈັດຕັ້ງປະຕິບັດການປັບປຸງກໍ່ສ້າງພັກແຕ່ລະກົມກອງ-ໜ່ວຍພັກຢ່າງຕໍ່ເນື່ອງ. ຄະນະພັກຮາກຖານ ແລະ ໜ່ວຍພັກ
ເຫັນໄດ້ທີ່ຕັ້ງ, ພາລະບົດບາດຂອງວຽກງານພັກ-ວຽກງານການເມືອງ, ໄດ້ຜັນຂະຫຍາຍມະຕິຄຳສັ່ງຂອງຂັ້ນເທິງ ໃຫ້ເປັນແຜນການປະຕິບັດຂໍ້ແຂ່ງຂັນການ
ກໍ່ສ້າງກອງແຂງ-ໜ່ວຍພັກຮູ້ນຳພາຮອບດ້ານໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ຮັບປະກັນທາງດ້ານຈຳນວນ ແລະ ຄຸນນະພາບ. ທົ່ວຄະນະພັກ ວປກ ມີ 7
ຄະນະພັກຮາກຖານ ແລະ 33 ໜ່ວຍພັກ, ໃນນັ້ນໜ່ວຍພັກນັກສຶກສາ 14 ໜ່ວຍພັກ ແລະ ໃນສົກປີ 2016-2017 ທົ່ວຄະ ນະພັກ ວປກ ໄດ້ຮັບຮອງ
ເປັນກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານມີ: 22 ກົມກອງ-ໜ່ວຍພັກ ໃນນັ້ນມີ 3 ກົມກອງ-ໜ່ວຍພັກໄດ້ຖືກຮັບຮອງເປັນກອງແຂງໜ່ວຍ
ພັກຮູ້ນຳພາຮອບດ້ານ 9 ຄັ້ງຕິດຕໍ່ກັນ 08 ຄັ້ງຕິດຕໍ່ກັນມີ 1 ໜ່ວຍ, 07 ຄັ້ງຕິດຕໍ່ກັນ 1 ໜ່ວຍ, 05 ຄັ້ງຕິດຕໍ່ກັນ 1 ໜ່ວຍ, 04 ຄັ້ງຕິດຕໍ່ກັນ 8 ໜ່ວຍ,
3 ຄັ້ງຕິດຕໍ່ກັນ 6 ກົມກອງ-ໜ່ວຍພັກ, 02 ຄັ້ງຕິດຕໍ່ກັນມີ: 2 ກົມກອງ-ໜ່ວຍພັກ ຈາກນັ້ນກໍໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມປະກອບຄຳຄິດ-ຄຳເຫັນໃສ່
ບົດສະຫຼຸບ ແລະ ທິດທາງແຜນການໃຫ້ມີຄວາມອຸດົມສົມບູນ, ໂອກາດດຽວກັນນີ້ ຍັງໄດ້ຈັດຕັ້ງພິທີມອບໃບຢັ້ງຢືນ, ໃບຍ້ອງຍໍໃຫ້ບັນດາກົມກອງ-ໜ່ວຍ
ພັກທີ່ໄດ້ຖືກຮັບຮອງເປັນກອງແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ ແລະ ຜ່ານແຜນການສືບຕໍ່ຍູ້ຂະບວນການກໍ່ສ້າງກອງແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ
ສົກປີ 2017-2018, ຜ່ານເນື້ອໃນຂໍ້ແຂງຂັນເພື່ອໃຫ້ແຕ່ລະພາກສ່ວນແຂ່ງຂັນກັນຈັດຕັ້ງປະຕິ ບັດໃຫ້ເກີດດອກອອກຜົນ.

     ຕອນທ້າຍ ສະຫາຍປະທານກໍໄດ້ໂອ້ລົມໂດຍໄດ້ເນັ້ນໜັກໃຫ້ທຸກການຈັດຕັ້ງພັກ, ສະມາຊິກພັກຕ້ອງຮັບຮູ້ເຂົ້າໃຈຕໍ່ແນວທາງ, ຜົນງານ, ແຮງຈູງໃຈ
ແລະ ຕໍ່ປັດໃຈທີ່ມີຜົນກະທົບຕໍ່ຂະບວນການວິວັດຂອງການຈັດ ຕັ້ງປະຕິບັດວຽກງານດັ່ງກ່າວ, ຮັກສານາມມະຍົດໄວ້ໃຫ້ໝັ້ນຄົງ, ສູ້ຊົນສ້າງໃຫ້ການເປັນ
ຕົວແບບເພື່ອໃຫ້ກົມກອງອື່ນເອົາເປັນແບບຢ່າງ, ເສີມຂະຫຍາຍຄວາມເປັນແກນນຳທີ່ແທ້ຈິງ, ນຳພາຄິດ, ນຳພາເຮັດ, ນຳພາໄປຕາມຈຸດໝາຍ, ກຳແໜ້ນ,
ຄຸ້ມຄອງແໜ້ນ, ຕີລາຄາໃຫ້ຖືກຕ້ອງຊັດເຈນ, ຍູ້ແຮງວຽກງານ, ກວດກາ, ປ້ອງກັນພັກ, ເພື່ອພ້ອມກັນເຮັດໃຫ້ອົງການຈັດຕັ້ງພັກມີຄວາມໜັກແໜ້ນ-ເຂັ້ມ
ແຂງ, ປອດໃສ, ປອດໄພ, ປອດຄະດີ.