ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ປຶກສາຫາລືກະກຽມສ້າງໂຄງການຄົ້ນຄວ້າວິທະຍາສາດກ່ຽວກັບການດັດແປງອາວຸດ

     ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ເປີດກອງປະຊຸມປຶກສາຫາລືກ່ຽວກັບແຜນການຄົ້ນ ຄວ້າວິທະຍາສາດການທະຫານຂຶ້ນ ໃນວັນທີ 1
ມີນາ 2017 ນີ້, ໂດຍເປັນກຽດເຂົ້າຮ່ວມ ທ່ານ ພົນຈັດຕະວາ ວົງແກ້ວ ວົງພິລາ ຫົວໜ້າກົມປືນໃຫຍ່ໜ້າດິນ. ໂດຍການເປັນປະທານຂອງ ທ່ານ ພັນເອກ
ສຸລິວັນ ແສງຈັນ ຮອງຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ, ມີບັນດາວິທະຍາຄານກົມມະດຳ, ກົມໃຫຍ່ເສນາທິການກອງທັບ, ກົມປືນ
ໃຫຍ່ໜ້າດິນ, ກົມຍຸດໂທ, ກົມກຳລັງພົນ, ຫ້ອງການກົມໃຫຍ່ເຕັກນິກກອງທັບ ແລະວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

                     
                                               ພັນເອກ ສຸລິວັນ ແສງຈັນ ເປັນປະທານກອງປະຊຸມປຶກສາຫາລືກະກຽມສ້າງໂຄງການຄົ້ນຄວ້າວິທະຍາສາດກ່ຽວກັບການດັດແປງອາວຸດ

     ພັນໂທ ສັນຕິ ຫຼ່ຽມຜີ ຄະນະພະແນກວິທະຍາສາດຂອງກົມ ວິທະຍາສາດ-ປະຫວັດສາດ ການທະຫານ, ຜູ້ອອກແບບໂຄງການຄົ້ນຄວ້າກ່ຽວກັບການ
ດັດແປງອາວຸດ ໄດ້ຂຶ້ນຜ່ານໂຄງການຄົ້ນຄວ້າວິທະຍາສາດ ໂດຍໄດ້ເນັ້ນໃສ່ການຄົ້ນຄວ້າອອກແບບລູກປືນໃຫຍ່ຫັດແອບຮ່ຳຮຽນ ເຊິ່ງປະກອບມີລູກປືນ
ສຳລັບການຍິງຊື່ ແລະລູກປືນສຳລັບການຍິງໂຄ້ງ ເພື່ອຮັບໃຊ້ໃນການຮຽນ-ການສອນໃຫ້ມີປະສິດທິພາບ ແລະທັນສະໄໝ.

     ພ້ອມນີ້ແຕ່ລະພາກສ່ວນກໍ່ໄດ້ປະກອບຄຳຄິດຄຳເຫັນໃສ່ໂຄງການດັ່ງກ່າວຢ່າງກົງໄປກົງມາ ເພື່ອເຮັດໃຫ້ໂຄງການນີ້ດຳເນີນໄປໃຫ້ມີປະສິດທິຜົນ.