ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໃຫ້​ທິດ​ຊີ້​ນຳ​ວຽກງານ​ທະຫານ​ຊາຍ​ແດນ


ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ​ເປັນ​ປະທານ

     ໃນໂອກາດເຂົ້າຮ່ວມກອງປະຊຸມສະຫຼຸບຖອດຖອນບົດຮຽນ ກ່ຽວກັບການປັບປຸງກົມ ກອງທະຫານຊາຍແດນຫັນເຂົ້າສູ່ລະບຽບແບບແຜນ ໃນໄລຍະ
ທີ່ຜ່ານມາ ແລະ ທິດທາງແຜນການຫັນເຂົ້າສູ່ລະບຽບແບບແຜນ ແລະ ທັນສະໄໝ ເທື່ອລະກ້າວທີ່ໄດ້ຈັດຂຶ້ນໃນລະຫວ່າງ 2-3 ກຸມພາ 2021 ນີ້, ສະຫາຍ
ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ເນັ້ນໜັກຕໍ່ຄະນະພັກ-ຄະນະບັນຊາ ກົມທະຫານຊາຍແດນ ແລະ ກອງບັນຊາ
ການທະຫານແຂວງ ຈົ່ງພ້ອມກັນສຸມໃສ່ໃນວຽກງານທາງດ້ານແບບແຜນວິທີນໍາພາວຽກວິຊາສະເພາະ ຂອງບັນດາອົງການທະຫານຊາຍແດນແຕ່ລະຂັ້ນ ໃນ
ການຕິດຕາມ, ກວດກາ ແລະ ຊຸກຍູ້ກົມກອງຮາກຖານເປັນຫຼັກ, ການລົງໃກ້ຊິດຕິດແທດ ໂດຍຖືເອົາການສືກສາອົບຮົມດ້ານການເມືອງ-ນໍາພາແນວຄິດ
ເປັນກົກ ເພື່ອເຮັດໃຫ້ນາຍ ແລະ ພົນທະຫານຊາຍແດນ ມີຄວາມໜັກແໜ້ນ, ເຂັ້ມແຂງ, ມີລະບຽບວິໄນເຂັ້ມງວດ, ເອົາໃຈໃສ່ໃຫ້ບັນດາກົມກອງໄດ້ຈັດ
ຕັ້ງອົບຮົມ-ຫັດແອບການເມືອງ, ການທະຫານໃຫ້ມີຄວາມຊໍານິຊໍານານທາງດ້ານວິຊາສະເພາະ, ຊໍານານການໃຊ້ອາວຸດ-ກະສູນ, ຫັດແອບຕາມແຜນການ
ຂອງກົມກອງ ແລະ ເອົາໃຈໃສ່ປະຕິບັດ 7 ລະບອບ 18 ວຽກຢ່າງເປັນປົກກະຕິໄປຄຽງຄູ່ກັນນັ້ນເອົາໃຈໃສ່ວຽກງານກໍ່ສ້າງຮາກຖານການເມືອງ ໃນຂອບ
ເຂດກົມກອງຮັບຜິດຊອບ ໂດຍສົມທົບກັບເມືອງ, ປກສ ເມືອງ, ປກສ ບ້ານ, ນາຍບ້ານ ແລະ ກຸ່ມບ້ານເພື່ອສຶກສາອົບຮົມເຜີຍແຜ່ແນວທາງນະໂຍບາຍ
ຂອງພັກ-ລັດ, ລະບຽບການຊາຍແດນ ໃຫ້ມີຄວາມຮັບຮູ້ເຂົ້າໃຈ ແລະ ເປັນເຈົ້າການປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມ
ບໍລິເວນຊາຍແດນ. ນອກນັ້ນກໍາເປົ້າໝາຍ ແລະ ມີວິທີແກ້ໄຂໃຫ້ດີ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານຊາຍແດນ ໃນສະເພາະ
ໜ້າ ແລະ ຍາວນານ, ເພື່ອເຮັດສໍາເລັດພາລະກິດໃນການປົກປັກຮັກສາເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໃຫ້
ໝັ້ນຄົງ.

     ຜ່ານການດໍາເນີນກອງປະຊຸມໃນຄັ້ງນີ້ ແມ່ນໄດ້ມີຜົນສໍາເລັດສູງ ພ້ອມນີ້ແຕ່ລະສະຫາຍ ຄະນະຮັບຜິດຊອບ ແລະ ບັນດາສະຫາຍຜູ້ແທນກອງປະຊຸມ
ກໍໄດ້ພ້ອມກັນສຸມສະຕິປັນຍາເຂົ້າໃນການຄົ້ນຄ້ວາ ແລະ ປະກອບຄໍາຄິດຄໍາເຫັນຕໍ່ຮ່າງບົດສະຫຼຸບວຽກງານ ດັ່ງກ່າວໃຫ້ມີເນື້ອໃນຄົບຖ້ວນສົມບູນ ເຮັດ
ໃຫ້ກອງປະຊຸມ ຂອງພວກເຮົາມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້. ໃນການນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະ,
ພ້ອມທັງເອົາໃຈໃສ່ປັບປຸງກໍ່ສ້າງກົມກອງໃນທຸກດ້ານ, ສາມາດປະຕິບັດບົດບາດ, ໜ້າທີ່ຂອງທະຫານຊາຍແດນໄດ້ ໃນລະດັບອັນແນ່ນອນ, ເປັນການປະ
ກອບສ່ວນເຮັດໃຫ້ຊາຍແດນ ໃນຂອບເຂດທົ່ວປະເທດມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບປອດໄພ ໂດຍພື້ນຖານ, ປົກປັກຮັກສາ
ອະທິປະໄຕຂອງຊາດ.