ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບັນດາກົມໃຫຍ່ ແລະ ຫ້ອງວ່າການກະຊວງປ້ອງກັນປະເທດຈັດກິດຈະກຳປູກຕົ້ນໄມ້

     ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ, ບັນດາກົມໃຫຍ່ ແລະ ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດ
ກິດຈະກຳປູກຕົ້ນໄມ້ຢ່າງເປັນຂະບວນຟົດຟື້ນ ເຊັ່ນ: ກົມໃຫຍ່ການເມືອງກອງທັບໄດ້ຈັດຕັ້ງປູກຕົ້ນໄມ້ໃນວັນທີ 1 ມິຖຸນາ 2018, ຢູ່ທີ່ສຸສານນັກຮົບປະ
ຕິວັດແຫ່ງຊາດ (ຫຼັກ 24) ໂດຍການເຂົ້າຮ່ວມຂອງ ທ່ານ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມ
ໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາບັນດາກົມ, ກອງ, ຫ້ອງການ ພ້ອມດ້ວຍນາຍ ແລະ ພົນທະຫານທົ່ວອົງການກົມໃຫຍ່ການເມືອງກອງ
ທັບເຂົ້າຮ່ວມຢ່າງຫຼວງຫຼາຍ.


ກົມໃຫຍ່ການເມືອງກອງທັບ                                  ກົມໃຫຍ່ເສນາທິການກອງທັບ                           ກົມໃຫຍ່ເຕັກນິກກອງທັບ

     ທ່ານ ພົນຕີ ສອນທອງ ພົມລາວົງ ກ່າວວ່າ: ການຈັດຕັ້ງໃຫ້ມີຂະບວນການປູກຕົ້ນໄມ້ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ ໃນທຸກໆປີແມ່ນ
ມີຄວາມສຳຄັນຫຼາຍ ເພາະນອກຈາກຈະເປັນການປູກຈິດສຳນຶກໃຫ້ຄົນລາວເຮົາຮູ້ຮັກສາປ່າໄມ້, ຮັກທຳມະຊາດ ແລະ ສິ່ງແວດລ້ອມສີຂຽວຊຸ່ມເຢັນແລ້ວ
ຍັງເປັນການເພີ່ມເນື້ອທີ່ປົກຄຸມຂອງປ່າໄມ້ປະເທດເຮົາໃຫ້ມີອັດຕາສ່ວນເພີ່ມຂຶ້ນ ເພາະປ່າໄມ້ແມ່ນຊັບພະຍາກອນທຳມະຊາດທີ່ມີຄຸນຄ່າ, ນຳມາເຊິ່ງຄຸນປະ
ໂຫຍດຢ່າງຫຼວງຫຼາຍແກ່ເສດຖະກິດປະເທດເຮົາ.

     ສຳລັບເບ້ຍໄມ້ທີ່ນຳມາປູກຄັ້ງນີ້ສ່ວນຫຼາຍແມ່ນຕົ້ນໄມ້ທີ່ມີຄ່າສູງເຊັ່ນ: ໄມ້ດູ່, ໄມ້ແຕ້ຂ່າ, ໄມ້ຂະຍຸງ ແລະ ຕົ້ນໄມ້ກິນໝາກຈຳນວນໜຶ່ງ ລວມທັງໝົດ
ມີຈຳນວນ 2.500 ຕົ້ນ.

     ສ່ວນກົມໃຫຍ່ເສນາທິການກອງທັບ ໄດ້ຮ່ວມກັບ ບໍລິສັດ ບີເຄເອັນ ຈຳກັດ ໄດ້ຈັດຕັ້ງປູກຕົ້ນໄມ້ຂຶ້ນຢູ່ທີ່ສວນຫ້ວຍຊັນ ເມືອງປາກງື່ມ ນະຄອນຫຼວງ
ວຽງຈັນ, ໃນວັນທີ 1 ມິຖຸນາ 2018, ໂດຍການເຂົ້າຮ່ວມຂອງ ທ່ານ ພົນຈັດຕະວາ ສິງສະຫວັດ ພົມມະສັກ ກຳມະການຄະນະພັກກົມໃຫຍ່, ຮອງຫົວໜ້າ
ກົມໃຫຍ່ເສນາທິການກອງທັບ, ມີ ທ່ານ ບຸນອຸ້ມ ພັນທະປັນຍາ ຜູ້ອຳນວຍການບໍລິສັດ ບີເຄເອັນ ຈຳກັດ, ມີບັນດາຜູ້ຕາງໜ້າກົມ, ຫ້ອງການ, ພະແນກ
ການ ແລະ ພະນັກງານ-ນັກຮົບກອງພັນ 512 ເຂົ້າຮ່ວມ.

     ພັນເອກ ສີສະຫງຽມ ອຸດົມ ຫົວໜ້າຫ້ອງການບໍລິຫານກົມໃຫຍ່ເສນາທິການກອງທັບ ໄດ້ກ່າວວ່າ: ການຈັດຕັ້ງພິທີ ແລະ ປູກຕົ້ນໄມ້ໃນໂອກາດວັນ
ປູກຕົ້ນໄມ້ແຫ່ງຊາດຄັ້ງນີ້ ກໍເພື່ອປະຕິບັດຕາມຄຳສັ່ງແນະນຳຂອງລັດຖະບານກ່ຽວກັບວຽກງານປົກປັກຮັກສາປ່າໄມ້ ແລະ ຟື້ນຟູປ່າໄມ້ໃຫ້ເປັນປ່າຕາມທິດ
ພັດທະນາແບບຍືນຍົງສີຂຽວ, ປະກອບສ່ວນສ້າງຂະບວນການສ້າງຜົນງານຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ທີ່ຈະໝູນ
ວຽນມາບັນຈົບຄົບຮອບອີກວາລະໜຶ່ງໃຫ້ມີຄວາມໝາຍອັນເລິກເຊິ່ງ, ກົມໃຫຍ່ເສນາທິການກອງທັບໄດ້ມອບໝາຍໃຫ້ຫ້ອງການບໍລິຫານ ກົມໃຫຍ່ເສ
ນາທິການ ສົມທົບກັບ ບໍລິສັດ ບີເຄເອັນ ເຊິ່ງເປັນບໍລິສັດສົ່ງເສີມການປູກໄມ້ຕີ້ວເພື່ອຜະລິດຖ່ານດັງໄຟຄຸນນະພາບສູງ ຫຼື ເອີ້ນວ່າຖ່ານຂາວ ທີ່ເປັນສິນຄ້າ
ສົ່ງອອກ. ພາຍໃຕ້ສັນຍາຮ່ວມມືລະຫວ່າງສອງຝ່າຍ ເຊິ່ງໄດ້ປະຕິບັດນຳກັນມາແຕ່ປີ 2012. ມາຮອດປັດຈຸບັນ ໄດ້ບຸກເບີກເນື້ອທີ່ດິນເປົ່າຫວ່າງ ປູກໄມ
້ຕີ້ວໄດ້ 7 ເຮັກຕາ, ແຕ່ລະປີໄດ້ຂະຫຍາຍເນື້ອທີ່ອອກປີລະປະມານເຮັກຕາປາຍ. 5 ປີຜ່ານມາໄດ້ລົງທຶນແລ້ວປະມານ 52 ລ້ານກວ່າກີບ ປະກອບມີຄ່າບຸກ
ເບີກເນື້ອທີ່, ຄ່າເບ້ຍໄມ້ຕີ້ວ ແລະ ອື່ນໆ ໂດຍແມ່ນບໍລິສັດເປັນຜູ້ລົງທຶນ ສ່ວນຫ້ອງການບໍລິຫານກົມໃຫຍ່ເສນາທິການແມ່ນລະດົມແຮງງານເຂົ້າຮ່ວມປູກ
ແລະ ຄຸ້ມຄອງປົກປັກຮັກສາ, ເຊິ່ງເຫັນວ່າມີປະສິດທິຜົນທາງເສດຖະກິດດີ.

     ຢູ່ກົມໃຫຍ່ເຕັກນິກກອງທັບ ກໍໄດ້ຈັດຕັ້ງຂະບວນການປູກຕົ້ນໄມ້ໃນວັນທີ 1 ມິຖຸນາ 2018 ໂດຍໄດ້ມີ 2 ຈຸດຄື: ຈຸດທີ 1 ຈັດພິທີປູກຕົ້ນໄມ້ຢູ່ທີ່
ໂຮງງານກະເບື້ອງກອງທັບ ໂດຍການເຂົ້າຮ່ວມຂອງ ທ່ານ ພົນຈັດ ຕະວາ ກິລະກອນ ບຸນນະຜົນ ຫົວໜ້າກົມໃຫຍ່ເຕັກນິກກອງທັບ ແລະ ຈຸດທີ 2 ຢູ່ສາງ
ອ1 ໂດຍການເຂົ້າຮ່ວມຂອງ ທ່ານ ພົນຈັດຕະວາ ຄຳພາ ສີພອນໄຊ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ.

     ສຳລັບຫ້ອງວ່າການກະຊວງ ໄດ້ຈັດພິທີປູກຕົ້ນໄມ້ໃນວັນທີ 1 ມິຖຸນາ 2018 ເຊັ່ນດຽວກັນຢູ່ທີ່ສູນຮັບຕ້ອນ 208 ໂດຍການເຂົ້າຮ່ວມຂອງ ພັນເອກ
ບຸນທອນ ສິດສຸວົງ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີບັນດາກົມ, ຫ້ອງການ, ພະແນກການ, ກອງ ພ້ອມດ້ວຍນາຍ ແລະ ພົນທະຫານທີ່
ຂຶ້ນກັບຫ້ອງວ່າການກະຊວງເຂົ້າຮ່ວມ.