ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງ
ລົງກວດກາໂຄງການຢູ່ 3 ຈຸດສຸມ ແຂວງໄຊສົມບູນ


ພົນຈັດຕະວາ ວົງຄຳ ພົມມະກອນ ລົງກວດກາໂຄງການກໍ່ສ້າງຢູ່ 3 ຈຸດສຸມແຂວງໄຊສົມບູນ

     ໃນລະຫວ່າງວັນທີ 28-30 ເມສາ 2017, ທ່ານ ພົນຈັດຕະວາ ວົງຄຳ ພົມມະກອນ ກຳມະການຄະນະປະຈຳພັກກະຊວງ ຫົວໜ້າກົມໃຫຍ່ພະລາທິ
ການກອງທັບ, ຜູ້ຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງ ພ້ອມດ້ວຍຄະນະ ໄດ້ລົງກວດກາໂຄງການກໍ່ສ້າງຕ່າງໆຢູ່ 3 ຈຸດສຸມ ແຂວງໄຊສົມບູນ ຜ່ານ
ການລົງກວດກາ ແລະຮັບຟັງການລາຍງານຂອງພາກສ່ວນກ່ຽວຂ້ອງເຫັນວ່າການບຸກເບີກເນື້ອທີ່ດິນ ແລະປັບໜ້າດິນກໍ່ສ້າງຫ້ອງການຄະນະຊີ້ນຳປັດຈຸບັນ
ສຳເລັດ 100% ກໍ່ສ້າງທາງປູຢາງເຂົ້າຫ້ອງການຄະນະຊີ້ນຳສຳເລັດ 100%, ກໍ່ສ້າງທາງປູຫີນແຕ່ບ້ານອອມຫາບ້ານກໍໄຮ ສຳເລັດ 100%, ບຸກເບີກບ່ອນ
ຕັ້ງໂຮງຮຽນມໍຕົ້ນຢູ່ບ້ານອ່າວໃຕ້ ສຳເລັດ 95% ກໍ່ສ້າງທາງປູຫີນເຂົ້າສຳນັກຈຸດສຸມບ້ານອ່າວເໜືອ ແລະບ້ານອ່າວໃຕ້ ສຳເລັດ 100% ກໍ່ສ້າງຝາຍກັນນ້ຳ
ແລະກໍ່ສ້າງທາງເຂົ້າໂຮງຮຽນມໍຕົ້ນອ່າວໃຕ້ ສຳເລັດ 100% ບຸກເບີກ ແລະປັບພື້ນທີ່ກໍ່ສ້າງຢູ່ 3 ຈຸດສຸມຈຳນວນ 8 ຈຸດ ສຳເລັດ 100%, 7 ຈຸດກໍ່ສ້າງ
ທາງປູຫີນແຕ່ບ້ານໜອງພູນໄຊຫາບ້ານຮົມໄຊ ສຳເລັດ 71% ກໍ່ສ້າງທາງຕາບເລ່ ສຳເລັດ 71% ບຸກເບີກ ແລະປັບພື້ນທີ່ກໍ່ສ້າງສຳນັກຈຸດສຸມບ້ານກໍໄຮ
ແລະບ້ານຖ້ຳໂລ້ ສຳເລັດ 100% ກໍ່ສ້າງທາງເຂົ້າເຂດຜະລິດກະສິກຳບ້ານອອມ ສຳເລັດ 88% ກໍ່ສ້າງທາງຂຶ້ນສຳນັກກຸ່ມສູ້ຮົບຕິດລຽນປອມພູສັງກາດ
ແລະທາງຂຶ້ນສຳນັກຈຸດສຸມບ້ານອ່າວກາງ ສຳເລັດ 100% ແລະກໍ່ສ້າງທາງຂຶ້ນຈຸດສຸມບ້ານໜອງພູນໄຊ ແລະບຸກເບີກພື້ນທີ່ກໍ່ສ້າງເດີ່ນບີນຂຶ້ນຊື່ສຸກເສີນ
ຈຸມສຸມບ້ານໜອງພູນໄຊ ສຳເລັດ 100%.

     ໂອກາດນີ້ ທ່ານ ພົນຈັດຕະວາ ວົງຄຳ ພົມມະກອນ ກໍໄດ້ເນັ້ນໜັກໃຫ້ຜູ້ຮັບເໜົາກໍ່ສ້າງສືບຕໍ່ເອົາໃຈໃສ່ປະຕິບັດໂຄງການຕ່າງໆໃຫ້ສຳເລັດຕາມແຜນ
ການຄາດໝາຍ, ຮັບປະກັນມີຄຸນນະພາບນຳໃຊ້ໄດ້ຍາວນານ ເພື່ອປະກອບສ່ວນໃນການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ຫຼຸດ
ຜ່ອນລົງເປັນກ້າວໆ.