ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມວິທະຍາສາດ-ປະຫວັດສາດການທະຫານກັບວິທະຍາຄານພາລາທິການກອງທັບ
ສ້າງ​ກິດຈະກຳ​ໃນ​ວັນ​ປູກ​ຕົ້ນ​ໄມ້​ແຫ່ງ​ຊາດ


ກິດຈະກຳວັນປູກຕົ້ນໄມ້ ແຫ່ງຊາດທີ 1 ມິຖຸນາ ແລະວັນສິ່ງແວດລ້ອມໂລກທີ 5 ມິຖຸນາ

     ວັນທີ 31 ພຶດສະພາ 2019 ຜ່ານມານີ້, ກົມວິທະຍາສາດ-ປະຫວັດສາດການທະຫານ ແລະ ວິທະຍາຄານພາລາທິການກອງທັບ ໄດ້ສ້າງກິດຈະກຳວັນປູກຕົ້ນໄມ້
ແຫ່ງຊາດທີ 1 ມິຖຸນາ  ແລະ ວັນສິ່ງແວດລ້ອມໂລກທີ 5 ມິຖຸນາ ຂຶ້ນທີ່ວິທະຍາຄານພາລາທິການກອງທັບໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມ
ວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານ ພ້ອມສະຫາຍ ພັນເອກ ປອ ບົວເຮືອງ ສົມຟອງບຸດຕາຂັນ ຫົວໜ້າການທະຫານວິທະຍາຄານພາລາທິການ
ກອງທັບ, ມີຄະນະພັກ-ຄະນະບັນຊາສອງພາກ ສ່ວນຕະຫຼອດຮອດນັກສຶກສາພາຍໃນ ວິທະຍາຄານພາລາທິການເຂົ້າຮ່ວມ.

     ໃນພິທີ ສະຫາຍຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານ ໄດ້ມີຄຳເຫັນກ່ຽວກັບຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວ ດັ່ງນັ້ນສອງອົງການຈຶ່ງໄດ້
ສ້າງກິດຈະກຳປູກຕົ້ນໄມ້ເພື່ອເພີ່ມສີຂຽວໃຫ້ບາງພື້ນທີ່ ແລະ ຜູກຮັດຄວາມສາມັກຄີຮັກແພງລະຫວ່າງສອງພາກ ສ່ວນ ເຊິ່ງຕົ້ນໄມ້ທີ່ນຳມາປູກຮ່ວມກັນຄັ້ງນີ້ມີ 300 ກວ່າ
ຕົ້ນ, ໃນນັ້ນມີ ໄມ້ດູ່ລາຍ, ໄມ້ຂະຍຸງ, ຕົ້ນຈຳປາ ແລະ ຕົ້ນໄມ້ກິນໝາກຈຳນວນໜຶ່ງເພື່ອເຮັດໃຫ້ຂອບເຂດພາຍໃນວິທະຍາຄານມີຄວາມອຸດົມສົມບູນ ແລະ ຮົ່ມເຢັນດີ.

     ພາຍຫຼັງປູກຕົ້ນໄມ້ສຳເລັດແລ້ວ, ຍັງມີການແຂ່ງຂັນກີລາບານສົ່ງຍິງມິດຕະພາບຂຶ້ນຜ່ານການແຂ່ງຂັນ 4 ນັດຜົນປາກົດວ່ານັກກີລາບານສົ່ງຍິງຈາກກົມວິທະຍາ
ສາດ-ປະຫວັດສາດ ການທະຫານ ເອົາຊະນະ 3 ຕໍ່ 1 ເຊັດ ແລະ ກີລາເປຕັງມິດຕະພາບລະຫວ່າງ ຄະນະພັກ-ຄະນະບັນຊາທີມປະສົມຍິງຊາຍແມ່ນທີມຂອງວິທະຍາຄານ
ພາລາທິການກອງທັບເອົາຊະນະ.