ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍ
ຕາມຊາຍແດນທົ່ວໄປ ລາວ-ກຳປູເຈຍ ລົງກວດກາພື້ນທີ່ຮ່ວມກັນ

     ຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ ພ້ອມດ້ວຍເຈົ້າໜ້າທີ່ທີ່ກ່ຽວຂ້ອງ
ທັງສອງຝ່າຍໄດ້ລົງກວດກາພື້ນທີ່ຊາຍແດນ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ, ລະຫວ່າງເມືອງພູວົງ ແຂວງອັດຕະປື ສາທາລະນະລັດ ປະຊາທິປະໄຕ ປະຊາ
ຊົນລາວ ແລະເມືອງຕະແວງ ແຂວງລັດຕະນະຄີຣີຣາຊະອານາຈັກກໍາປູເຈຍ. ໃນລະຫວ່າງວັນທີ 25-27 ກຸມພາ 2017 ນີ້, ຝ່າຍລາວ ນໍາໂດຍ ທ່ານ ພົນ
ຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ປະທານຄະນະກໍາມະການຮ່ວມມືຮັກສາຄວາມ
ສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ກໍາປູເຈຍ ແລະ ຝ່າຍກໍາປູເຈຍນໍາໂດຍ ທ່ານ ພົນໂທ ເສັຍ ໂຊະຈຽດ ຮອງເສນາທິການຮ່ວມ, ຫົວໜ້າ
ກົມກິດຈະການຊາຍແດນກອງທັບຣາຊະນາຈັກກໍາປູເຈຍ, ປະທານຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ກໍາປູ
ເຈຍ-ລາວ.

                                              
                                                       ຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ກຳປູເຈຍ ລົງກວດກາພື້ນທີ່ຮ່ວມກັນ

     ການລົງກວດກາພື້ນທີ່ຊາຍແດນຮ່ວມກັນໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະລົງກວດກາກ່ຽວກັບບັນດາຈຸດປະສານງານຕາມບໍລິເວນຊາຍແດນ
ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ ໃຫ້ມີຄວາມເປັນເອກະພາບກັນ ແລະເໝາະສົມກັບສະພາບຄວາມເປັນຈິງ, ທັງພ້ອມນັ້ນກໍໄດ້ຮ່ວມກັນປຶກສາຫາລື ແລະ
ແກ້ໄຂໃນບາງບັນຫາທີ່ເກີດຂຶ້ນຢູ່ຕາມບໍລິເວນຊາຍແດນ ແນໃສ່ເຮັດໃຫ້ຊາຍແດນມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍບໍລິເວນຊາຍແດນ
ໃຫ້ດີຂຶ້ນ ສ້າງເງື່ອນໄຂໃຫ້ເອື້ອອໍານວຍໃຫ້ແກ່ການພັດທະນາເສດຖະ ກິດ-ສັງຄົມ ແລະ ໃຫ້ປະຊາຊົນສອງປະເທດດໍາລົງຊີວິດຢູ່ຮ່ວມກັນຢ່າງປົກກະຕິ.