ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງ ວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ ແລະ ລະນຶກ
ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ຈັດຂຶ້ນຢ່າງຍິ່ງໃຫຍ່


     ງານໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ (2 ທັນວາ 1975-2 ທັນວາ
2020) ແລະ ລະນຶກວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ແລະ ສົມກຽດຢູ່ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງ
ວຽງຈັນ ໃນວັນທີ 2 ທັນວາ 2020, ໂດຍເປັນກຽດເຂົ້າຮ່ວມ ແລະ ກ່າວສູນທອນພົດຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານ
ງານສູນກາງພັກ, ປະທານປະເທດແຫ່ງ ສປປລາວ, ພ້ອມດ້ວຍ ບັນດາການນໍາພັກ-ລັດຂັ້ນສູງ, ສະພາແຫ່ງຊາດ, ຄະນະລັດຖະບານ, ສູນກາງແນວລາວສ້າງ
ຊາດ, ອົງການຈັດຕັ້ງມະຫາຊົນ, ກຳລັງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ຄະນະນໍາທ້ອງຖິ່ນໃນຂອບເຂດທົ່ວປະເທດ, ພະນັກງານປະຕິວັດອາວຸໂສບໍາ
ນານ, ພະນັກງານລັດຖະກອນຈາກບັນດາກະຊວງ, ອົງການ, ອົງການຈັດຕັ້ງພັກ-ລັດເຂົ້າຮ່ວມຢ່າງພ້ອມພຽງ.

     ສະຫາຍ ສຈ ປອ ກິແກ້ວ ໄຂຄໍາພິທູນ ເລຂາທິການສູນກາງ ພັກ, ລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ໃນນາມຄະນະ
ຈັດຕັ້ງພິທີໄດ້ສະເໜີຈຸດປະສົງ ແລະ ຮຽນເຊີນ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປລາວ ກ່າວສູນທອນ
ພົດຕໍ່ພິທີ, ເຊິ່ງເນື້ອໃນຂອງສູນທອນພົດໄດ້ສັງລວມ ແລະ ຍົກໃຫ້ເຫັນບັນດາໝາກຜົນ, ຜົນງານອັນຍິ່ງໃຫຍ່ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດ
ທະນາປະເທດຊາດ ພາຍໃຕ້ການຊີ້ນໍາ-ນໍາພາທີ່ສະຫຼາດສ່ອງໃສ ຂອງພັກປະຊົນປະຕິວັດລາວ ຕະຫຼອດໄລຍະ 45 ປີ ຜ່ານມາ, ໂດຍສະເພາະແມ່ນໃນໄລຍະ
30 ກວ່າປີ ແຫ່ງການປະຕິບັດນະໂຍບາຍປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ, ເຮັດໃຫ້ປະເທດຊາດອັນແສນຮັກຂອງພວກເຮົາ ນັບມື້ໄດ້ຮັບການພັດທະ
ນາ ແລະ ເຕີບໃຫຍ່ເຂັ້ມແຂງໃນທຸກດ້ານ, ພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ເປັນພື້້ນຖານ ໃນການພັດທະນາປະເທດ ມີການຂະ
ຫຍາຍຕົວ ແລະ ມີຄຸນນະພາບ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນລາວບັນດາເຜົ່າດີຂຶ້ນຢ່າງຈະແຈ້ງ, ປະເທດຊາດມີຄວາມສະ
ຫງົບ ແລະ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ກາຍເປັນທ່າແຮງອັນໜັກແໜ້ນໃນການພັດທະນາປະເທດຊາດ ໃຫ້ດີຂຶ້້ນຢ່າງຕໍ່ເນື່ອງ, ການຮ່ວມມືກັບ
ບັນດາປະເທດໃນພາກພື້ນ ແລະ ສາກົນນັບມື້ກວ້າງຂວາງ, ໜັກແໜ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ໂດຍສະເພາະແມ່ນກັບບັນດາປະເທດ ເພື່ອນມິດຍຸດ
ທະສາດທີ່ຮ່ວມອຸດົມການອັນດຽວກັນ ແມ່ນນັບມື້ແຕກດອກອອກຜົນ ແລະ ໝັ້ນຄົງທະນົງແກ່ນ.

     ທັງໝົດນັ້ນແມ່ນເປັນເງື່ອນໄຂ ແລະ ທ່າແຮງອັນສໍາຄັນປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ ໃຫ້ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ
ແລະ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມທີ່ພັກ ໄດ້ກຳນົດໄວ້ ແນໃສ່ເພື່ອເຮັດໃຫ້ປະເທດຊາດຂອງພວກເຮົາມີການພັດທະນາ.