ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ
ປິດຊຸດອົບຮົມການເມືອງການທະຫານໄລຍະສັ້ນ ປະຈຳປີ 2018


ພົນຈັດຕະວາ ວຽງໄຊ ສົມວິຈິດ ເປັນປະທານພິທີປິດຊຸດອົບຮົມການເມືອງການທະຫານໄລຍະສັ້ນ ປະຈຳປີ 2018

     ແຕ່ວັນທີ 19-29ມີນາ 2018 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ປິດຊຸດອົບຮົມການເມືອງ ແລະ ການ
ທະຫານປະຈຳປີຂອງກົມກອງ ໂດຍພາຍໃຕ້ການເປັນປະ ທານປຂອງສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມ ວສ-ປສ ການທະຫານ ມີພະ
ນັກງານນັກຮົບເຂົ້າ ຮ່ວມ 100 ກ່ວາສະຫາຍ.


ພະນັກງານ-ນັກຮົບກົມ ວສ-ປສ ການທະຫານ ລົງສະໜາມຍິງລູກປືນແທ້

     ໃນພິທີ ພັນໂທ ກາວິນ ຈັນທະມາດ ຫົວໜ້າພະແນກບໍລິຫານ ໄດ້ສະຫຼຸບຄືນຜົນຂອງການອົບຮົມໃນຄັ້ງນີ້ວ່າ: ການອົບຮົມປະກອບມີ 2 ພາກຄື: ການ
ເມືອງໃຊ້ເວລາ 3 ວັນແຕ່ວັນທີ 19-23 ມີນາ 2018 ປະກອບມີເນື້ອໃນ 4 ບົດ ຄື: ວຽກງານແນວຄິດຂອງກອງທັບປະຊາຊົນລາວ, ພັກນຳພາປົກປັກຮັກ
ສາ ແລະ ສ້າງສາພັດທະນາປະເທດຊາດ, ວຽກງານພັກວຽກງານການເມືອງໃນກອງທັບ, ພັກນຳພາ ແລະ ປົກປັກຮັກສາສ້າງສາພັດທະນາປະເທດຊາດແຕ່ປີ
1976 ເຖິງປັດຈະບັນ, ພາກການທະຫານແມ່ນເຝິກຕົວຈິງ 5 ວັນ ແລະ ລົງສະໜາມຍິງລູກປືນແທ້ 1 ວັນ ສາມາດຕີລາຄາໄດ້ການຫັດແອບຮູບແຖວ
ໝວດໝູ່ມືເປົ່າຄົງທີ່ ແລະ ເຄື່ອນທີ ຕີລາຄາໄດ້ 80% , ຫັດແອບການເຄົາລົບລາຍງານບັນລຸ 85%, ລະບຽບບຸກຄົນຂັ້ນໝູ່ໝວດບັນລຸ 80%, ພາກທິດ
ສະດີການຍິງປືນ ແລະ ມ້າງປະກອບປືນບັນລຸ 85%, ຍິງລູກປືນແທ້ພາກສະໜາມ 80%. ການອົບຮົມທັງສອງພາກໃນຄັ້ງນີ້ ຈຸດດີທີ່ເປັນພື້ນຖານແມ່ນ
ການປະຕິບັດໂມງເວລາໄດ້ດີຮັກສາຈຳນວນພົນໄດ້ປົກກະຕິ ແລະ ບົດຮຽນທີ່ນຳມາເຝິກອົບຮົມກໍເປັນບົດຮຽນທີ່ເຄີຍອົບຮົມມາແລ້ວຈິ່ງສາມາດເຮັດໃຫ້
ແຕ່ລະສະຫາຍເຂົ້າໃຈງ່າຍ ແລະ ປະຕິບັດໄດ້ດີພໍສົມຄວນ.


ພົນຈັດຕະວາ ວຽງໄຊ ສົມວິຈິດ ໂອ້ລົມໃນພິທີປິດຊຸດອົບຮົມການເມືອງການທະຫານໄລຍະສັ້ນ ປະຈຳປີ 2018

     ໃນໂອກາດເຂົ້າຮ່ວມພິທີປິດຊຸດອົບຮົມ ທ່ານ ພົນຈັດຕະວາ ວຽງໄຊ ສົມວິຈິດ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທິນັກອົບຮົມ ແລະ ຄູອາຈານ
ພ້ອມກັນຍາດມາໄດ້ໃນຄັ້ງນີ້ ເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນບຸນສຳຄັນທາງປະຫວັດສາດຂອງພັກຂອງກອງທັບຄື: ວັນສ້າງຕັ້ງກອງທັບຄົບ
ຮອບ 70 ທັງເປັນການສ້າງກໍາລັງແຮງກາຍແຮງໃຈ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງກອງທັບ ເພື່ອໃຫ້ພະນັກງານນັກຮົບມີຄວາມຄຸ້ນເຄີຍ ແລະ
ຈັດຕັ້ງປະຕິບັດໄດ້ຢ່າງຄ່ອງແຄ້ວວ່ອງໄວ ສ້າງກອງທັບໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ພ້ອມທັງຮຽກຮ້ອງໃຫ້ທຸກສະຫາຍຈົ່ງພ້ອມກັນນຳເອົາບົດຮຽນຄັ້ງ
ນີ້ໄປຈັດຕັ້ງຜັນຂະຫຍາຍເຂົ້າກັບໜ້າທີ່ວຽກງານຂອງຕົນໃຫ້ດີຂຶ້ນ.


ພາບລວມພາຍໃນພິທີປິດຊຸດອົບຮົມການເມືອງການທະຫານໄລຍະສັ້ນ ປະຈຳປີ 2018