ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສຳເລັດກອງປະຊຸມເປີດກວ້າງຂອງຄະນະບໍລິຫານງານພັກ
ກົມໃຫຍ່ເສນາທິການກອງທັບປະຈຳໄຕມາດ I ປີ 2017

     ກອງປະຊຸມເປີດກວ້າງຂອງຄະນະບໍລິຫານງານພັກກົມໃຫຍ່ເສນາທິການກອງທັບປະຈຳໄຕ I ປີ 2017ໄດ້ປິດລົງໃນຕອນບ່າຍວັນທີ 31 ມີນາ 2017
ນີ້, ພາຍຫຼັງດຳເນີນມາເປັນເວລາ 2 ວັນ, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຕີ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ເລຂາຄະນະພັກ,
ຫົວໜ້າກົມໃຫຍ່ເສນາທິການກອງທັບ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາສະຫາຍຄະນະປະຈຳພັກ, ຄະນະພັກກົມໃຫຍ່ເສນາທິການ, ເລ
ຂາຄະນະພັກຮາກຖານ ແລະເລຂາໜ່ວຍພັກເຂົ້າຮ່ວມ.


ພົນຕີ ສຸວອນ ເລືອງບຸນມີ ເປັນປະທານກອງປະຊຸມເປີດກວ້າງ
ຂອງຄະນະບໍລິຫານງານພັກກົມໃຫຍ່ເສນາທິການກອງທັບ ປະຈຳໄຕ I ປີ 2017

     ກອງປະຊຸມຄັ້ງນີ້ ບັນດາສະຫາຍໄດ້ພ້ອມກັນເອົາໃຈໃສ່ຮັບຟັງ, ຄົ້ນຄວ້າປະກອບຄຳຄິດເຫັນເຂົ້າໃສ່ເນື້ອໃນຈິດໃຈຮ່າງບົດສະຫຼຸບການນຳພາຂອງຄະ
ນະພັກກົມໃຫຍ່ເສນາທິການກອງທັບປະຈຳໄຕມາດ I ແລະທິດທາງແຜນການນຳພາປະຈຳໄຕມາດ II ບັນດາວຽກຈຸດສຸມຕ່າງໆ, ເຮັດໃຫ້ກອງປະຊຸມໃນ
ຄັ້ງນີ້ດຳເນີນໄປຢ່າງຖືກຕ້ອງຕາມວາລະກອງປະຊຸມທັງມີເນື້ອໃນເລິກເຊິ່ງບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ ພ້ອມດຽວກັນນີ້ ສະຫາຍ ພັນເອກ ກອງແກ້ວ
ວໍລະຈິດ ເລຂາຄະນະພັກ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ກໍໄດ້ສະເໜີຜ່ານຄຳສັ່ງແນະນຳວ່າດ້ວຍການດຳເນີນຊີວິດການເມືອງປັບ
ປຸງປົວແປງພັກທົ່ວອົງຄະນະພັກກະຊວງປ້ອງກັນປະເທດ, ຈາກນັ້ນ ທ່ານ ພົນຈັດຕະວາ ປະສິດ ທ່ຽງທຳ ປະທານກວດກາພັກ ກົມໃຫຍ່ເສນາທິການກອງ
ທັບ ກໍໄດ້ສະເໜີເອກະສານເນື້ອໃນປັບປຸງປົວແປງພັກ.

     ໃນຕອນທ້າຍຂອງກອງປະຊຸມ ທ່ານ ພົນຕີ ສຸວອນ ເລືອງບຸນມີ ກໍໄດ້ເນັ້ນໜັກ ແລະໃຫ້ທິດຊີ້ນຳຫຼາຍດ້ານແກ່ຄະນະພັກ-ຄະນະບັນຊາກົມກອງຮາກ
ຖານທີ່ຂຶ້ນກັບກົມໃຫຍ່ເສນາທິການກອງທັບ, ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານສະມາຊິກພັກເປັນປົກກະຕິ ແລະຈັດ
ຕັ້ງຜັນຂະຫຍາຍຫັນເປັນແຜນການ-ແຜນງານລະອຽດຂອງອົງການ-ກົມກອງຮາກຖານທີ່ຂຶ້ນກັບກົມໃຫຍ່ເສນາທິການກອງທັບເພື່ອສຶບຕໍ່ຊີ້ນຳ-ນຳພາ ແລະ
ຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນຕົວຈິງ ເປັນຕົ້ນຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຄວາມເປັນແບບຢ່າງນຳໜ້າຄະນະພັກ, ໃນການຊີ້ນຳ-ນຳພາ,
ການປະຕິບັດຫຼັກການລວມສູນປະຊາທິປະໄຕ ນຳພາເປັນໝູ່ຄະນະມອບໃຫ້ບຸກຄົນຮັບຜິດຊອບຈະແຈ້ງ, ການນຳພາເຄື່ອນໄຫວດຳເນີນຊີວິດ ການເມືອງ
ພາຍໃນພັກ, ການຕຳນິກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະກັນ, ການເຕົ້າລວມຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ.