ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ພະລາທິການກອງທັບ ເປີດກອງປະຊຸມວຽກງານຈັດຕັ້ງພັກ-ພະນັກງານ

     ໃນຕອນເຊົ້າວັນທີ 30 ມີນາ 2017 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ພະລາທິການກອງທັບ ໄດ້ເປີດກອງປະຊຸມວຽກງານຈັດຕັ້ງພັກ-ພະນັກງານທົ່ວກົມ
ໃຫຍ່ພະລາທິການກອງທັບຂຶ້ນ ໂດຍພາຍໃຕ້ການເປັນປະທານ ແລະກ່າວເປີດກອງປະຊຸມຂອງ ທ່ານ ພົນຈັດຕະວາ ປອ ວົງຄຳ ພົມມະກອນ ກຳມະການ
ຄະນະປະຈຳພັກກະຊວງ ເລຂາຄະນະພັກອົງການກົມໃຫຍ່ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກອົງການ, ຫົວໜ້າກົມ, ຄະນະນຳຫ້ອງການ,
ພະແນກການ-ຄະນະພັກ-ຄະນະບັນຊາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.


ພົນຈັດຕະວາ ປອ ວົງຄຳ ພົມມະກອນ ເປັນປະທານກອງປະຊຸມວຽກງານ
ຈັດຕັ້ງພັກ-ພະນັກງານທົ່ວກົມໃຫຍ່ພະລາທິການກອງທັບ

     ໃນພິທີ ທ່ານ ພົນຈັດຕະວາ ປອ ວົງຄຳ ພົມມະກອນ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາວຽກງານຈັດຕັ້ງພັກ-ພະນັກງານໃນຊຸມປີຜ່ານມາ ແລະທິດທາງ
ແຜນການແຕ່ນີ້ຮອດປີ 2020 ຂອງກົມໃຫຍ່ພະລາທິການກອງທັບ, ການຈັດຕັ້ງປະຕິບັດວຽກງານຈັດຕັ້ງພັກ-ພະນັກງານໃນ 5 ປີຜ່ານມາ ໄດ້ຕີລາຄາສະ
ພາບການ ແລະຜົນສຳເລັດວຽກງານຮອບດ້ານທີ່ພົ້ນເດັ່ນ ໂດຍສະເພາະວຽກງານກໍ່ສ້າງພັກ, ກໍ່ສ້າງພັກທາງດ້ານການເມືອງແນວຄິດ, ຄະນະພັກແຕ່ລະຂັ້ນ
ໄດ້ເອົາໃຈໃສ່ໂດຍເອົາການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານສະມາຊິກພັກ-ພະນັກງານກຳແໜ້ນທິດສະດີມາກ-ເລນິນ, ແນວຄິດ ໄກສອນ
ພົມວິຫານ ແລະແນວທາງນະໂຍບາຍຂອງພັກ, ກໍ່ສ້າງພັກທາງດ້ານການຈັດຕັ້ງ, ຊຸກຍູ້ຂະບວນການກໍ່ສ້າງກອງແຂງ-ໜ່ວຍພັກຮູ້ນຳພາ ຮອບດ້ານໃຫ້ເປັນ
ຂະບວນການຢ່າງກວ້າງຂວາງ, ວຽກງານຂະຫຍາຍພັກ, ວຽກງານຄຸ້ມຄອງປ້ອງກັນພັກ-ພະນັກງານຕ້ານ ແລະສະກັດກັ້ນທຸກປາກົດການຫຍໍ້ທໍ້ຢູ່ໃນການ
ຈັດຕັ້ງພັກ, ແບບແຜນນຳພາ ແລະແບບແຜນວິທີເຮັດວຽກ, ປະຕິບັດຫຼັກການລວມສູນປະຊາທິປະໄຕນຳພາເປັນໝູ່ຄະນະບຸກຄົນຮັບຜິດຊອບ ເພື່ອສ້າງ
ເງື່ອນໄຂ ໃຫ້ບັນດາອົງການຈັດຕັ້ງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງກໍ່ສ້າງ ພັກ-ກໍ່ສ້າງ ກົມກອງ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງຕະ ຫຼອດໄປ.

     ໂອກາດນີ້ ທ່ານປະທານກໍໄດ້ໂອ້ລົມໃນທີ່ປະຊຸມ ໂດຍຮຽກຮ້ອງມາຍັງບັນດາສະຫາຍເລຂາ, ຮອງເລຂາ ແລະຄະນະພັກ-ຄະນະບັນຊາ ຕະຫຼອດຮອດ
ສະມາຊິກພັກ, ພະນັກງານຈົ່ງເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດເປັນກົກ, ມີຄວາມສາມັກຄີກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະກັນດ້ວຍຄວາມຈິງ
ໃຈ, ສຸມໃສ່ສ້າງພັກ-ພະນັກງານໃຫ້ປອດໃສ, ເຂັ້ມແຂງ-ໜັກແໜ້ນ ພ້ອມກັນເຮັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດຢ່າງຈົບງາມ.